ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ບົດບາດຂອງສື່ມວນຊົນກອງທັບໃນການເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ກະຊວງປ້ອງກັນປະເທດ

ສື່ມວນຊົນ ແມ່ນເວທີຖະແຫຼງຂ່າວ ທີ່ປະກອບດ້ວຍສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ສື່ມວນຊົນມີພາລະບົດບາດ ເປັນກະບອກສຽງຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງ ຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ປຸກລະດົມຈິດໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ໃນນີ້ ເວົ້າສະເພາະສື່ມວນຊົນກອງທັບປະຊາຊົນລາວ ມີພາລະບົດບາດເປັນເສນາທິການ ໃຫ້ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກໍຄືກົມໂຄສະນາອົບຮົມ ໃນການຄົ້ນຄວ້າ, ວາງແຜນການ, ກຳແໜ້ນສະພາບການ, ຄຸ້ມຄອງ, ຕິດຕາມ, ກວດກາການໂຄສະນາປຸກລະດົມຂະບວນການດ້ານຕ່າງໆ ດ້ວຍພາຫະນະສື່ມວນຊົນ ເປັນກະບອກສຽງໃຫ້ກະຊວງປ້ອງກັນປະເທດ, ໂຄສະນາຜົນງານການເຄື່ອນໄຫວວຽກງານ ຂອງກໍາລັງປະກອບອາວຸດກອງທັບປະຊາຊົນລາວ ໃນຂອບເຂດທົ່ວປະເທດ, ຕອບຕ້ານການໂຄສະນາ ໃສ່ຮ້າຍປ້າຍສີທຸກຮູບແບບ ຂອງກຸ່ມຄົນບໍ່ດີ ແລະ ບັນດາອິດທິກຳລັງປໍລະປັກ ຢ່າງທັນການ.

ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ສື່ມວນຊົນກອງທັບປະຊາຊົນລາວ ມີໜ້າທີ່ດັ່ງນີ້:

1. ຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄໍາສັ່ງ, ລະບຽບການຕ່າງໆຂອງຂັ້ນເທິງ, ທິດທາງແຜນການຂອງກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ການເມືອງກອງທັບ ກໍຄື ຂອງກົມໂຄສະນາອົບຮົມ ເພື່ອຫັນເປັນແຜນການໂຄງການອັນລະອຽດ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

2. ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ມີແນວຄິດຫຼັກໝັ້ນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ຢ່າງສຸດໃຈ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ມີຈັນຍາບັນໃນການປະຕິບັດໜ້າທີ່, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກະພາບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ, ຊີ້ນໍາ-ນໍາພາ, ບັນຊາ, ຄຸ້ມຄອງ, ຕິດຕາມກວດກາ, ກໍ່ສ້າງ, ປັບປຸງກຳລັງໃຫ້ເຂັ້ມແຂງ ດ້ານການຈັດຕັ້ງ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ ແລະ ມີແບບແຜນວິທີເຮັດວຽກ ຢ່າງມີວິທະຍາສາດເທື່ອລະກ້າວ.

3. ຄົ້ນຄວ້າ ສ້າງບັນດານິຕິກຳ, ລະບຽບການຕ່າງໆ ທີ່ພົວພັນເຖິງວຽກງານຂອງຕົນ, ບັນນາທິການສະເໜີຂ່າວສານທຸກປະເພດ ໂຄສະນາເຜີຍແຜ່ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ ຂອງກຳລັງປ້ອງກັນຊາດ ໃນຂອບເຂດທົ່ວປະເທດ ໃຫ້ທັນການ, ຊັດເຈນ ແລະ ຄົບຖ້ວນ ເປັນກະບອກສຽງ ໃນການເຜີຍແຜ່ມູນເຊື້ອອັນດີງາມ ຂອງຊາດ ຂອງກຳລັງ, ຜົນງານວິລະກຳອັນລ້ຳເລີດ, ເກັບກຳຂໍ້ມູນຂ່າວສານ, ວຽກດີຄົນເດັ່ນໃນກົມກອງ, ບຸກຄົນ, ປຸກລະດົມນາຍ ແລະ ພົນທະຫານ, ລັດຖະກອນ, ນັກສຶກສາ-ປັນຍາຊົນ, ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດຕາມແນວທາງນະໂຍບາຍຂອງພັກ ກ່ຽວກັບວຽກງານປ້ອງກັນຊາດ.

4. ນໍາສະເໜີຂໍ້ມູນຂ່າວສານ, ສະພາບການຂອງໂລກ – ພາກພື້ນ ແລະ ຄົ້ນຄວ້າວິທີການ, ມາດຕະການຕອບຕ້ານ ເລ່ລຽ່ມ, ກົນອຸບາຍ, ການໃສ່ຮ້າຍປ້າຍສີ, ຂອງພວກສັດຕູ, ກຸ່ມຄົນບໍ່ດີ, ບັນດາອິດທິກຳລັງປໍລະປັກ ທີ່ຫວັງທຳລາຍມ້າງເພຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍຜ່ານພາຫະນະສື່ມວນຊົນ.

5. ຄົ້ນຄວ້າການແຕ່ງຕັ້ງ, ຍົກຍ້າຍ, ບັນຈຸຊັບຊ້ອນ, ຄຸ້ມຄອງ, ກວດກາ ປະຕິບັດນະໂຍບາຍ ດ້ວຍຮູບການຕ່າງໆ ໃຫ້ແທດເໝາະກັບຄວາມຮູ້-ຄວາມສາມາດ ແລະ ຜົນງານຕົວຈິງ ຂອງນາຍ ແລະ ພົນທະຫານ ໃນກົມກອງຕົນ ຮັບຜິດຊອບ ແລະ ສ້າງແຜນການ, ແຜນງົບປະມານ, ຄຸ້ມຄອງ, ກວດກາ, ຈັດຕັ້ງປະຕິບັດງົບປະມານ, ປົກປັກຮັກສາຊັບສິນ ພາຫະນະ, ວັດຖຸອຸປະກອນ, ເຄຫະສະຖານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ພົວພັນ, ຮ່ວມມືກັບສາກົນຕາມການຕົກລົງ ຂອງລັດຖະມົນຕີ ແລະ ກົມໃຫຍ່ການເມືອງກອງທັບ.

ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສື່ມວນຊົນກອງທັບ, ພວກເຮົາຕ້ອງໄດ້ເອົາໃຈໃສ່ບຳລຸງ-ກໍ່ສ້າງ ບຸກຄະລາກອນສື່ມວນຊົນ ໃຫ້ເປັນລະບົບຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ເພີ່ມທະວີຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່, ສິດ, ພາລະບົດບາດຂອງຕົນ ຢ່າງຈິງຈັງ ແລະ ໃຫ້ເກີດຜົນປະໂຫຍດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໃນນາມ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ຮຽກຮ້ອງໃຫ້ສື່ມວນຊົນ ພາຍໃນກອງທັບ ຕ້ອງໄດ້ເອົາໃຈໃສ່ບາງບັນຫາດັ່ງນີ້:

– ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ, ເຖິງຖອງແທ້ໆ ເພື່ອໃຫ້ກຳແໜ້ນເນື້ອໃນຈິດໃຈວຽກງານຈຸດສຸມແຕ່ລະດ້ານ.

– ສື່ມວນຊົນກອງທັບ ຕ້ອງໄດ້ສືບຕໍ່ປັບປຸງ, ພັດທະນາຕົນເອງໃຫ້ມີການຫັນປ່ຽນ ໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ພ້ອມກັນແກ້ໄຂບັນຫາຂອດອຸດຕັນ, ຫຍຸ້ງຍາກຕ່າງໆ ໃຫ້ມີຄວາມໂລ່ງລຽ່ນ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ໃຫ້ສົມກັບວ່າ ເປັນກະບອກສຽງທີ່ແຫຼມຄົມຂອງພັກ, ລັດ ເວົ້າລວມ, ເວົ້າສະເພາະຂອງກະຊວງປ້ອງກັນປະເທດ ທີ່ແທ້ຈິງ ແລະ ໂຄສະນາ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ສັງຄົມ ກໍຄືປະຊາຊົນ ໂດຍສະເພາະວຽກງານຊີ້ນໍາ-ນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ການຊີ້ນໍາ-ບັນຊາ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານປ້ອງກັນຊາດ ແລະ ເປັນເວທີສົ່ງເສີມ, ແລກປ່ຽນບົດຮຽນ, ເປັນແຫຼ່ງຂໍ້ມູນ ຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ່ອຍທໍານອງ ຂອງກຸ່ມຄົນບໍ່ດີ.

– ເອົາໃຈໃສ່ ພັດທະນາເນື້ອໃນ ແລະ ຮູບການຂອງ ສື່ມວນຊົນກອງທັບ ໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ, ພ້ອມທັງຮັບປະກັນຕາມ 4 ລັກສະນະຂອງສື່ມວນຊົນ ແລະ ຢູ່ໃນຂອບເຂດ ຂອງແນວ

ທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

– ສືບຕໍ່ ສຸມໃສ່ໂຄສະນາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ ທ້າຍສະໄໝ, ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຂະບວນການສ້າງຮາກຖານພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການເຝິກແອບຮໍ່າຮຽນ, ປັບປຸງກໍ່ສ້າງກຳລັງ, ກຽມພ້ອມສູ້ຮົບ, ການຫັນລົງກໍ່ສ້າງຮາກຖານ ການເມືອງ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະບວນການກິລາກາຍະກຳ-ສິລະປະ-ວັນນະຄະດີ ແລະ ອື່ນໆ.

– ສືບຕໍ່ອອກໂຄສະນາໃຫ້ແກ່ເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ, ເປັນຕົ້ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນຊາດທີ 2 ທັນວາ, ວັນເກີດ ປະທານໄກສອນ ພົມວິຫານ, ການດໍາເນີນບັນດາກອງປະຊຸມໃຫຍ່ແຕ່ລະຂັ້ນ ແລະ ວຽກງານອື່ນໆ ໃຫ້ມີບັນຍາກາດຟົດຟື້ນ, ຕໍ່ເນື່ອງ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.