ໄຕມາດ 1 ປີ 2025 ຜ່ານມາ ເສດຖະກິດ ສປປ ລາວ ຂະຫຍາຍຕົວ ໃນລະດັບ 4,5 %.




ການຂະຫຍາຍຕົວທາງດ້ານເສດຖະກິດ ແມ່ນໄດ້ຮັບການປະເມີນເປັນໄຕມາດ, ໄຕມາດ 1 ປີ 2025 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 4.5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84,207 ຕື້ກີບ ເທົ່າກັບ 22.4% ຂອງແຜນການ (ມະຕິສະພາ: 375,968 ຕື້ກີບ), ໃນນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 3.1% ກວມເອົາ 20.2% (ມະຕິສະພາ: ຂະຫຍາຍຕົວ 4.3%, ກວມເອົາ 22.39%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.7% ກວມເອົາ 30.9% (ມະຕິສະພາ: ຂະຫຍາຍຕົວ 4.3%, ກວມເອົາ 30.36%); ຂະແໜງບໍລິການ ຂະຫຍາຍຕົວ 4.7% ກວມເອົາ 37.1% (ມະຕິສະພາ: ຂະຫຍາຍຕົວ 5.5%, ກວມເອົາ 34.29%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.3% ກວມເອົາ 11.7% (ມະຕິສະພາ: ຂະຫຍາຍຕົວ 4.5%, ກວມເອົາ 13.0%).
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 06 ເດືອນ 6 ຕົ້ນປີ 2025 ແລະ ທິດທາງແຜນ ຕິດພັນກັັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການເເກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງຂຶ້ນ ໂດຍນໍາໃຊ້ຫຼາຍມາດຕະການຄວບຄູ່ກັນໄປ ເຊັ່ນ: ການຫັນເປັນທັນສະໄໝ, ການກວດກາ, ຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ເປັນຕົ້ນການລັກລອບໜີພາສີ-ຫຼົບຫຼີກອາກອນ. ພ້ອມນັ້ນ ກໍໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນ, ຊຶ່ງຜ່ານການປະຕິບັດໃນໄລຍະ 5 ເດືອນ ສາມາດສັງລວມດັ່ງນີ້: ດ້ານລາຍຮັບງົບປະມານ ຮອດວັນທີ 6 ມິຖຸນາ 2025 ສາມາດເກັບລາຍຮັບງົບປະມານ ໄດ້ທັງໝົດ 33,565 ຕື້ກີບ ເທົ່າກັບ 49% ຂອງແຜນການປີ (ແຜນການປີ 68,100 ຕື້ກີບ) ຫຼື ເທົ່າກັບ 8.95% ຂອງ GDP (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% ເປັນເງິນປະມານ 7,607 ຕື້ກີບ), ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 31,892 ຕື້ກີບ ເທົ່າກັບ 51% ຂອງແຜນການປີ, ໃນນີ້ ສູນກາງ ປະຕິບັດໄດ້ 21,631 ຕື້ກີບ ເທົ່າ ກັບ 50% ຂອງແຜນການປີ ແລະ ທ້ອງຖິ່ນ ປະຕິບັດໄດ້ 10,261 ຕື້ກີບ ເທົ່າກັບ 53% ຂອງແຜນການປີ. ຄາດຄະເນ 6 ເດືອນຕົ້ນປີ 2025 ຈະສາມາດເກັບລາຍຮັບໄດ້ ປະມານ 37,100 ຕື້ກີບ ເທົ່າກັບ 54.42% ຂອງ ແຜນການປີ, ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 22,968 ຕື້ກີບ ເທົ່າກັບ 32% ຂອງແຜນການປີ (ແຜນການປີ 71,850 ຕື້ກີບ), ຄາດຄະເນ 6 ເດືອນຕົ້ນປີ 2025 ຈະປະຕິບັດໄດ້ ປະມານ 36,380 ຕື້ກີບ ເທົ່າກັບ 50.63% ຂອງແຜນການປີ. ລາຍຈ່າຍສ່ວນໃຫຍ່ ແມ່ນສຸມໃສ່ລາຍຈ່າຍບູລິມະສິດຂອງລັດຖະບານ ເຊັ່ນ: ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໝັກ ແລະ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ (2,200,000 ກີບ/ຄົນ/ເດືອນ) ເລີ່ມປະຕິບັດແຕ່ເດືອນມັງກອນ 2025 ເປັນຕົ້ນມາ. ພ້ອມກັນນັ້ນ ໄດ້ອະນຸມັດໃຫ້ແຂວງເລີ່ມນໍາໃຊ້ເງິນເກີນແຜນປີ 2024 ເຂົ້າໃນວຽກງານຈໍາເປັນ, ວຽກງານຈຸດສຸມ ແລະ ແກ້ໄຂໜີ້ສິນຂອງແຂວງ ຈໍານວນທັງໝົດ 4,257 ຕື້ກີບ ໂດຍເລີ່ມປະຕິບັດນັບແຕ່ທ້າຍເດືອນມີນາ 2025 ເປັນຕົ້ນມາ.
ເພື່ອເຮັດໃຫ້ເສດຖະກິດ-ສັງຄົມໄດ້ຮັບການແກ້ໄຂ ສຳລັບທິດທາງຕໍ່ໜ້າຈະໄດ້ສຸມໃສ່ຫຼາຍດ້ານເປັນຕົ້ນແມ່ນ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາ ແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງ ອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນ ຢ່າງລະອຽດ; ສືບຕໍ່ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ (GDP ຂະຫຍາຍຕົວຢູ່ໃນລະດັບ 4.8%) ໂດຍນໍາໃຊ້ທຸກທ່າແຮງທີ່ມີ; ສືບຕໍ່ພັດທະນາ ແລະຮັບປະກັນຄວາມໝັ້ນຄົງດ້ານພະລັງງານ; ຊຸກຍູ້ສົ່ງເສີມການສ້າງໂຮງງານອຸດສາຫະກຳ ແລະ ອຸດສາຫະກຳປຸງແຕ່ງ ເຂົ້າສູ່ລວງເລິກ ເຊັ່ນ: ຜະລິດຝຸ່ນຊີວະພາບ, ຫົວອາຫານ ສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການ ຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ; ສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາ ດ້ວຍການດໍາເນີນນະໂຍບາຍເງິນຕາ ຢ່າງຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນ ຢ່າງມີປະສິດທິພາບ, ຄຸ້ມຄອງເງິນຕາຕ່າງປະເທດທີ່ມາຈາກການລົງທຶນ, ການສົ່ງອອກ-ນໍາເຂົ້າ ສິນຄ້າຜ່ານລະບົບທະນາຄານຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນໍາໃຊ້ ສະກຸນເງິນທ້ອງຖິ່ນ ກັບປະເທດໃກ້ຄຽງ; ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ ເປັນປີທີ 5 ຕິດຕໍ່ກັນ ແລະ ສູ້ຊົນໃຫ້ເປັນປີທຳອິດທີ່ມີລາຍຮັບເກີນດຸນ ຕາມຄາດໝາຍ ສອຈ ວາງອອກ ໂດຍສຸມທຸກກໍາລັງແຮງເຂົ້າໃນການເກັບລາຍຮັບ; ເລັ່ງຫັນເປັນທັນສະໄໝໃນການເກັບລາຍຮັບ ທີ່ມີຖານລາຍຮັບແລ້ວ ໃຫ້ ສໍາເລັດໄວ ແລະ ຄົ້ນຄວ້າຂະຫຍາຍຖານລາຍຮັບໃໝ່ທີ່ມີທ່າແຮງ.
ໂດຍ: ສຸກສາຄອນ+ໄພນາລິນ