ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຂະບວນການເຄື່ອນໄຫວຂອງກົມໂຄສະນາອົບຮົມ ເພື່ອກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບອະນຸກໍາມະການດໍາເນີນຊີວິດການເມືອງ ວຽກງານຂະບວນການ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ໃຫ້ສໍາພາດວ່າ:

ພາຍຫຼັງແຜນການ ແລະ ຂໍ້ຕົກລົງໄດ້ຮັບການອະນຸມັດຈາກກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບອະນຸກໍາມະການດໍາເນີນຊີວິດການເມືອງ ວຽກງານຂະບວນການ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກຕ່າງໆດັ່ງນີ້: ໄດ້ເຮັດຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ໃຫ້ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນວຽກງານສິລະປະ-ວັນນະຄະດີ, ວຽກງານຂະບວນການກິລາມວນຊົນ, ກິລາການທະຫານ, ການແຂ່ງຂັນປະຕິບັດລະບຽບວິໄນ 7 ລະບອບ, 18 ວຽກ ຢູ່ແຕ່ລະກົມກອງ, ໄດ້ສ້າງແຜນການຈັດຕັ້ງກອງປະຊຸມດໍາເນີນຊີວິດການເມືອງທົ່ວກອງທັບສໍາເລັດຜົນ ເຊິ່ງວຽກດັ່ງກ່າວນີ້ ໄດ້ດໍາເນີນໃນລະຫວ່າງວັນທີ 14-15 ກໍລະກົດ ຜ່ານມາ, ໄດ້ສ້າງແຜນການປະດັບປະດາເວທີກອງປະຊຸມ, ຕິດຕັ້ງຄໍາຂວັນ, ທຸງຊາດ, ທຸງພັກ, ທຸງທິວ ຢູ່ຂອບເຂດສະໂມສອນກົມໃຫຍ່ການເມືອງກອງທັບ ແລະ ຂອບເຂດໃນ-ນອກສໍານັກງານກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ມີສີສັນສວຍສົດງົດງາມ, ໄດ້ຊີ້ນໍາໃຫ້ກອງໂທລະພາບກອງທັບ ສ້າງວີດີໂອສັ້ນ ເພື່ອສັງລວມການເຄື່ອນໄຫວວຽກງານນໍາພາ-ບັນຊາ ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V ຕະຫຼອດໄລຍະ 5 ປີຜ່ານມາ, ໄດ້ຊີ້ນໍາຫໍພິພິທະພັນປະຫວັດສາດກອງທັບ ສ້າງກະດານຮູບພາບການເຄື່ອນໄຫວຊີ້ນໍາ ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V ຢູ່ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໂດຍຕິດພັນກັບການຜັນຂະຫຍາຍ ມະຕິວ່າ ດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄດ້ຊຸກຍູ້ກອງສິລະປະກອນກອງທັບ ຝຶກແອບລາຍການສະແດງ ເພື່ອສະແດງຮັບໃຊ້ກອງປະຊຸມ, ສໍາເລັດການແຕ່ງ ແລະ ກວດແກ້ບົດກອນ ທີ່ຈະໃຫ້ 3 ອົງການຈັດຕັ້ງມະຫາຊົນ ນໍາເຂົ້າອ່ານຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ນອກຈາກນັ້ນ, ຍັງໄດ້ຊຸກຍູ້ບັນດາອົງການຈັດຕັ້ງ ເປັນຕົ້ນແມ່ນສະຫະພັນແມ່ຍິງກອງທັບ ຈັດຂະບວນການແຂ່ງຂັນກິລາບານເຕະມິດຕະພາບ, ຊຸກຍູ້ຂະບວນການແຂ່ງຂັນກິລາກັອຟມິດຕະພາບ ພ້ອມນີ້, ຍັງຊີ້ນໍາກອງສື່ໃນການເຄື່ອນໄຫວສໍາພາດ ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ກົມໃຫຍ່, ກົມ, ຫ້ອງການ, ກອງ ເພື່ອສໍາພາດຄວາມຮູ້ສຶກ ແລະ ລາຍງານການເຄື່ອນໄຫວວຽກງານດ້ານຕ່າງໆ ໃນການປະກອບສ່ວນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຕາງໜ້າໃຫ້ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໂດຍສະເພາະແມ່ນຄະນະຮັບຜິດຊອບອະນຸກໍາມະການດໍາເນີນຊີວິດການເມືອງ ວຽກງານຂະບວນການເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວກອງທັບ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ອວຍພອນອັນປະເສີດມາຍັງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນຢ່າງສະຫງ່າງາມ.

ຂຽນໂດຍ:ໄພນາລິນ.