ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງວິທະຍຸກະຈາຍສຽງກອງທັບ ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025.

ວັນ 16 ກໍລະກົດ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ສໍາເລັດການອົບຮົມວຽກງານການເມືອງ – ແນວຄິດ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ສຽງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັນໂທ ສີສະໝອນ ແສນມິດ ຮອງຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ໄດ້ລາຍງານຜົນສໍາເລັດໃນການອົບຮົມວຽກງານການເມືອງ – ແນວຄິດ ຂອງກອງວິທະຍຸກະຈາຍສຽງກອງທັບ ປະຈໍາປີ 2025 ເຊິ່ງຄະນະພັກ-ຄະນະບັນຊາ, ຄະນະອະນຸກຳມະການທີ່ຮັບຜິດຊອບ ແຕ່ລະວຽກງານ ໄດ້ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການນໍາພາຂອງຕົນ ສຸມໃສ່ນໍາພາພະນັກງານ -ນັກຮົບ ຈັດຕັ້ງປະຕິບັດແຜນການອົບຮົມວຽກງານການເມືອງ-ແນວຄິດ ປະຈຳປີ 2025 ທົ່ວກອງວິທະຍຸກະຈາຍສຽງກອງທັບ ຢ່າງມີຜົນສໍາເລັດອັນຈົບງາມ, ແຕ່ລະສະຫາຍມີຄວາມເອົາໃຈໃສ່ຕື່ນຕົວຂຶ້ນຫ້ອງຮໍ່າຮຽນ ແລະ ມີຄວາມ ຮັບຮູ້ເຂົ້າໃຈຕໍ່ເນື້ອໃນເອກະສານຕ່າງໆ, ຜູ້ບັນຍາຍເອກະສານ ແລະ ນັກເຂົ້າຮ່ວມອົບຮົມໄດ້ມີການສົນທະນາແລກປ່ຽນ ຄວາມຄິດເຫັນ ແລະ ທັດສະນະຮ່ວມກັນດ້ວຍຄວາມຮັບຜິດຊອບສູງ, ນັກຝຶກອົບຮົມສາມາດຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນເອກະສານບົດຮຽນຢ່າງໜັກແໜ້ນ, ເຊິ່ງສາມາດຕີລາຄາ ຄວາມຮັບຮູ້ເຂົ້າ ໃຈກວມເອົາເຖິງ 95%.

ໂອກາດນີ້, ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ທີ່ໄດ້ເຂົ້າຮ່ວມບັ້ນອົບຮົມ ຄັ້ງນີ້ຈົ່ງພ້ອມກັນນໍາເອົາເນື້ອໃນເອກະສານມາເປັນຫຼັກການ,ແນວທາງການນຳພາ ແລະ ປະຕິບັດວຽກງານຂອງພັກ, ພ້ອມທັງຮັບປະກັນໃຫ້ມີປະສິດທິຜົນສູງ, ເພາະເປັນປັດໃຈສຳຄັນທີ່ຈະນຳພາກົມກອງເຮັດສຳເລັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ.

ຂ່າວ-ພາບ: ພິດສະໄໝ ແກ້ວມາຫາວົງ.