40 ປີ ແຫ່ງການປະຕິບັດຄໍາຂວັນທີ່ວ່າ “ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບ່ອນນັ້ນບໍ່ມີການນໍາພາ”



ເນື່ອງໃນໂອກາດວັນສ້າງຕັ້ງກົມກວດກາກະຊວງປ້ອງກັນປະເທດ ຄົບຮອບ 40 ປີ
( 25 ພຶດສະພາ 1985 – 25 ພຶດສະພາ 2025 ), ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່ ເລຂາໜ່ວຍພັກກວດກາ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ໄດ້ຕາງໜ້າໃຫ້ຄະນະນໍາກົມກວດກາ, ກໍຄືພະນັກງານ – ນັກຮົບທີ່ເຮັດວຽກງານກວດກາໃນທົ່ວກອງທັບ ຫວນຄືນເສັ້ນທາງແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວອັນລະອິດລະອ້ຽວຂອງກົມກວດກາກະຊວງປ້ອງກັນປະເທດ, ເພື່ອໃຫ້ພະນັກງານຮຸ້ນສືບທອດເຫັນໄດ້ມູນເຊື້ອອັນດີງາມ, ທີ່ໜ້າເອກອ້າງທະນົງໃຈຂອງພະນັກງານ-ນັກຮົບ, ທີ່ໄດ້ກໍ່ສ້າງ ແລະ ພັດທະນາກົມກວດກາກະຊວງປ້ອງກັນປະເທດໃຫ້ເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະ 40 ປີຜ່ານມາວ່າ: ວຽກງານກວດກາໃນກອງທັບປະຊາຊົນລາວ ແມ່ນປັດໃຈໜຶ່ງທີ່ມີບົດບາດສຳຄັນ, ຮັບປະກັນໃຫ້ແກ່ວຽກງານການເຄື່ອນໄຫວສູ້ຮົບ ແລະ ສູ້ຮົບມີໄຊຂອງກອງທັບ, ເພື່ອເຮັດສໍາເລັດໜ້າທີ່ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນວັນທີ 16 ກຸມພາ 1982 ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງຄຶກຄື້ນ ໃນວາລະກອງປະຊຸມຄັ້ງປະຫວັດສາດນີ້ ສູນກາງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ແຫ່ງ ສປປລາວ ໄດ້ເປັນເອກະພາບປະກາດສ້າງຕັ້ງຄະນະກຳມະການກວດກາພັກ-ລັດຂັ້ນສູນກາງຂຶ້ນຢ່າງເປັນທາງການ, ຕໍ່ມາວັນທີ 25 ພຶດສະພາ 1985 ຄະນະກໍາມະການກວດກາກອງທັບກໍໄດ້ຮັບການສ້າງຕັ້ງຂຶ້ນ ໂດຍການແຍກຂົງເຂດວຽກງານຂອງຄະນະກຳມະການກວດກາສູນກາງ ມາຂຶ້ນກັບກະຊວງປ້ອງກັນປະເທດເອີ້ນວ່າ: ຄະນະກວດກາກອງທັບ. ການຈັດຕັ້ງຄະນະກວດກາກອງທັບ ( 1985-1991 ) ປະກອບດ້ວຍ ສະຫາຍ ພົນຈັດຕະວາ ຈັນກໍ ພິມມະສອນ ເປັນປະທານກວດກາ, ສະຫາຍ ພັນເອກ ຄໍາເລີຍ ອິນທະຄໍາ ເປັນຮອງປະທານ ປະກອບມີພະນັກງານວິຊາການ ( ຜູ້ຊ່ວຍວຽກ ) 3 ສະຫາຍ, ການຈັດຕັ້ງປະກອບຂອງຄະນະກໍາມະການກວດກາກອງທັບໃນເບື້ອງຕົ້ນແມ່ນກະທັດຮັດຍັງບໍ່ທັນເປັນຮູບເປັນຮ່າງພຽງແຕ່ໄດ້ຈັດຕັ້ງເປັນຫ້ອງການຂຶ້ນກັບກົມໃຫຍ່ການເມືອງກອງທັບ, ແຕ່ພາຍໃຕ້ການຊີ້ນໍາຈາກຄະນະກວດກາພັກ-ລັດ ແຫ່ງ ສປປລາວ, ຄະນະກວດກາກອງທັບໄດ້ຂະຫຍາຍລະບົບການຈັດຕັ້ງອອກທົ່ວກອງທັບ ລົງສູ່ຮາກຖານກົມກອງທະຫານຄື: 17 ກອງບັນຊາການທະຫານແຂວງ, 1 ກໍາແພງນະຄອນ, 5 ກອງພົນທະຫານຮາບ, 5 ກອງພັນໃຫຍ່ ແລະ ບັນດາໂຮງຮຽນ, ວິທະຍາຄານ, ໂຮງໝໍ, ໂຮງງານຈຳນວນໜຶ່ງ. ນອກນີ້ຍັງມີບັນດາໜ່ວຍພັກຢູ່ແຕ່ລະກົມກອງ ແລະ ໝວດທະຫານເມືອງຂອງບາງແຂວງກໍໄດ້ຈັດຕັ້ງມີຄະນະກວດກາປະຈຳຂັ້ນຂອງຕົນ, ວັນທີ 25 ເມສາ 2013 ຄະນະກວດກາພັກກະຊວງປ້ອງກັນປະເທດ ໄດ້ສະເໜີຄະນະກວດກາສູນກາງພັກ ເພື່ອປະກາດປ່ຽນຊື່ ກົມກວດກາກອງທັບ ມາເປັນກົມກວດກາກະຊວງປ້ອງກັນປະເທດ ຕາມຂໍ້ກໍານົດ ສະບັບເລກທີ 1044/ກປທ, ລົງວັນທີ 25 ເມສາ 2013 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາກະຊວງປ້ອງກັນປະເທດ ຈົນເຖິງປັດຈຸບັນ.
ການກຳເນີດເກີດຂຶ້ນ ຂອງອົງການກວດກາກອງທັບ ແມ່ນໝາກຜົນແຫ່ງການສົມທົບລະຫວ່າງຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງທົ່ວປວງຊົນລາວ ຕັ້ງແຕ່ກໍາເນີດຂຶ້ນຄະນະກວດກາກອງທັບກໍໄດ້ສືບທອດ ພາລະກິດອັນມີກຽດສະຫງ່າຂອງອົງຄະນະພັກກະຊວງປ້ອງກັນປະເທດຮັບເອົາພາລະກຳປະຫວັດສາດອັນແສນຫຍຸ້ງຍາກ, ສັບສົນ ແຕ່ກໍມີກຽດສະຫງ່າໃນຂະບວນກໍ່ສ້າງຖັນແຖວກອງທັບປະຊາຊົນລາວໄລຍະໃໝ່, ພະນັກງານບັນຊາ ແລະ ວິຊາການ ທີ່ໄດ້ຮັບການປະກອບໃນຄະນະກວດກາກອງທັບເວລານັ້ນ ລ້ວນແຕ່ແມ່ນຜູ້ທີ່ຢຶດໝັ້ນແນວທາງການນຳພາຂອງພັກ, ບໍ່ຄອນແຄນຕໍ່ສະພາບແຫ່ງຄວາມທ້າທາຍ, ສັບສົນຂອງສັງຄົມ, ອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະຕິບັດສຳເລັດໜ້າທີ່ຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້, ສັດຊື່ບໍລິສຸດຕໍ່ພັກ ຕໍ່ການປະຕິວັດ ແລະ ຕໍ່ປະຊາຊົນ, ຈຳແນກມິດ-ສັດຕູຢ່າງຈະແຈ້ງ ແລະ ເດັດຂາດ, ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ແຕ່ອະດີດ ຫາ ປັດຈຸບັນມີການນໍາກົມທັງໝົດ 10 ຮຸ້ນ ໃນນີ້ການນໍາໃນໄລຍະເອີ້ນຊື່ກົມກວດກາກອງທັບ 5 ຮຸ້ນ, ໄລຍະເອີ້ນຊື່ກົມກວດກາກະຊວງປ້ອງກັນປະເທດ 5 ຮຸ້ນ, ເຊິ່ງແຕ່ລະຮຸ້ນໄດ້ເອົາໃຈໃສ່ຊີ້ນຳຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາປົກກະຕິຢູ່ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ການຈັດຕັ້ງພັກທົ່ວກອງທັບ, ການຂະຫຍາຍພັກ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ຖືກກັບຂັ້ນຕອນລະບຽບການ ແລະ ທິດນໍາຂອງການຂະຫຍາຍພັກໃນໄລຍະໃໝ່, ນອກນັ້ນວຽກງານຕິດຕາມ, ກວດກາລັດ ໄດ້ຈັດຕັ້ງດໍາເນີນການກວດກາຕາມຜົນການກວດສອບ 19 ໂຄງການ; ກວດກາໂຄງການລົງທຶນຂອງລັດ 110 ໂຄງການ ແລະ ກວດກາການເຊົ່າ-ສໍາປະທານທີ່ດິນຂອງລັດ ໃນຂອບເຂດທົ່ວປະເທດ 438 ໂຄງການ, ກວດກາໂຄງການກໍ່ສ້າງ-ສ້ອມແປງເຄຫາສະຖານ ແລະ ເສັ້ນທາງຂອງກອງທັບ 243 ໂຄງການ ແລະ ທຶນຊ່ວຍເຫຼືອລ້າຈາກ ສສ ຫວຽດນາມ 1 ໂຄງການ ແລະ ກວດກາການຈັດຊື້-ຈັດຈ້າງຕ່າງໆ 10 ໂຄງການ, ເຂົ້າຮ່ວມຄະນະກຳມະການຕິດຕາມ, ກວດກາໂຄງການພັດທະນາກຸ່ມບ້ານຄັງວຽງ ທັງໝົດ 27 ໂຄງການ.
ສັງລວມແລ້ວໃນຕະຫຼອດໄລະຍະ 40 ປີຜ່ານມາ ວຽກງານກວດກາກອງທັບ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມຜ່ອງໃສຂອງພັກ ແລະ ຄວາມສັກສິດແຫ່ງການນໍາພາຂອງພັກ ເຮັດໃຫ້ພະນັກງານ, ສະມາຊິກພັກທຸກຄົນຍົກສູງໄດ້ບົດບາດ ແລະ ເປັນແບບຢ່າງໃນຂະບວນການປະຕິວັດຂອງມະຫາຊົນ, ພະນັກງານໄດ້ມີຄວາມເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດໝາຍ, ປົກປັກຮັກສາວັດຖຸຊັບສົມບັດເງິນຄໍາຂອງລັດຂອງກອງທັບ ແລະ ປົກປ້ອງພະນັກງານສະມາຊິກພັກ ທີ່ເຄື່ອນໄຫວຢູ່ໃນຖັນແຖວກຳລັງປະກອບອາວຸດ, ຕ້ານທຸກກົນອຸບາຍ ແລະ ການມ້າງເພທຳລາຍຂອງສັດຕູໃນຫຼາຍດ້ານ, ຕ້ານທຸກປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງໄດ້ບາດກ້າວສໍາຄັນໜຶ່ງ, ວຽກງານກວດກາດໍາເນີນໄປຮອດໃສກໍສາມາດຈໍາກັດໄດ້ປະກົດການຫຍໍ້ທໍ້ຕ່າງໆ ຮອດປັດຈຸບັນ ວຽກງານກວດກາໄດ້ກາຍເປັນຄວາມຮັບຜິດຊອບການເມືອງຂອງຄະນະພັກ-ຄະນະບັນຊາຂັ້ນຕ່າງໆ “ ບ່ອນໃດມີການນໍາພາ ບ່ອນນັ້ນຕ້ອງມີການກວດກາ, ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບ່ອນນັ້ນບໍ່ມີການນໍາພາ ” ທັງສອງດ້ານນີ້ມີການພົວພັນກັນຢ່າງສັດຈະວິພາກບໍ່ສາມາດຕັດແຍກອອກຈາກກັນໄດ້ ສົມທົບຢ່າງກົມກຽວກັບການກໍ່ສ້າງ ແລະ ປັບປຸງແນວຄິດການເມືອງ, ຄຸນສົມບັດສິນທໍາປະຕິວັດເຂົ້າໃນຂະບວນວິວັດທະນາການສ້າງກອງທັບໃຫ້ມີແບບແຜນທັນສະໄໝ, ເຂັ້ມແຂງຮອບດ້ານໃນທົ່ວກອງທັບ
ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະຜ່ານມາ ກົມກວດກາກະຊວງປ້ອງກັນປະເທດໄດ້ຮັບການຍ້ອງຍໍປະເພດຕ່າງໆຈາກຂັ້ນເທິງຄື: ຫຼຽນໄຊອິດສະຫຼະ ຊັ້ນII 1 ໜ່ວຍ; ຫຼຽນໄຊພິລະອາດຫານ ຊັ້ນII 1 ໜ່ວຍ; ຫຼຽນໄຊແຮງງານ ຊັ້ນII 1 ໜ່ວຍ; ໃບຍ້ອງຍໍຈາກຄະນະພັກກະຊວງຈໍານວນ 1 ໃບ; ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 1 ໃບ; ໄດ້ຮັບໃບຢັ້ງຢືນກອງສາມປອດ ແລະ ໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ 5 ປີຕິດຕໍ່ກັນ.
ໃນໂອກາດວັນສ້າງຕັ້ງກົມກວດກາກະຊວງປ້ອງກັນປະເທດ ຄົບຮອບ 40 ປີ
( 25 ພຶດສະພາ 1985 – 25 ພຶດສະພາ 2025 ) ສະຫາຍ ພັນເອກ ແພງສີ ເສັງວິໄຊ ກໍາມະການຄະນະພັກກົມໃຫຍ່ ເລຂາໜ່ວຍພັກກວດກາ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ຍັງໄດ້ຕາງໜ້າໃຫ້ຄະນະນໍາ, ກໍຄືພະນັກງານ – ນັກຮົບ ທົ່ວກົມກວດກາກະຊວງປ້ອງກັນປະເທດ ອວຍພອນໄຊອັນປະເສີດມາຍັງການນໍາພັກ – ລັດ ຈົ່ງມີພາລະນາໄມສົມບູນ, ສືບຕໍ່ຊີ້ນໍາ – ນໍາພາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເລື້ອຍໆ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ – ກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ຊີ້ນໍາ – ນໍາພາກອງທັບກ້າວຂຶ້ນເປັນກອງທັບປະຕິວັດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ ເວົ້າລວມ, ເວົ້າສະເພາະ ຊີ້ນໍາ – ນໍາພາວຽກງານກວດກາ ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ອວຍພອນໃຫ້ນາຍ ແລະ ພົນທະຫານທີ່ເຮັດວຽກງານກວດກາທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມຄວາມໄວ້ເນື້ອເຊື່ອໃຈຂອງພັກ – ລັດ, ຂອງກອງທັບ ກໍຄື ປະຊາຊົນບັນດາເຜົ່າ ມອບໝາຍໃຫ້ ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂຽນໂດຍ: ລິຕ້າ.