5 ປີຜ່ານມາຊາວໜຸ່ມກະຊວງປ້ອງກັນ ຄວາມສະຫງົບ ເຄື່ອນຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດອັນຈົບງາມ.








ເຖິງແມ່ນວ່າໃນຕະຫຼອດໄລຍະ 5 ປີຜ່ານມາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ສະໄໝ V ເຊິ່ງດໍາເນີນໃນສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ມີສິ່ງທ້າທາຍຫຼາຍດ້ານ, ໂດຍສະເພາະແມ່ນ ພວກອິດທິກຳລັງປໍລະປັກຍັງສືບຕໍ່ໃຊ້ເລ້ລຽມກົນອຸບາຍ ຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ ທີ່ສ້າງຄວາມປັນປ່ວນແບ່ງແຍກພາຍໃນ. ນອກຈາກນີ້, ຍັງມີບັນຫາປະກົດການຫຍໍ້ທໍ້ໃນຖັນ ແຖວຊາວໜຸ່ມ-ເຍົາວະຊົນ ເຊິ່ງເປັນການກົດໜ່ວງຖ່ວງດຶງ ແລະ ທ້າທາຍໃຫ້ແກ່ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ. ແຕ່ເຖີງຢາງໃດກໍຕາມ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບການນໍາພາ-ຊີ້ນໍາ ຈາກອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ບັນດາອົງຄະນະພັກແຕ່ລະຮາກຖານກະຊວງ ແລະ ທ້ອງຖິ່ນຢ່າງໃກ້ຊິດຕິດແທດ, ເຮັດໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຕາມໜ້າທີ່ພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບ, ໃຫ້ແກ່ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນການກຳນົດແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ, ການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາ, ປັບປຸງ ແລະ ພັດທະນາ ວຽກງານຊາວໜຸ່ມຂອງກໍາລັງປ້ອງກັນຄວາມສະຫງົບ ເປັນຕົ້ນກຳແໜ້ນສະພາບການ, ຈັດຕັ້ງ-ນະໂຍບາຍ, ຂະບວນການ, ໂຄສະນາ-ສຶກສາອົບຮົມ ເພື່ອປັບປຸງ, ກໍ່ສ້າງການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມໃນກໍາລັງປ້ອງກັນຄວາມສະຫງົບໃຫ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ, ກົດໝາຍ ຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນ່ໃສ່ຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຊາວໜຸ່ມ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ໃນການເຮັດໜ້າທີ່ວຽກງານການເມືອງຂອງຕົນ ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ.
ສະຫາຍ ພັນເອກ ສີສົມບັດ ໄຊປັນຍາ ເລຂາ ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະະຫງົບ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະະຫງົບ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍ, ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ, ມູນເຊື້ອຂອງຊາດ, ຂອງພັກ, ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ V, ໂດຍຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ໃນກົມກອງຢ່າງເລິກເຊິ່ງ ແລະ ປະກົດຜົນເປັນຈິງ, ພ້ອມນີ້, ກໍໄດ້ດຳເນີນຊີວິດປະຈໍາເດືອນ, ປະຈຳໄຕມາດ ແລະ ປະຈຳປີ ເປັນປົກກະຕິ ຄຽງຄູ່ກັນນີ້, ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງການເຄື່ອນໄຫວຂະບວນການຕ່າງໆເປັນຕົ້ນແມ່ນ ເຜີຍແຜ່ຂໍ້ຫ້າມຂອງລັດຖະມົນຕີກະຊວງ ປກສ, ການໃຊ້ສື່ສັງຄົມອອນລາຍ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຜີຍແຜ່ລະບຽບການສັນຈອນ ແລະ ຄວາມປອດໄພທາງບົກໃຫ້ສະມາຊິກຊາວໜຸ່ມ ອ້ອມຂ້າງກະຊວງ, ພ້ອມທັງຈັດຂະບວນການອອກແຮງງານ, ແຂ່ງຂັນກິລາປະເພດຕ່າງໆ, ໄປທັດສະນະສຶກສາອານຸສອນສະຖານ, ຫໍພິພິທະພັນທີ່ສໍາຄັນ, ເຂົ້າຮ່ວມຂະບວນການຕ່າງໆນໍາຄະນະພັກຈັດຂຶ້ນ ແລະ ເຂົ້າ ຮ່ວມຂະບວນການຕ່າງໆຕາມການເຊີນຢ່າງຫຼວງຫຼາຍ ຈື່ງເຮັດໃຫ້ສະມາຊິກຊາວໜຸ່ມ, ນາຍ ແລະ ພົນຕຳຫຼວດ ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ-ລັດ, ຂອງກໍາລັງປ້ອງກັນຄວາມສະຫງົບ ເດີນຕາມເສັ້ນທາງ ສັງຄົມນິຍົມຢ່າງແທ້ຈິງ. ສໍາລັບການປະກອນສ່ວນເຂົ້າໃນວຽກງານ ປກຊ-ປກສ: ຄະນະຊາວບໍລິຫານງານໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ນໍາພາ ແລະ ສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມຂອງຕົນ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເກັບກຳສະພາບ ກົນອຸບາຍຂອງສັດຕູ, ກຳແໜ້ນການເຄື່ອນໄຫວຂອງຄົນບໍ່ດີແລ້ວລາຍງານການຈັດຕັ້ງ ແລະ ອຳນາດການປົກຄອງ, ສະເພາະຢູ່ພາຍໃນກໍໄດ້ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າ ແລະ ຢຶດໝັ້ນ ແບບແຜນດໍາລົງຊີວິດປອດໃສຂາວສະອາດ, ຮັບປະກັນບໍ່ໃຫ້ມີຫາງສຽງອັນບໍ່ດີທີ່ເເຕະຕ້ອງເຖິງບົດບາດຂອງກົມກອງ, ຂອງຄະນະຊາວໜຸ່ມ, ຂອງສະມາຊິກຊາວໜຸ່ມກໍຄືການຈັດຕັ້ງຂັ້ນເທິງ ສາມາດຕີຖອຍປະກົດການຫຍໍ້ທໍ້ຕ່າງໆໄດ້ເປັນຢ່າງດີ.
ສະຫາຍ ພັນເອກ ສີສົມບັດ ໄຊປັນຍາ ໃຫ້ຮູ້ຕື່ມອີກວ່າ: ວຽກງານຂະບວນການສ້າງເສດຖະກິດ, ສ້າງແຫຼ່ງລາຍຮັບ ຄະນະພັກໄດ້ຊີ້ນໍາໃຫ້ສະມາຊິກພັກ ນາຍ ແລະ ພົນຕຳຫຼວດ, ໃນຫ້ອງຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມທົ່ວກຳລັງປ້ອງກັນຄວາມສະຫງົບໃຫ້ມີນໍ້າໃຈຮັກການອອກແຮງງານເພີ່ມພູນຜະລິດຜົນ, ປູກຝັງລ້ຽງສັດ, ປະຢັດມັດຖະຍັດ ບໍ່ຫຼິ້ນກິນຟຸມເຟືອຍ, ກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊິວິດການເປັນຢູ່ຂອງນາຍ ແລະ ພົນຕຳຫຼວດໃຫ້ດີຂຶ້ນເທື່ອລະກ້າວ. ຂະບວນການວຽກງານ ວັດທະນະທໍາ-ສັງຄົມ ຄະນະຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ, ຂະບວນການອະນາໄມຕາມສະຖານທີ່ສໍາຄັນຕ່າງໆ, ຂະບວນການປູກຕົ້ນໄມ້, ຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນສໍາຄັນຂອງພັກຂອງຊາດ, ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ ໂຮງຮຽນທີ່ຢູ່ເຂດ ຫ່າງໄກສອກຫຼີກ, ສະນັ້ນ, ຜ່ານການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນໄລຍະ 05 ປີທີ່ຜ່ານມາ ຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບໄດ້ມີບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານປະກອບສ່ວນ ໃນວຽກງານຊາວໜຸ່ມ ຈົນໄດ້ຮັບຫຼຽນໄຊ 09 ໜ່ວຍ, ຫຼຽນກາ 500 ໜ່ວຍ, ໃບຍ້ອງຍໍ ຂັ້ນກະຊວງປກສ 125 ໃບ, ຂັ້ນສູນກາງຊາວໜຸ່ມ 49 ໃບ, ຂັ້ນກົມ 75 ໃບ, ຂັ້ນຄະນະບໍລິຫານງານຊາວໜຸ່ມ ໄດ້ 1,356 ໃບ, ນອກຈາກນີ້, ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ເປັນຂະບວນການຟົດຟື້ນກວ່າເກົ່າ ໂດຍສະເພາະແມ່ນ ຂະບວນການສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ສະມາຊິກຊາວໜຸ່ມແມ່ນໄດ້ເຮັດດ້ວຍຫຼາຍຮູບຫຼາຍສີ ມີລັກສະນະສະເພາະ ຈຶ່ງເຮັດໃຫ້ຊາວໜຸ່ມກະຊວງກໍໄດ້ປະກາດເປັນກະຊວງ 4 ບຸກ ພ້ອມທັງຮັບທຸງໄຊນໍາໜ້າຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ 3 ປີ ຊ້ອນ ແລະ ໄດ້ປະກາດໜ່ວຍ 4 ບຸກທີ່ຂຶ້ນກັບ 17 ກົມກອງອ້ອມຂ້າງກະຊວງໃນປີ 2020 ໄດ້ 150 ໜ່ວຍ, ປີ 2021 ໄດ້ 190 ໜ່ວຍ, ປີ 2022 ໄດ້ 179 ໜ່ວຍ, ປີ 2023 ໄດ້ 203 ໜ່ວຍ, ປະກາດ ຄະນະຊາວໜຸ່ມ 4 ບຸກ ໃນປີ 2020 ໄດ້ 18 ກົມກອງ, ປີ 2021 ໄດ້ 16 ກົມກອງ, ປີ 2022 ໄດ້ 15 ກົມກອງ , 2023 ໄດ້ 15 ກົມກອງ, ປະກາດກົມກອງທີ່ໄດ້ຮັບທຸງໄຊນໍາໜ້າ 4 ບຸກ 15 ກົມກອງຢ່າງສົມກຽດ.
ໂດຍ: ບິກໄຊ ສົມພູ