ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກະຊວງໂຍທາທິການ ເເລະ ຂົນສົ່ງ ສຸມໃສ່ການຈັດຕັ້ງປະຕິບັດ ບູລະນະຮັກສາ ເເລະ ສ້ອມເເປງເສັ້ນທາງທີ່ເປເພ່

ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 12 ມິຖຸນາ 2025 , ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂນທາທິການ ເເລະ ຂົນສົ່ງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ບູລະນະຮັກສາ ເເລະ ສ້ອມເເປງເສັ້ນທາງວ່າ: ມາຮອດປີ 2024, ຕາໜ່າງເສັ້ນທາງໃນທົ່ວປະເທດມີຄວາມຍາວທັງໝົດ 59,963 ກມ ເທົ່າກັບ 100%, ເຊິ່ງໄລຍະຜ່ານມາລັດຖະບານ ໄດ້ພະຍາຍາມ ແລະ ສຸມໃສ່ຢ່າງ ຕັ້ງໜ້າໃນການພັດທະນາທາງຫຼວງ ແຕ່ເສັ້ນທາງ ເບຕົງ, ປູຢາງຂົ້ວ ແລະ ປູຢາງ ກວມເອົາພຽງແຕ່ 23.69% ຂອງລວງຍາວເສັ້ນທາງທັງໝົດ ສ່ວນທີ່ເຫຼືອ 76.25% ເປັນເສັ້ນທາງປູຫີນແຮ່ ແລະ ທາງດິນແດງ, ຂະນະດຽວກັນ ທາງຫຼວງທີ່ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ແມ່ນຍັງມີຄວາມຍາວໜ້ອຍຫຼາຍ, ໃນນີ້ ສຳລັບການຈັດຕັ້ງປະຕິບັດວຽກງານ ບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງ ແຫ່ງຊາດ ປີ 2025, ໂດຍອີງຕາມການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃນການມອບການຈັດຕັ້ງປະຕິບັດວຽກກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງ ໃຫ້ພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ຮັບຜິດຊອບ, ດໍາເນີນການສໍາຫຼວດ ແລະ ເກັບກຳຂໍ້ມູນ ສະພາບການເປ່ເພຕົວຈິງຂອງທາງເພື່ອປ້ອນເຂົ້າລະບົບຄຸ້ມຄອງຊັບສິນທາງຫຼວງ (RMS) ເພື່ອວິເຄາະວິໄຈ, ຈັດລຽງບູລິມະສິດ, ສ້າງເປັນແຜນວຽກ ແລະ ແຜນງົບປະມານ ຊຶ່ງກວມເອົາຄວາມຍາວຂອງທາງ 6,179 ກມ (131 ຕອນທາງ), ມີຄວາມຕ້ອງການງົບປະມານໃນການບູລະນະຮັກສາ ແລະ ສ້ອມແປງ ໃຫ້ທາງຢູ່ໃນສະພາບດີ ແລະ ພໍໃຊ້ໄດ້ ປະມານ 2,173 ຕື້ກີບ. ຍ້ອນວ່າງົບປະມານກອງທຶນທາງມີຈໍາກັດຈຶ່ງຈັດລຽງບູລິມະສິດຄືນໃໝ່ຕາມງົບປະມານໃນຕົວຈິງ ງົບປະມານກອງທຶນທາງທີ່ໄດ້ຮັບອະນຸມັດໃນປີ 2025 ມີພຽງ 800 ຕື້ກີບ ແລະ ການນໍາໃຊ້ ແມ່ນອີງໃສ່ ມາດຕາ 5 ຂອງດໍາລັດວ່າດ້ວຍກອງທຶນທາງ ສະບັບເລກທີ 130/ລບ ມີ 5 ຮ່ວງລາຍຈ່າຍ ໃນນີ້ມີ ຮ່ວງວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ໄດ້ງົບປະມານ 720 ຕື້ກີບ ໃນນັ້ນນໍາໃຊ້ເຂົ້າໃນວຽກສ້ອມແປງທາງຫຼວງແຫ່ງຊາດ (80%) ຈໍານວນ 576 ຕື້ ກີບ ແລະ ທາງຫຼວງທ້ອງຖິ່ນ (20%) ຈໍານວນ 144 ຕື້ກີບ; ຮ່ວງກໍ່ສ້າງທາງ (5.3%) ຈໍານວນ 42.4 ຕື້ກີບ; ຮ່ວງວຽກຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ 0.2% ຈໍານວນ 1.6 ຕື້ກີບ; ຮ່ວງຄວາມປອດໄພ 2.5% ຈໍານວນ 20 ຕື້ກີບ ແລະ ຮ່ວງ ບໍລິຫານກອງທຶນທາງ 2% ຈໍານວນ 16 ຕື້ກີບ. ນອກນັ້ນ, ຍັງສົມທົບກັບຄູ່ຮ່ວມພັດທະນາໃນການຍົກລະດັບ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ໃນແຕ່ລະໂຄງການ.

ສໍາລັບມາດຕະການຈັດຕັ້ງປະຕິບັດພາຍຫຼັງໄດ້ຮັບການພິຈາລະນາຮັບຮອງຈາກສະພາແຫ່ງຊາດແລ້ວ, ລັດຖະບານຈະໄດ້ກຳນົດກົນໄກ ແລະ ວິທີການຈັດຕັ້ງປະຕິບັດໃນການເຮັດທົດລອງດັ່ງກ່າວ ຈາກນັ້ນ ຜ່ານການຈັດຕັ້ງປະຕິບັດໃນໄລຍະ 2-3 ປີ ຕ້ອງໄດ້ມີການປະເມີນຄືນ ເພື່ອເປັນພື້ນຖານໃນການປັບປຸງ ຫຼື ສ້າງນິຕິກຳຕ່າງໆ, ການປະຕິບັດໂຄງການ ແມ່ນເຮັດເປັນຮູບແບບປະສົມປະສານ ສັນຍາຟື້ນຟູ, ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງເປັນເວລາຫຼາຍປີ ແລະ ການເກັບຄ່າຜ່ານທາງຕາມເສັ້ນທາງດັ່ງກ່າວ ໂດຍແມ່ນພາກລັດເປັນຜູ້ເກັບຄ່າຜ່ານທາງ ດັ່ງກ່າວເຂົ້າກອງທຶນທາງເພື່ອນໍາໃຊ້ເຂົ້າໃນການບູລະນະຮັກສາ, ສ້ອມແປງ ແລະ ຕໍ່ອາຍຸ ເສັ້ນທາງນັ້ນ, ຈັດລຽງບູລິມະສິດຂອງໂຄງການ ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ເລືອກເອົາໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະແມ່ນທາງຫຼວງແຫ່ງຊາດ ທີ່ມີການເປ່ເພໜັກໜ່ວງ, ມີການຂົນສົ່ງໂດຍສານ ແລະ ສິນຄ້າ ຈໍານວນຫຼາຍ ເພື່ອດໍາເນີນການຟື້ນຟູ ຍົກລະດັບບູລະນະຮັກສາ ແລະ ສ້ອມແປງ ເປັນຕົ້ນແມ່ນ ທາງຫຼວງແຫ່ງຊາດເລກ 13 ເໜືອ, 9, 8, 22, R3, 7, 4, 6, 15, 16 ແລະ 18, ສໍາລັບໂຄງການລົງທຶນໃນຮູບແບບ BOT ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມເພື່ອຫຼຸດຜ່ອນການປະຕິບັດບາງມາດຕາຂອງກົດໝາຍສະເໜີພິຈາລະນາເປັນແຕ່ລະກໍລະນີສະເພາະຂອງແຕ່ລະໂຄງການ, ດໍາເນີນການສໍາຫຼວດອອກແບບ, ເກັບກຳຂໍ້ມູນ, ປະເມີນມູນຄ່າ ແລະ ດໍາເນີນການຈັດຊື້-ຈັດຈ້າງ ເອົາບໍລິສັດຜູ້ຮັບເໝົາກໍ່ສ້າງທີ່ມີເງື່ອນໄຂ ແລະ ທີ່ປຶກສາເຂົ້າມາຈັດຕັ້ງປະຕິບັດໂຄງການ, ດໍາເນີນການຈັດຕັ້ງປະຕິບັດໂຄງການ ແລະ ເຮັດການກວດກາ, ປະເມີນຜົນ, ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ, ຖ້າໄດ້ຮັບຜົນດີແລ້ວຈຶ່ງສືບຕໍ່ຂະຫຍາຍເຮັດໂຄງການອື່ນໃນຕໍ່ໜ້າ, ຊຸກຍູ້ສົ່ງເສີມພາກທຸລະກິດ ເຂົ້າຮ່ວມໃນການພັດທະນາທາງຫຼວງ ທັງເປັນການສ້າງຄວາມ ເຂັ້ມແຂງພາຍໃນ ກໍຄືການປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່,ຂະແໜງການທີ່ກ່ຽວຂ້ອງຕ້ອງປະຕິບັດຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ, ສໍາລັບການນໍາເຂົ້າ ແລະ ການຊື້ຢູ່ພາຍໃນຕ່າງໆ ແມ່ນບໍ່ໃຫ້ຫຼຸດຜ່ອນພາສີ, ອາກອນ ໃຫ້ປະຕິບັດຕາມກົດໝາຍກ່ອນ, ຈາກນັ້ນຈຶ່ງປະກອບເອກະສານເພື່ອຂໍເງິນຄືນບົນພື້ນຖານການໃຫ້ນະໂຍບາຍຫຼຸດຜ່ອນນັ້ນຕາມຫຼັງ, ນອກນີ້ ຍັງໄດ້ສະເໜີຕໍ່ສະພາເເຫ່ງຊາດ ຕໍ່ກັບນະໂຍບາຍກ່ຽວກັບການຫຼຸດຜ່ອນ ປະຕິບັດບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງ, ພ້ອມທັງສະເໜີໃຫ້ພິຈາລະນາໃຫ້ມີການເຮັດທົດລອງໂຄງການເປົ້າໝາຍຟື້ນຟູທາງຫຼວງແຫ່ງຊາດ ເປັນຕົ້ນທາງ 13 ເໜືອ ເລີ່ມແຕ່ ເມືອງວັງວຽງ-ເມືອງກາສີ ແຂວງວຽງ ຈັນ-ເມືອງພູຄູນ-ເມືອງຊຽງເງິນ-ນະຄອນຫຼວງພະບາງ-ສາມແຍກປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ;ທາງເລກ 4 ເລີ່ມຈາກສາມແຍກ ເມືອງຊຽງເງິນ-ເມືອງນານ ແຂວງ ຫຼວງພະບາງ-ເມືອງໄຊຍະບູລີ-ເມືອງປາກລາຍ-ເມືອງແກ່ນທ້າວ ແຂວງໄຊຍະບູລີ; ທາງເລກ 8 ເລີ່ມຈາກ ສາມແຍກ 13 ໃຕ້ ບ້ານວຽງຄໍາ ເມືອງປາກກະດິງ-ຊາຍແດນ ລາວ-ຫວຽດນາມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; ທາງເລກ 9 ເລີ່ມແຕ່ ວົງວຽນໄດໂນເສົາ ນະຄອນໄກສອນ ພົມວິຫານ-ເຊໂນ-ຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ ແຂວງ ສະຫວັນນະເຂດ ແລະ ທາງເລກ 22 ເລີ່ມແຕ່ແຍກທາງເລກ 13 ເໜືອ ເມືອງກາສີ ແຂວງ ວຽງຈັນ-ສາມແຍກ ບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງຕື່ມອີກ.

ຂ່າວ-ພາບ: ສຸກສາຄອນ +ໄພນາລິນ.