ສຳເລັດກອງປະຊຸມດໍາເນີນຊີວິດການເມືອງຄົບຄະນະບໍລິຫານງານພັກ ທ້າຍສະໄໝ ຂອງກະຊວງປ້ອງກັນປະເທດ ສະໄໝທີ V








ກອງປະຊຸມດໍາເນີນຊີວິດການການເມືອງຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ V ໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 24 ກໍລະກົດ 2025 , ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແຕ່ລະສະຫາຍ ໄດ້ຜັດປ່ຽນກັນຜ່ານບົດສຳຫຼວດຕົນເອງ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ຕະຫຼອດຮອດຜົນສຳເລັດ ແລະ ບາງບັນຫາທີ່ຍັງຄົງຄ້າງ ໃນການຈັດຕັ້ງປະຕິບັດນຳພາໃນໄລຍະຜ່ານມາ ພ້ອມນີ້, ກອງປະຊຸມ ຍັງໄດ້ຕີລາຄືນ, ພ້ອມທັງປະກອບຄຳເຫັນຢ່າງກົງໄປກົງມາ ແລະ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍດ້ານດີ ແລະ ແກ້ໄຂດ້ານຄົງຄ້າງຢ່າງຖືກຕ້ອງມີຫຼັກການລວມສູນປະຊາທິປະໄຕ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດແຕ່ລະສະຫາຍ ເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກໃນຄັ້ງນີ້ໄດ້ຍົກສູງຄວາມຮັບຜິດຊອບ, ໃນການປະຕິບັດຕາມ ຫຼັກການນໍາພາຂອງພັກ, ໂດຍສະເພາະຢ່າງຍິ່ງແມ່ນໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະພັກ ແລະ ກວດກາຄືນຄວາມຮັບຜິດຊອບຂອງແຕ່ລະສະຫາຍ ໃນກຳມະການຄະນະບໍລິຫານງານພັກກະຊວງ, ໂດຍຜ່ານບົດສໍາຫຼວດຕາມເນື້ອໃນເຈາະຈີ້ມ, ເປີດປະຊາທິປະໄຕຕິຊົມຕົນເອງ-ຕິຊົມເຊິ່ງກັນ ແລະ ກັນ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ, ຮັກສາໄດ້ບັນຍາກາດ ແລະ ຄວາມສາມັກຄີພາຍໃນຢ່າງໜັກແໜ້ນ ເພື່ອປັບປຸງຕົນເອງ-ຍົກສູງບົດບາດການ ນໍາພາ ຂອງພັກໃຫ້ມີຄວາມປອດໃສ-ເຂັ້ມແຂງ-ໜັກແໜ້ນ.
ເຊິ່ງຕະລອດໄລຍະຜ່ານມາ, ກຳມະການຄະນະບໍລິຫານງານພັກກະຊວງ ແຕ່ລະສະຫາຍ, ໄດ້ຕັ້ງໜ້າຊີ້ນໍາ ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ຫັນເປັນແຜນງານ, ເປັນໂຄງການລະອຽດ, ຊີ້ນໍາແຕ່ລະບັນຫາຢ່າງ ມີຈຸດສຸມ ແລະ ແທດເຖິງຕົວຈິງ, ຕິດພັນກັບໜ້າທີ່ການເມືອງ ຂອງກອງທັບ, ໂດຍສອດຄ່ອງກັບແຜນ ພັດທະນາເສດຖະກິດສັງຄົມແຫ່ງລັດ 5 ປີ ຄັ້ງທີ 9, ຕິດພັນມະຕິ 3 ສ້າງຂອງກົມການເມືອງສູນກາງພັກ; ຕັ້ງໜ້າຊີ້ນໍາບັນດາກົມກອງ-ທ້ອງຖິ່ນ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ການເມືອງໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານ, ສາມາດຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບໂດຍພື້ນຖານ ການພັດທະນາເສດຖະກິດ-ສັງຄົມ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ, ປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງມີການ ຂະຫຍາຍຕົວຢ່າງໜັກແໜ້ນ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນ ຮອບດ້ານຂອງພັກ.ຍ້ອນມີການຊີ້ນໍາ-ນໍາພາຢ່າງໃກ້ສິດຈາກກົມການເມືອງສູນກາງພັກ, ຄວາມເປັນເຈົ້າການ ຂອງຄະນະພັກກະຊວງປ້ອງກັນປະເທດ ບວກກັບຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ V ວາງອອກ ມີຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ.
ຕະຫຼອດໄລຍະສົກປີ 2020-2025 ເປັນຊ່ວງໄລຍະທີ່ປະເທດຊາດຂອງ ພວກເຮົາມີຫຼາຍເຫດການ-ການເມືອງທີ່ສໍາຄັນ, ຈາກສະພາບດັ່ງກ່າວນັ້ນ ມັນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງທົບທວນຄືນ ແລະ ສືບຕໍ່ມີສະຕິລະວັງຕົວໃຫ້ສູງກວ່າເກົ່າ, ເດັດດ່ຽວທັບມ້າງບັນດາໜໍ່ແໜງຄວາມບໍ່ສະຫງົບ, ເດັດຂາດບໍ່ໃຫ້ມີເຫດການວຸ້ນວາຍເກີດຂຶ້ນ; ເພີ່ມທະວີການຕິດຕາມເຝົ້າລະວັງສະພາບດິນ ຟ້າ-ອາກາດ, ອຸທົບກະໄພ, ໂລກລະບາດ ແລະ ບັນຫາຕ່າງໆ ເພື່ອຮັບປະກັນເຮັດໃຫ້ລະບອບ ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ວຽກງານຮີບດ່ວນທີ່ຈະຕ້ອງສຸມໃສ່ ກໍ່ຍັງແມ່ນຍູ້ແຮງຂະບວນການຕ່າງໆ ເພື່ອກຽມຄວາມພ້ອມ ກ້າວສູ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ໄດ້ ຕາມຄາດໝາຍຂອງແຜນການ ແລະ ເວລາທີ່ກຳນົດໄວ້; ໂດຍສະເພາະແມ່ນບົດລາຍງານການເມືອງ, ບັນດາເອກະສານທັງໝົດຂອງກອງປະຊຸມໃຫຍ່, ຍູ້ແຮງຂະບວນການໃຫ້ມີອັນພົ້ນເດັ່ນ, ພ້ອມນັ້ນການກະກຽມ ບຸກຄະລາກອນທີ່ສະໝັກເຂົ້າຄະນະບໍລິຫານງານພັກກະຊວງໃຫ້ໄດ້ຕາມມາດຕະຖານ, ຮັບປະກັນມີພະນັກງານ 3 ລຸ້ນ, ເພດ, ເຜົ່າ ໃຫ້ມີລັກສະນະສືບທອດຕໍ່ເນື່ອງ.
ສະນັ້ນ, ຜ່ານກອງປະຊຸມບັ້ນດໍາເນີນຊີວິດການເມືອງຄົບຄະນະບໍລິຫານງານພັກທ້າຍສະໄໝ ໃນຄັ້ງນີ້, ບັນດາສະຫາຍຈະໄດ້ຍົກສູງຄວາມຮັບຜິດຊອບການເມືອງ ຕົນໃຫ້ສູງຂຶ້ນກ່ວາເກົ່າ, ຊີ້ນໍາ-ນໍາພາກົມກອງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ.