ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທະຫານນະຄອນຫຼວງວຽງຈັນ ຫວນຄືມມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.

ວັນທີ 16 ກໍລະກົດ 2025 ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ວັນທີ (20 ກໍລະກົດ 1955-20 ກໍລະກົດ 2025 ) ໂດຍເປັນກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຫວນຄືນມູນເຊື້ອຕົ້ນກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ, ໃນເມື່ອກ່ອນ ປະເທດເຮົາ ຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ ພວກເຂົາໄດ້ເຂັນຂ້າປະຊາຊົນລາວ ຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວຕົກທຸກໄດ້ຍາກ, ລົ້ມຫາຍຕາຍໄປນັບມື້ນັບຫຼາຍຂຶ້ນ ຍ້ອນແນວນັ້ນຈຶ່ງເຮັດໃຫ້ປະຊາຊົນລາວ ຜູ້ຮັກຊາດໄດ້ລຸກຂຶ້ນຕໍ່ສູ້ ຢ່າງພິລະອາດຫານ, ໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດແມ່ຍິງລາວ ໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ເພື່ອໃຫ້ລູກຜົວຂອງຕົນຫຼຸດພົ້ນອອກຈາກການເກນໄປເປັນກູລີ ໂດຍບໍ່ໄດ້ຮັບຄ່າຈ້າງຊໍ້າບໍ່ພໍຍັງຖືກທຸບຕີທໍລະມານ ຢ່າງໂຫດຮ້າຍປ່າເຖື່ອນ, ດັ່ງນັ້ນ ແມ່ຍິງລາວຈໍານວນຫຼວງຫຼາຍ ໄດ້ເຂົ້າຮ່ວມຂະບວນການລຸກຮື້ຂຶ້ນຍຶດອໍານາດ ຈາກພວກລ່າເມືອງຂຶ້ນ, ຂະບວນການເຄື່ອນໄຫວຂອງແມ່ຍິງລາວກໍໄດ້ຂະຫຍາຍຕົວອອກສູ່ທຸກຫົນແຫ່ງ ໃນຂອບເຂດທົ່ວປະເທດ ໂດຍພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ ເພື່ອເຮັດໃຫ້ແມ່ຍິງລາວໄດ້ຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ ຂອງພວກສັກດີນາ ແລະ ນາຍທຶນ. ຫຼັງຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍໄດ້ຮັບການ ສ້າງຕັ້ງຂຶ້ນເພື່ອຮັບຜິດຊອບ ໂດຍກົງຕໍ່ພາລະກໍາປະຫວັດສາດຂອງການປະຕິວັດລາວ ແລະ ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນ ກໍາລັງແຮງຂອງພັກ. ມາໃນວັນທີ 20 ກໍລະກົດ 1955 ພັກໄດ້ແຕ່ງຕັ້ງຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຢ່າງເປັນທາງການ ແລະ ໄດ້ແຕ່ງຕັ້ງຄະນະໜ່ວຍເຊິ່ງປະກອບມີ 3 ທ່ານຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າ, ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ ແລະ ທ່ານ ນາງ ຄໍາແພງ ບຸບຜາ ເປັນ ກໍາມະການ. ທີ່ໄດ້ອຸທິດຕົນເພື່ອ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດທີ່ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກດ້ານ.

ໂດຍ: ສິບຕີ ທະນັນເສນ ນັກຂ່າວ ກບຊ ນວ