ຖືເອົາບັ້ນແຂ່ງຂັນ ສ້າງຜົນງານ ແລະ ຂະບວນດ້ານຕ່າງໆ ຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດ ໃນປີ 2025 ເປັນການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ ໃຫ້ກາຍເປັນກອງຈຸດສຸມຕົວແບບຂອງກອງທັບ.





ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ສຸມໃສ່ສ້າງຜົນງານ ແລະ ຂະບວນດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 ເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເວົ້າສະເພາະແມ່ນວັນສ້າງຕັ້ງ ກອງພັນໃຫຍ່ 11 ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ, ພ້ອມກັນນັ້ນ, ກໍເພື່ອເປັນການເສີມຂະຫຍາຍທາດແທ້ມູນເຊື້ອບັນດາວັນປະຫວັດສາດສຳຄັນດັ່ງກ່າວ ໃຫ້ໜັກແໜ້ນກວ່າເກົ່າ ແລະ ຖືເອົາບັ້ນແຂ່ງຂັນນີ້ ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆໃນການປັບປຸງກໍ່ສ້າງກອງທັບ, ກໍ່ສ້າງກົມກອງ ໃຫ້ກາຍເປັນກອງຈຸດສຸມຕົວແບບຂອງກອງທັບ ໂດຍຕິດພັນກັບຂະບວນການກໍ່ສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ, ປອດໄພ, ປອດຄະດີ, ກອງວັດທະນະທຳ, ນັກຮົບວັດທະນະທຳ ແລະ ກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທັງ 03 ດ້ານ: ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ປະຕິບັດລະບຽບວິໃນຢ່າງເຂັ້ມງວດ, ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11 ໃຫ້ສໍາພາດວ່າ: ກອງພັນໃຫຍ່ 11 ແມ່ນມີພາລະບົດບາດໜ້າທີ່ປ້ອງກັນນະຄອນຫຼວງວຽງຈັນ ແລະ ອົງການນໍາພັກ-ລັດ, ເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບໃນຂອບເຂດທົ່ວປະເທດເມື່ອມີຄໍາສັ່ງຂອງຂັ້ນເທິງ, ເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງຮອບດ້ານ ແລະ ເປັນກົມກອງຈຸດສຸມຕົວແບບຂອງກະຊວງປ້ອງກັນປະເທດ, ເຮັດໜ້າທີ່ລົງກໍ່ສ້າງຮາກຖານການເມືອງກັບພໍ່ແມ່ປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນໝູ່ບ້ານອ້ອມຂ້າງກົມກອງຕັ້ງທັບໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ພ້ອມນີ້, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ກໍໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບທຸກສະຫາຍ ເປັນບັນຫາສໍາຄັນ, ໂດຍຈັດຕັ້ງພິທີປາຖະກະຖາບັນດາວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ກໍຄືຂອງກົມກອງ, ຊັບຊ້ອນບູລະນະການຈັດຕັ້ງທຸກຂັ້ນໃຫ້ແທດເໝາະກັບໜ້າທີ່ການເມືອງຂອງກົມກອງ, ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດເປັນປົກກະຕິ, ເປີດກອງປະຊຸມສະຫຼຸບຖອດ-ຖອນບົດຮຽນວຽກງານຮອບດ້ານປະຈຳປີ ເປັນປົກກະຕິ. ຈິ່ງເຮັດໃຫ້ທົ່ວກອງພັນໃຫຍ່ 11 ມີຄວາມສະຫງົບທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ພະນັກງານ-ນັກຮົບທຸກສະຫາຍ ມີຫຼັກໝັ້ນຊົນຊັ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ພ້ອມກັນປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ.
ໃນປີ 2024 ທີ່ຜ່ານມາ ກອງພັນໃຫຍ່ 11 ແມ່ນໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ຄື: ໄດ້ສໍາເລັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໄດ້ເຂົ້າຮ່ວມຊ້ອມຮົບລະຫວ່າງສອງກອງທັບລາວ-ຈີນ ພາຍໃຕ້ຄໍາຂວັນ ໂລ້ກຳບັງມິດຕະພາບ 2024, ເຂົ້າຮ່ວມຊ້ອມຮົບລາວ-ລັດເຊຍ ພາຍໃຕ້ຄໍາຂວັນ ລາໂຣດ 2024 ແລະ ເຂົ້າຮ່ວມສວນສະໜາມພີທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບໝາກຜົນອັນຈົບງາມ. ນອກຈາກນີ້, ກອງພັນໃຫຍ່ 11 ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານດ້ານຕ່າງໆຂອງກົມກອງ ໂດຍອີງໃສ່ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບໜ້າທີ່ການເມືອງຂອງກົມກອງໃຫ້ມີຜົນສໍາເລັດສູງ.
ສະຫາຍ ພັນເອກ ພອນມີໄຊ ສີວົງຊໍາ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11 ໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ກໍໄດ້ຊີ້ນໍາ-ນໍາພາ, ມອບໝາຍໜ້າທີ່ ແລະ ປະສານສົບທົບກັບຄະນະພັກ-ຄະນະບັນຊາບັນດາກອງພັນ, ກອງຮ້ອຍເອກະລາດ, ໝວດຂຶ້ນກັບ ລົງເຄື່ອນໄຫວຕິດຕາມກວດກາ ເພື່ອເກັບກຳສະພາບການເມືອງ-ແນວຄິດຂອງນາຍ ແລະ ພົນທະຫານ ຢູ່ພາຍໃນກົມກອງເພື່ອຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ແລະ ແກ້ໄຂ້ໃຫ້ທັນກັບສະພາບການຂອງກົມກອງ, ຄຽງຄູ່ກັນນີ້, ວຽກງານເສນາ ກໍໄດ້ຈັດຕັ້ງລະບົບປະຈຳການແຕ່ລະຂັ້ນຕະຫຼອດ 24 ຊົ່ວໂມງ, ນາຍ ແລະ ພົນທະຫານໄດ້ເປັນເຈົ້າການໃນການປະຕິບັດບັນດາຂໍ້ກຳນົດກົດລະບຽບກໍ່ຄື 7 ລະບອບ 18 ວຽກໃນມື້ໜຶ່ງຢ່າງເຂັ້ມງວດ ແລະ ໄດ້ສໍາເລັດການເຂົ້າຮ່ວມການແຂ່ງຂັນກິລາການທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ດັ່ງນັ້ນ, ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ໃນປີ 2025, ກອງພັນໃຫຍ່ 11 ແມ່ນໄດ້ສຸມໃສ່ບັນດາຂະບວນການຕ່າງໆ ເຊັ່ນ: ຂະບວນການສຶກສາອົບຮົມການເມືອງ-ນ ໍາພາແນວຄິດ, ຂະບວນການອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກ, ຂະບວນການປັບປຸງກໍ່ສ້າງກົມກອງ, ຂະບວນການອອກແຮງງານ, ຂະບວນການເພີ່ມພູນຜະລິດຜົນ, ຂະບວນການກິລາ, ຂະບວນການສິລະປະວັນນະຄະດີຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ ເພື່ອສ້າງເປັນຜົນງານປະດັບເອ້ໃຫ້ແກ່ວັນດັ່ງກ່າວໃຫ້ເປັນຮູບປະທຳຕົວຈິງ. ສຳລັບວຽກງານພະລາທິການ ໂດຍປະຕິບັດຕາມຄໍາຂວັນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ໄດ້ສຸມໃສ່ຊີ້ນໍາວິຊາສະເພາະ ໂດຍສະເພາະແມ່ນໃຫ້ສຸມໃສ່ການປູກ, ການລ້ຽງ ເປັນຕົ້ນຕໍ ໃນນີ້ ໄດ້ປູກພືດລົ້ມລຸກຕາມລະດູການ ສາມາດສະໜອງພືດຜັກເຂົ້າເຮືອນຄົວລວມ ໄດ້ 90-95 %, ການລ້ຽງ ໄດ້ສຸມໃສ່ລ້ຽງສັດ ເປັນຕົ້ນ: ງົວ, ຄວາຍ ໝູ, ສັດປີກ ແລະ ສັດນໍ້າ, ມາຮອດປັດຈຸບັນທົ່ວກອງພັນໃຫຍ່ໄດ້ມີງົວທັງໝົດ 100 ກວ່າໂຕ, ໝູ 30 ໂຕ, ແບ້ 25 ໂຕ, ນອກນີ້, ຍັງໄດ້ລ້ຽງສັດປີກ ແລະ ປາໜອງອີກຈໍານວນໜຶ່ງ ເຮັດໃຫ້ກົມກອງສາມາດຮັບປະກັນດ້ານຊີ້ນກິນໄດ້ເຖິງ 80-90%.
ໂດຍ: ບິກໄຊ ສົມພູ