ພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງຊຸກຍູ້ວຽກງານ 4 ບຸກຢູ່ກອງວິທະຍຸກະຈາຍສຽງກອງທັບ.




ວັນທີ 5 ມິຖຸນາ 2025, ພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກຢູ່ກອງວິທະຍຸກະຈາຍສຽງກອງທັບ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ສີສະໝອນ ແສນມິດ ຄະນະພັກຮາກຖານ ຮອງຫົວໜ້າການເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະໜ່ວຍຊາວໜຸ່ມ ແລະ ຫົວໜ້າຈຸຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳສຸກ ສຸກສະຫວັນ ເລຂາໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ເຊິ່ງໃນໄລຍະຜ່ານມາ ຄະນະໜ່ວຍຊາວໜຸ່ມໄດ້ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດດ້ວຍຫຼາຍຮູບການ, ຫຼາຍວິທີ ແນໃສ່ເຮັດໃຫ້ສະມາຊິກຊາວໜຸ່ມທຸກສະຫາຍມີແນວຄິດຫຼັກໝັ້ນ, ມີຄວາມສາມັກຄີເປັນເອກະພາບ ຢຶດໝັ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງມີຄວາມຮັບຜິດຊອບແທດເໝາະກັບເງື່ອນໄຂຕົວຈິງ, ສະມາຊິກຊາວໜຸ່ມໄດ້ເປັນເຈົ້າການຊອກຮູ້ຮໍ່າຮຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ, ວຽກງານວິຊາສະເພາະ, ຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດໃຫ້ສູງເດັ່ນຂຶ້ນເລື້ອຍໆ ໃນໄລຍະຜ່ານມາມີສະມາຊິກຊາວໜຸ່ມໄປຮຽນຕໍ່ດ້ວຍທືນຂອງຂັ້ນເທິງ ແລະ ທຶນຂອງຕົນເອງຕາມເງື່ອນໄຂຕົວຈິງ, ໄດ້ເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງຊາວໜຸ່ມຂັ້ນຂອງຕົນຢ່າງເປັນລະບົບຄົບຊຸດ ນັບແຕ່ໜ່ວຍລົງຮອດຈຸໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ຖືສໍາຄັນການເຄື່ອນໄຫວດໍາເນີນຊີວິດການເມືອງສໍາຫຼວດກວດກາພາຍໃນ, ຂັ້ນຈຸ, ຂັ້ນໜ່ວຍເປັນປົກກະຕິ, ອັນພົ້ນເດັ່ນອີງຕາມການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນຂອງສະມາຊິກ ຊາວໜຸ່ມທີ່ເພີ່ມຂຶ້ນຫຼາຍ ປັດຈຸບັນກຳລັງສະເໜີຫ້ອງການຊາວໜຸ່ມກອງທັບ ໂດຍຜ່ານພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສ້າງຕັ້ງເປັນຄະນະບໍລິຫານງານຊາວໜຸ່ມກອງວິທະຍຸກະຈາຍສຽງກອງທັບ, ນອກຈາກນີ້ຊາວໜຸ່ມຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງບູລະນະສະຖານທີ່ຄ້າຍຄູຂອງກົມກອງໃຫ້ມີຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍເຊັ່ນ: ກໍ່ສ້າງສາງອາໄຫລ່ເກັບມ້ຽນອຸປະກອນວິທະຍຸ, ອອກແຮງງານລວມຮັກສາອະນາໄມສະຖານທີ່ ຄ້າຍຄູ ແລະ ປັບປຸງກໍ່ສ້າງກົມກອງ ຕາມການມອບໝາຍຂອງກົມກອງ ເຮັດໃຫ້ກົມກອງມີການຫັນປ່ຽນຢ່າງຕັ້ງໜ້າ. ສໍາລັບວຽກງານຫາລາຍໄດ້, ຊີ້ນໍາປຸກລະດົມໃຫ້ສະມາຊິກຊາວໜຸ່ມເຂົ້າຮ່ວມກອງທຶນພັດທະນາຊາວໜຸ່ມທົ່ວກອງທັບ ແລະ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີເງິນກອງທຶນ 16.176.500 ກີບ, ພ້ອມທັງຊຸກຍູ້ຂະບວນການສ້າງເສດຖະກິດກໍຄືວຽກຫາລາຍໄດ້ເຂົ້າຄັງຂອງໜ່ວຍ ດ້ວຍການຂາຍເຄື່ອງຍ່ອຍ, ຊອກແຫຼ່ງລາຍຮັບຈາກການກໍ່ສ້າງສາງມ້ຽນເຄື່ອງຂອງເຕັກນິກ ແລະ ສ້າງກອງທຶນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສ້າງກອງທືນກູ້ຢືມດອກເບ້ຍຕໍ່າ ເພື່ອອໍານວຍຄວາມສະດວກໃນການແກ້ໄຂຊີວິດການເປັນຢູ່ໃນກໍລະນີຈໍາເປັນ ເຊິ່ງມີເງິນກອງທຶນທັງໝົດ 22.927.000 ກີບ. ນອກນີ້ຍັງໄດ້ນໍາພາສະມາຊິກຊາວໜຸ່ມເພີ່ມພູນຜະລິດຜົນປູກຜັກຕາມລະດູການ ຕາມເງື່ອນໄຂຕົວຈິງຂອງກົມກອງ ເກັບກູ້ຜົນລະປູກໄດ້ 20-30 ກິໂລຕໍ່ເດືອນ ຜ່ານການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກສາມາດ ຕີລາຄາອົງການຈັດຕັ້ງຂັ້ນໜ່ວຍເປັນໜ່ວຍຊາວໜຸ່ມນຳໜ້າ 4 ບຸກ, ສະມາຊິກນໍາໜ້າ 4 ບຸກ ປະເພດ I ມີ 86 ສະຫາຍ, ປະເພດ II ມີ 4 ສະຫາຍ.
ໂອກາດນີ້ ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ໄດ້ມີຄໍາເຫັນຮຽກຮ້ອງໃຫ້ໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ, ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງໃຫ້ອົງການຈັດຕັ້ງຊາວໜຸ່ມກາຍເປັນກຳລັງແຮງສັງລວມໃນການເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ.
ຂ່າວ-ພາບ: ຄໍາໄຕ ຈັນນະຄອນ.