ຍົກສູງຄວາມຮັບຮູ້ດ້ານທິດສະດີການເມືອງ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ.




ໂດຍປະຕິບັດຕາມ ພາລະບົດບາດ, ສິດ-ໜ້າທີ່ ແລະ ການເຄື່ອນໄຫວວຽກງານ ຂອງ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ ປະຈໍາປີ 2025 ແລະ ການເກັບກໍາ-ທາບທາມສະພາບ ໃນການຈັດຕັ້ງປະຕິບັດວຽກງານການເມືອງ – ແນວຄິດ, ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ, ທັງນີ້ເເມ່ນ ເພື່ອຮັບປະກັນໃຫ້ແກ່ວຽກງານໂຄສະນາເຜີຍແຜ່ມູນເຊື້ອຂອງກອງທັບ, ຜົນງານການເຄື່ອນໄຫວຂອງກົມກອງ ຜ່ານສື່ມວນຊົນ ໃຫ້ສັງຄົມໄດ້ຮັບຮູ້ກວ້າງຂວາງ, ທົ່ວເຖິງ, ຖືກທິດ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິພາບສູງ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມໂຄສະນາອົບຮົມ ໄດ້ໃຫ້ສຳພາດວ່າ: ຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ ປະຈໍາປີ 2025 ຄັ້ງນີ້, ເປັນຄັ້ງທຳອິດ ຈຸດປະສົງ ເພື່ອຍົກສູງຄວາມຮັບຮູ້ດ້ານທິດສະດີການເມືອງ, ຫຼັກການ, ແບບແຜນວິທີເຮັດວຽກ ໃຫ້ພະນັກງານ-ນັກຮົບ, ນັກຂ່າວໃໝ່ ຢູ່ ບັນດາກອງສື່ມວນຊົນກອງທັບ ໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ, ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ຢູ່ ບັນດາກອງສື່ມວນຊົນໃນກອງທັບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ , ຕໍ່ການປະຕິວັດ ແລະ ປະເທດຊາດ, ພາຍຫຼັງໄດ້ຮຽນຮູ້ ທາງດ້ານທິດສະດີ, ຫຼັກການແລ້ວ ນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງ ຢ່າງຖືກຕ້ອງ ກຳໃຫ້ໄດ້ແນວທາງຂອງພັກ, ລະບົບການຊີ້ນໍາ – ບັນຊາ ໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ຖືເອົາໂອກາດນີ້ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ ເວົ້າລວມ, ເວົ້າສະເພາະໃນການກະກຽມກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງທັບ, 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງທ່ານປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ, ຊຸດອົບຮົມໃນຄັ້ງນີ້ມີນັກຝຶກອົບຮົບເຂົ້າຮ່ວມທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ຈັດຕັ້ງເປັນ 02 ຊຸດ, ເຊິ່ງມາຈາກ 08 ກອງສື່ມວນຊົນກອງ
ທັບ ຄື: ໜັງສືພິມກອງທັບ, ວິທະຍຸກະຈາຍສຽງກອງທັບ, ໂທລະພາບກອງທັບ, ວາລະສານປ້ອງກັນຊາດ, ກອງສິລະປະກອນກອງທັບ, ຫໍພິພິທະພັນປະຫວັດສາດກອງທັບ, ຫໍສະໝຸດກອງທັບ ແລະ ໂຮງພິມກອງທັບ, ສຳລັບເນື້ອໃນຝຶກອົບຮົມມີ 03 ບົດ, ໃຊ້ເວລາຂຶ້ນຫ້ອງຕົວຈິງ 42 ຊົ່ວໂມງ, ການສົນທະນາ ແລະ ຂຽນບົດເກັບກ່ຽວຕົວຈິງ 42 ຊົ່ວໂມງ, ລວມທັງໝົດ ມີ 84 ຊົ່ວໂມງ, ກຳນົດເວລາ 14 ວັນ ( ເລິ່ມແຕ່ວັນທີ 12 – 27 ພຶດສະພາ 2025) ຈິ່ງຈະສຳເລັດ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ສຳເລັດການຝຶກອົບຮົມໃນຊຸດນີ້ແລ້ວ, ແຜນການໃນຕໍ່ໜ້າ ຈະສືບຕໍ່ຊີ້ນໍາ ແລະ ເປີດຊຸດຝຶກອົບຮົມ ເພື່ອຍົກລະດັບທິດສະດີການເມືອງ, ຫຼັກການ-ແບບແຜນວິທີເຮັດວຽກ ໃຫ້ພະນັກງານນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ, ຕະຫຼອດຮອດບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມວ່າ ເປັນກະບອກສຽງອັນແຫຼມຄົມ ຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະກໍແມ່ນຂອງກະຊວງປ້ອງກັນປະເທດ.
ໂດຍ: ສຸກສາຄອນ