ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ວັນທີ 5 ມິຖຸນາ 2025 , ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ປະລິນຍາເອກ ສອນທະນູ ແກ້ວໝື່ນເຮືອງ ຄະນະປະຈຳພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກວິທະຍາຄານ, ຄະນະພັກ-ຄະນະບັນຊາ 39 ໜ່ວຍ ແລະ ສະມາຊິກພັກທົ່ວວິທະຍາຄານເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນດາ ໄຊຈະເລີນ ຮອງຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ນໍາພາແນວຄິດເປັນກົກ ເພື່ອໃຫ້ພະນັກງານສະມາຊິກພັກ ແລະ ນັກຮົບ ທຸກຄົນ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການຈັດຕັ້ງ ແລະ ປະຊາຊົນ, ໂດຍການເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ບັນດາຄໍາແນະນໍາຕ່າງໆ ຂອງກະຊວງປ້ອງກັນປະເທດ ແລະ ທິດທາງແຜນການຂອງ ວປກ ວາງອອກ. ຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນ ການກໍ່ສ້າງກົມກອງ 3 ປອດ, ກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບ ທົ່ວອົງຄະນະພັກ ວປກ, ພ້ອມທັງໄດ້ເອົາໃຈໃສ່ປັບປຸງ – ກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ – ແນວຄິດ, ການ ຈັດຕັ້ງ ແລະ ແບບແຜນການນໍາພາ, ຍົກສູງຄຸນທາດການເມືອງ, ຄຸນສົມບັດ, ຄວາມຮູ້ຄວາມສາມາດໃຫ້ແກ່ຮາກຖານພັກ ແລະ ສະມາຊິກພັກ ເປັນຕົ້ນແມ່ນການສຶກສາອົບຮົມກ່ຽວກັບພາລະບົດບາດ, ສິດ, ໜ້າທີ່ຂອງຄະນະພັກ, ໜ່ວຍພັກ ແລະ ສະມາຊິກ ພັກຢ່າງທົ່ວເຖິງ. ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງພັກ, ໜ່ວຍພັກ, ສາມາດຊີ້ນໍາ – ນໍາພາ ແຕ່ລະຂົງເຂດ ວຽກງານມີຜົນສໍາເລັດຢ່າງດີ. ວຽກງານຂະຫຍາຍພັກຖືເອົາຄຸນນະພາບເປັນຕົ້ນຕໍ ແລະ ປະລິມານສໍາຄັນ ໄດ້ປະຕິບັດຖືກຕ້ອງ ຕາມບາດກ້າວຂັ້ນຕອນຂະຫຍາຍມະຫາຊົນຜູ້ທີ່ກ້າວໜ້າ ທີ່ມີເງື່ອນໄຂມາດຖານຕາມລະບຽບການຂອງພັກວາງອອກ, ຄະນະພັກວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ມີສະມາຊິກພັກ 1.217 ສະຫາຍ, ຍິງ 282 ສະຫາຍ, ໃນນີ້ສະມາຊິກພັກແຂງ 1.061 ສະຫາຍ ກວມເອົາ 83,48%; ສະມາຊິກພັກກາງ 18 ສະຫາຍ ກວມເອົາ 1,48%, ໜ່ວຍພັກແຂງ 50 ໜ່ວຍພັກ, ກວມເອົາ 100%. ປີ 2024 ທົ່ວອົງຄະນະພັກ ວປກ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 42 ໜ່ວຍພັກ ເທົ່າກັບ 84 % ໃນນີ້ມີ 10 ໜ່ວຍພັກ ໄດ້ 6 ສະໄໝຕິດຕໍ່ກັນ, 1 ໜ່ວຍພັກ 5 ສະໄໝຕິດຕໍ່ກັນ 4 ໜ່ວຍພັກ 3 ສະໄໝຕິດຕໍ່ກັນ17 ໜ່ວຍພັກ 2 ສະໄໝຕິດຕໍ່ກັນ ແລະ ຮັບຮອງໃໝ່ 10 ໜ່ວຍພັກ.

ຈາກນັ້ນໃນກອງປະຊຸມຍັງໄດ້ມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງສົມກຽດ.

ສະຫາຍ ພັນເອກ ປະລິນຍາເອກ ສອນທະນູ ແກ້ວໝື່ນເຮືອງ ໄດ້ມີຄຳຄິດເຫັນໂອ້ລົມ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ, ຮຽກຮ້ອງໃຫ້ ສະມາຊິກພັກ-ພະນັກງານກຳແໜ້ນ ແລະ ຜັນຂະຫຍາຍ ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດກົດລະບຽບຂອງພັກ-ລັດ, ຂອງກອງທັບ, ເພີ່ມ ທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເພື່ອສ້າງໃຫ້ກົມກອງ ກາຍເປັນກົມກອງທີ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງໃນທຸກໆ ດ້ານ.

ຂ່າວ-ພາບ: ລິຕ້າ.