ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2025ຢູ່ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ ແລະ ບັນດາຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2025 ໄດ້ຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດ, ອັນພົ້ນເດັ່ນ ແມ່ນການພິຈາລະນາຮັບຮອງເອົາການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ກົດໝາຍວ່າດ້ວຍປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ທີ່ໄດ້ຖືກຮັບຮອງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ມີການພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍ ປະກັນສັງຄົມ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເປັນອັນລະອຽດ ໂດຍສອດຄ່ອງກັບເນື້ອໃນຂອງລັດຖະທຳມະນູນສະບັບປັບປຸງ ປີ 2025.

ເຖິງວ່າໃນໄລຍະ 6 ເດືອນຕົ້ນປີ 2025, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີ ການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ ທີ່ມີທັງສິ່ງທ້າທາຍ ແລະ ກາລະ ໂອກາດ ທີ່ສົ່ງຜົນກະທົບຕໍ່ ບັນດາປະເທດໃນໂລກ ລວມທັງປະເທດລາວພວກເຮົາ, ບວກກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດ ທົ່ວປະເທດ, ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຂອງກົມການເມືອງສູນ ກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຫ້າວຫັນ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ເຊິ່ງເປັນການປະກອບ ສ່ວນທີ່ສໍາຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ດັ່ງນີ້:

1) ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ;

2) ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ X (2026-2030)

3) ບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່

4) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາ ພະລັງງານໄຟຟ້າ

5) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ

6) ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ

7) ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ IX

😎 ບົດລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X;

9) ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ; ໃນນີ້, ມີກົດໝາຍ ສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍວ່າດ້ວຍ ສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍ ພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍ ສາມັນສຶກສາ; ກົດໝາຍວ່າດ້ວຍ ການປູກຝັງ ແລະ ກົດໝາຍປັບປຸງ 5 ສະບັບຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າດ້ວຍ ອາກອນລາຍໄດ້; ກົດໝາຍວ່າດ້ວຍປ້າຍ; ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍສານປະຊາຊົນ.

ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ. ສໍາລັບກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດຊຸດທີ IX ຈະດໍາເນີນໄປຮອດວັນທີ 26 ມິຖຸນາ 2025 ຈິ່ງຈະສຳເລັດ.