ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ

ເນື່ອງໃນໂອກາດວັນຜູ້ນໍາແນວລາວຮັກຊາດ ຈຳນວນ 16 ທ່ານ ໂຕນອອກຈາກຄຸກໂພນເຄັງຄົບຮອບ 65 ປີ (23 ພຶດສະພາ 1960 – 23 ພຶດສະພາ 2025), ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ຫົວໜ້າອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຍົກໃຫ້ເຫັນມູນເຊື້ອວິລະກຳອັນມະຫັດສະຈັນຂອງວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ເພື່ອປະຕິບັດຕາມສັນຍາເຊີແນວທີ່ໄດ້ເຊັນກັນ ໃນວັນທີ 20 ກໍລະກົດ 1954 ແລະ ສັນຍາວຽງຈັນ ວັນທີ 22 ຕຸລາ 1957, ບັນດາຜູ້ນໍາຂອງພັກ, ແນວລາວຮັດຊາດ ພ້ອມທັງກໍາລັງຝ່າຍປະເທດລາວ ທີ່ໄດ້ເຕົ້າໂຮມຢູ່ສອງແຂວງ(ຫົວພັນ ແລະ ຜົ້ງສາລີ) ທັງໝົດເກືອບ 10,000 ກວ່າຄົນ ໄດ້ເຂົ້າຮ່ວມຄວາມປອງດອງຊາດ, ເພື່ອໃຫ້ຄົນລາວຮ່ວມເຂົ້າເປັນອັນດຽວໃນວົງຄະນາຍາດແຫ່ງຊາດ. ເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງທັງສອງສັນຍາດັ່ງກ່າວ. ມາຮອດ ວັນທີ 19 ພະຈິກ ປີ 1957 ລັດຖະບານປະສົມຊົ່ວຄາວແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນເຈົ້າ ສຸວັນນະພູມມາ ເປັນນາຍົກ ລັດຖະມົນຕີ ປະກອບດ້ວຍລັດຖະມົນຕີ 12 ທ່ານ, ໃນນັ້ນ ມີຜູ້ນໍາຂອງຝ່າຍປະເທດລາວ, ແນວລາວຮັກຊາດ 2 ທ່ານ ຄື: ທ່ານປະທານ ສຸພານຸວົງ ເປັນລັດຖະມົນຕີກະຊວງແຜນຜັງ ແລະ ກໍ່ສ້າງ, ທ່ານ ພູມີ ວົງ ວິຈິດ ເປັນລັດຖະມົນຕີ ກະຊວງທຳມະການ ແລະ ສີລະປະກຳ. ມາຮອດວັນທີ 4 ພຶດສະພາ 1958 ໄດ້ດໍາເນີນການເລືອກຕັ້ງເພີ່ມເຕີມ, ເພື່ອເລືອກເອົາຜູ້ແທນລາດຊະດອນ ເພີ່ມອີກ 21 ທ່ານ, (ລວມທັງຜູ້ແທນທີ່ມີແລ້ວ 39 ທ່ານ) ລວມເປັນ 60 ທ່ານ, ຝ່າຍແນວລາວຮັກຊາດອອກສະໝັກເລືອກຕັ້ງ 13 ທ່ານ, ໄດ້ຮັບ ການເລືອກຕັ້ງເປັນຜູ້ແທນສົມບູນ 9 ທ່ານ ແລະ ພັກອື່ນໆ (ພັກສັນຕິພາບເປັນກາງ, ພັກຝ່າຍວຽງຈັນ), ທັງໝົດຜູ້ແທນລາດຊະດອນ 60 ທ່ານໄດ້ມານັ່ງຢູ່ສະພາແຫ່ງຊາດ. ເພື່ອປະຕິບັດຕາມສັນຍາວຽງຈັນ ປີ 1957, ຝ່າຍປະເທດລາວ ໄດ້ໂອນສອງແຂວງເຂດເຕົ້າໂຮມ ຂອງກຳລັງຝ່າຍປະເທດລາວ ເຂົ້າເປັນເອກະພາບລວມກັບ 10 ແຂວງຂອງຝ່າຍວຽງຈັນຄວບຄຸມຊົ່ວຄາວ ເປັນ 12 ແຂວງໃນທົ່ວປະເທດ ແລະ ເອົາກໍາລັງປະກອບອາວຸດຈໍານວນ 1,500 ຄົນ. ໃນນີ້ໄດ້ແບ່ງອອກເປັນ ສອງກອງພັນເຂົ້າຮ່ວມ. ສ່ວນອາວຸດ-ຍຸດໂທປະກອນກໍໄດ້ມອບໃຫ້ລັດຖະບານເປັນຜູ້ຄຸ້ມຄອງທັງໝົດ. ພະນັກງານ-ນັກຮົບ ຈໍານວນຍັງເຫຼືອແມ່ນກະຈາຍກັນອອກເປັນກໍາລັງກອງຫຼອນຢູ່ຕາມແຕ່ລະທ້ອງຖິ່ນຂອງໃຜລາວໃນທົ່ວປະເທດ. ບົນພື້ນຖານຂອງສັນຍາ, ແນວລາວຮັກຊາດກໍໄດ້ຍ້າຍສໍານັກງານຢູ່ເມືອງ ວຽງໄຊ ແຂວງຫົວພັນ ມາຕັ້ງຢູ່ວຽງຈັນ ແລະ ໄດ້ສ້າງຫ້ອງການໜັງສືພີມ (ແລະ ໄດ້ໃສ່ຊື່ວ່າ: ໜັງສືພີມ ແນວລາວຮັກຊາດ) ເຊິ່ງຕໍ່ມາກໍໄດ້ເປັນກະບອກສຽງຂອງພັກອັນກວ້າງຂວາງ ເຊິ່ງໄດ້ພີມຈໍາໜ່າຍໜັງສືພີມໄປ ທົ່ວປະເທດ. ເພື່ອສືບຕໍ່ນໍາພາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສັນຕິພາບ, ເປັນກາງ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນນັ້ນ, ບັນດາລັດຖະມົນຕີ ແລະ ຜູ້ແທນຂອງຝ່າຍແນວລາວຮັກຊາດ ແລະ ພັກສັນຕິບານເປັນກາງ ແລະ ກຳລັງຝ່າຍປະເທດລາວ ໄດ້ເຮັດທຸກສິ່ງທຸກຢ່າງ ເພື່ອສ້າງຄວາມປອງດອງຊາດ, ປັບປຸງຄວາມສາມັກຄີພາຍໃນຊາດ, ລົບລ້າງຄວາມອາຄາດບາດໝາງເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ. ພໍຜ່ານໄປໄລຍະ 2 ປີ(1957-1958) ໃນເງື່ອນໄຂບ້ານເມືອງມີສັນຕິພາບ, ທຸກດ້ານຊີວິດສັງຄົມໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ. ອິດທິພົນຂອງຝ່າຍປະເທດລາວ, ແນວລາວຮັກຊາດ ແລະ ກຳລັງສັນຕິພາບ ເປັນກາງກໍນັບມື້ນັບກວ້າງຂວາງອອກ, ກາຍເປັນກະແສຟອງປະຕິວັດອັນແຮງກ້າ, ມັນໄດ້ຮຽກຮ້ອງໃຫ້ຝ່າຍວຽງຈັນຕ້ອງຈິງໃຈປະຕິບັດຕາມສັນຍາເຊີແນວ ປີ 1954 ແລະ ສັນຍາວຽງຈັນ ປີ 1957 ທີ່ໄດ້ເຊັນກັນຢ່າງຄົບຖ້ວນ, ແຕ່ກົງກັນຂ້າມຝ່າຍວຽງຈັນທີ່ນິຍົມລະບອບລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມລິກາ. ອັນໄດ້ເຮັດໃຫ້ມີການສູ້ຍັນກັນລະຫວ່າງຝ່າຍແນວລາວຮັກຊາດກັບຝ່າຍວຽງຈັນທີ່ນິຍົມອາເມລິການັບມື້ນັບດຸເດືອດຂ້ຽວຂາດ. ມາຮອດ ວັນທີ 22 ກໍລະກົດ ປີ 1958 ຜຸຍ ຊະນະນິກອນ ລູກມືຂອງຈັກກະພັດອາເມລິກາ. ໄດ້ກໍການໂຄ້ນລົ້ມລັດຖະບານປະສົມແຫ່ງຊາດ.

ວັນທີ 18 ສິງຫາ 1958 ຈັກກະພັດອາເມລິກາ ໄດ້ເອົາ ຜຸຍ ຊະນະນິກອນ ຂຶ້ນເປັນນາຍົກລັດຖະມົນຕີ ແທນ ເຈົ້າ ສຸວັນນະພູມມາ ແລະ ໄດ້ດໍາເນີນການປັບປຸງຄະນະລັດຖະບານໃໝ່ທັງໝົດ. ເຊິ່ງໃນນັ້ນບໍ່ມີຜູ້ແທນຂອງຝ່າຍແນວລາວຮັກຊາດເຂົ້າຮ່ວມ, ເຮັດໃຫ້ສະພາຜູ້ແທນລາດຊະດອນເປັນອໍາມະພາດ. ຕໍ່ຈາກນັ້ນ ຜຸຍ ຊະນະນິກອນ ໄດ້ອອກກົດໝາຍຕ້ານຄອມມູນິດ, ຍຸບເລີກສັນຍາເຊີແນວ ແລະ ສັນຍາວຽງຈັນ, ມ້າງເພຄວາມຖືກຕ້ອງປອງດອງຊາດ, ປະຕິບັດຕາມຄໍາສັ່ງຂອງອາເມລິກາ. ພວກເຂົາໄດ້ອອກແຮງປາບປາມ, ຈັບກຸມຂຸ້ມຂັງຄົນຂອງຝ່າຍແນວລາວຮັກຊາດນັບແຕ່ລັດຖະບານຈົນຮອດທ້ອງຖິ່ນໃນທົ່ວປະເທດຢ່າງເປີດແປນທີ່ສຸດ. ຮອດວັນທີ 28 ສິງຫາ 1958 ສູນກາງພັກ ໄດ້ເປີດກອງປະຊຸມຢູ່ວຽງຈັນເພື່ອປຶກສາຕິລາຄາສະພາບ ແລະ ວາງແຜນຫັນທິດການຕໍ່ສູ້ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນປະທານກອງປະຊຸມ: ກອງປະຊຸມໄດ້ເປັນເອກະພາບກັນວ່າ ຕ້ອງມີກໍາລັງເຄື່ອນໄຫວແບບປິດລັບ ແລະ ກໍາລັງເຄື່ອນໄຫວແບບເປີດເຜີຍ. ໄດ້ມອບໃຫ້ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີສະນະ ສີສານ….. ໃຫ້ສືບຕໍ່ເຄື່ອນໄຫວຢູ່ວຽງຈັນ. ຈໍານວນທີ່ຍັງເຫຼືອແມ່ນໃຫ້ກັບຄືນເມື່ອເຄື່ອນໄຫວປິດລັບຢູ່ເຂດທີ່ໝັ້ນເຊີ່ງມີ: ທ່ານ ໄກສອນ ພົມວິຫານ, ທ່ານ ຄໍາໄຕ ສີພັນດອນ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ບຸນ ພົມມະຫາໄຊ….. ພ້ອມນັ້ນໄດ້ປະຕິຍານຕໍ່ກັນວ່າ; ຈະເດັດດ່ຽວຕໍ່ສູ້ທາງການເມືອງຈົນເຖິງທີ່ສຸດ (ເຖິງຈະຖຶກສັດຕູຈັບກໍຍອມເສຍສະຫຼະ ເພື່ອປະເທດຊາດ ແລະ ໄຊຊະນະຂອງ ການປະຕິວັດ….ທ່ານ ໄກສອນ ພົມວິຫານ ກໍໄດ້ປະຕິຍານວ່າ ຈະເດັດດ່ຽວຕໍ່ສູ້ ເພື່ອພາລະກິດປະຕິວັດຈົນເຖິງໄຊຊະນະສຸດທ້າຍ…..).

ພາຍຫຼັງປະຊຸມສູນກາງພັກແລ້ວ ທ່ານ ໄກສອນ ພົມວິຫານ ແລະ ທ່ານ ຄໍາໄຕ ສີພັນດອນ ແລະ ທ່ານອື່ນໆ ກໍໄດ້ອອກຈາກວຽງຈັນກັບຄືນເຂດທີ່ໝັ້ນຂອງການປະຕິວັດ. ວັນທີ 11 ພຶດສະພາ 1959 ຜຸຍ ຊະນະນິກອນ ກໍໄດ້ອອກຄຳສັ່ງໃຫ້ກໍາລັງທະຫານປິດລ້ອມກອງພັນ ທີ 1 ຢູ່ເມືອງຊຽງເງິນ ແຂວງ ຫຼວງພະບາງ ແລະ ກອງພັນທີ 2 ຢູ່ທົ່ງໄຫຫີນຊຽງຂວາງ ແລະ ວັນທີ 12 ພຶດສະພາ 1959 ໄດ້ໃຊ້ກຳລັງປິດລ້ອມບໍລິເວນເຮືອນຂອງບັນດາຜູ້ນໍາຂອງພັກ, ຂອງແນວລາວຮັກຊາດ, ຮອດວັນທີ 28 ກໍລະກົດ 1959 ພວກເຂົາໄດ້ດໍາເນີນການຈັບກຸມຜູ້ນໍາພັກຂອງແນວລາວຮັກຊາດມາຂັງໄວ້, ເຊິ່ງພວກເຂົາໄດ້ດັດແປງຄອກມ້າເກົ່າຂອງພວກລ່າເມືອງຂຶ້ນຝຣັ່ງມາເປັນບ່ອນກັກຂັງບັນດາທ່ານຜູ້ນໍາແນວລາວຮັກຊາດ ຈໍານວນ 16 ທ່ານຄື: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູນ ສີປະເສີດ, ທ່ານ ພູມີ ວົງວິຈິດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໜື່ນ ສົມວິຈິດ, ທ່ານ ຄຳຜາຍ ບຸບຜາ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ. ນີ້ແມ່ນແຜນການປາບປາມຂອງຈັກກະພັດອາເມລິກາ ແລະ ຜຸຍ ຊະນະນິກອນ, ພວກເຂົາຄິດວ່າຈະເຮັດໃຫ້ກຳລັງຂອງການປະຕິວັດອ່ອນເພຍລົງ ໃນທີ່ສຸດກໍຈະຖຶກດັບສູນທັງໝົດ. ເວລາຢູ່ໃນຄຸກ ຜຸຍ ຊະນະນິກອນ ກໍໄດ້ຕັ້ງກຳມະການມາສືບສວນບັນດາທ່ານຜູ້ນຳເຮົາ, ແຕ່ບໍ່ໄດ້ຮັບຜົນຫຍັງ, ຊ້ຳບໍ່ໜໍາ ພັດໄດ້ຕົກທ່າຮັບຕໍ່ຄວາມບໍ່ຍຸຕິທຳ, ໃນການກະທໍາຂອງພວກເຂົາ ທີ່ໄດ້ລະເມີດເຈດຈໍານົງ ແລະ ລະເມີດສັນຍາທີ່ໄດ້ເຊັນໃນປີ 1954 ແລະ ສັນຍາວຽງຈັນປີ 1957 ຜ່ານມາ. ສ່ວນວ່າຜູ້ນໍາເຮົາເວລາຢູ່ໃນຄຸກກໍໄດ້ມີສະຕິລະວັງຕົວທຸກເວລາ, ພ້ອມທັງອອກແຮງງານປູກຜັກ, ປູກຕົ້ນໄມ້ກິນໝາກ, ຫັດກາຍທຸກໆວັນ ເພື່ອໃຫ້ຮ່າງກາຍແຂງແຮງ. ພ້ອມທັງໄດ້ປຸກລະດົມຂົນຂວາຍສາລະວັດທະຫານ ແລະ ຕຳຫຼວດທີ່ມາເວນຍາມ ແຕ່ລະວັນ, ດ້ວຍການເປັນແບບຢ່າງທີ່ດີເຮັດໃຫ້ຈໍານວນ ສາລະວັດທີ່ມາເວນຍາມນັ້ນມີຄວາມຮູ້ສຶກຮັກຕໍ່ຜູ້ນໍາແນວລາວຮັກຊາດຂອງພວກເຮົາ, ຈົນນໍາໄປເຖິງຫາວິທີທາງໂຕນອອກຈາກຄຸກກັກຂັງແຫ່ງນີ້ຈົນໄດ້ໃນຄໍ່າຄືນຂອງວັນທີ 23 ຕໍ່ໃສ່ 24 ພຶດສະພາ 1960 ໄປສູ້ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ.

ເນື່ອງໃນໂອກາດວັນຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ຄົບ ຮອບ 65 ປີ ສະຫາຍ ພັນໂທ ສີສຸມັງ ມີໄຊຜົນ ໄດ້ສະແດງທັດສະນະຂອງຕົນວ່າ: ການໂຕນຄຸກຂອງພວກເພິ່ນໃນເວລານັ້ນ ມັນໄດ້ຢັ້ງຢືນວ່າເປັນເລື່ອງມະຫັດສະຈັນ ເປັນປະຫວັດສາດທີ່ຕ້ອງຈາລຶກຈົດຈໍາເພາະວ່າຄຸກກັກຂັງ ທ່ານຜູ້ນໍານັ້ນມີການເວນຍາມຂອງສາລະວັດຢ່າງເຂັ້ມງວດ ແລະ ມີຮົ້ວສັງກະສີ, ຮົ້ວໜາມໝາກຈັບທີ່ສູງ, ແໜ້ນໜາ ຕອນກາງຄືນ ມີແສງໄຟສະປອດໄລ້ ເຍືອງຮຸ່ງອ້ອມທຸກທິດ ແຈ້ງປານກາງເວັນ. ແຕ່ບັນດາຜູ້ນໍາແນວລາວຮັກຊາດສາມາດໂຕນອອກຈາກຄຸກໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ ຍ້ອນນ້ຳໃຈຮັກຊາດອັນສູງສົ່ງ ແລະ ແຮງກ້າຂອງຜູ້ນໍາແນວລາວຮັກຊາດຂອງພວກເຮົາ ບວກກັບການຕື່ນຕົວຮັກຊາດຂອງສາລະວັດທະຫານ, ທີ່ໄວ້ເນື້ອເຊື່ອໃຈຂອງພວກ ຜຸຍ ຊະນະນິກອນ ນັ້ນເອງ. ເປັນຜູ້ນຳພາທາງ ແລະ ປ້ອງກັນຜູ້ນໍາຂອງພັກ ຂອງແນວລາວຮັກຊາດອອກຈາກຄຸກ ໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ.

ບັນຫາສໍາຄັນທີ່ເປັນປັດໃຈຕັດສິນນັ້ນແມ່ນຍ້ອນແນວທາງອັນຖືກຕ້ອງ ແລະ ເປັນທໍາຂອງພັກ, ການນໍາທີ່ສະຫຼາດສ່ອງໃສຂອງສູນກາງພັກປະຊາຊົນປະຕິວັດລາວ, ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ, ແນວທາງນະໂຍບາຍຫັນທິດຕໍ່ສູ້ດ້ວຍການປະກອບອາວຸດຕົ້ນຕໍໂດຍສົມທົບກັບການຕໍ່ສູ້ທາງການເມືອງຖືກກົດໝາຍ. ຍ້ອນການສະໜັບສະໜູນຊ່ວຍເຫຼືອອັນບໍ່ມີເງື່ອນໄຂຂອງບັນດາປະເທດສັງຄົມນິຍົມ, ຂະບວນການເອກະລາດແຫ່ງຊາດ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ. ຕໍ່ກັບບົດຮຽນອັນລໍ້າຄ່າ ທີ່ບັນດາທ່ານຜູ້ນໍາຮຸ້ນກ່ອນໄດ້ປະໄວ້ໃຫ້ ແລະ ຈະໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງພາຍໃນກົມກອງຄື:

ຈະອອກແຮງຊີ້ນໍາ-ນໍາພາ ພະນັກງານ-ນັກຮົບ ພາຍໃນກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີສະຕິລະວັງຕົວຢູ່ທຸກເວລາ ເພື່ອຕອບຕ້ານກົນອຸບາຍເລິກແລບ ແລະ ຫັນປ່ຽນໂດຍສັນຕິຂອງພວກທີ່ບໍ່ຫວັງດີ ແລະ ພວກທີ່ປໍລະປັກຕໍ່ແນວທາງການປະຕິວັດຂອງພັກເຮົາ. ຈະອອກແຮງສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບພາຍໃນກອງ ຫໍພິພິທະພັນປະຫວັດສາດກອງທັບໃຫ້ມີຄວາມຫ້າວຫັນ, ມີຄວາມຕື່ນຕົວ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອຮັບປະກັນໃນດ້ານຄຸນນະພາບ ພ້ອມກັບປະລິມານ ໃຫ້ມັນສົມຄູ່ກັນ ເພື່ອເຮັດສຳເລັດໜ້າທີ່-ທີ່ການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້.

ພ້ອມກັນສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເປັນເອກະພາບພາຍໃນຄະນະພັກ-ຄະນະບັນຊາ, ຊີ້ນໍາ-ນໍາພາ ທຸກຂົງເຂດວຽກງານ ພາຍໃນກອງໃຫ້ມີຄວາມສໍາເລັດ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງຕໍ່ໄປ.

ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄັ້ງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫຼືອເຮັດໃຫ້ບັນດາທ່ານຜູ້ນຳໂຕນໜີອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດທີ່ບໍ່ມີການນອງເລືອດກໍຄືກາລະໂອກາດພັນປີມີເທື່ອໜຶ່ງ. ຍ້ອນມີທ່ານຜູ້ນຳເສຍສະຫຼະໃນວັນນັ້ນຈຶ່ງມີປະເທດຊາດໃນວັນນີ້.

ໂດຍ: ໄພນາລິນ