ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ.

ວັນທີ 9 ມິຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະກົມ, ຫ້ອງການ, ບໍລິສັດລັດວິສາຫະກິດ, ພະແນກການ ແລະ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າ ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ,ຈຳນວນ 19 ສະຫາຍ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ໃນນີ້: ຕົກລົງ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 13 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ ນອກນີ້, ຍັງໄດ້ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ຜູ້ຮຽນຈົບວິຊາສະເພາະ (ປະລິນຍາຕີ) ຈາກສາຍລັດ ຈຳນວນ 2 ສະຫາຍ ຕື່ມອີກ.

ໂອກາດນີ້ ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ໃນນີ້ໄດ້ເນັ້ນໜັກໃຫ້ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ຍົກສູງສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ມີແບບແຜນດຳລົງຊີວິດທີ່ ປອດໃສຂາວສະອາດ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ພາບ-ຂ່າວ ນົກ ບຸນມາເລີດ