ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກົມ 213 ຄັ້ງທີ IX







ກອງປະຊຸມຜູ້ແທນຊາວໜຸ່ມທົ່ວກົມ 213 ຄັ້ງທີ IX ຈັດຂຶ້ນໃນວັນທີ 8 ພຶດສະພາ 2025, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ມີສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ຫົວໜ້າການເມືອງ ກົມ 213 ພ້ອມດ້ວຍຄະນະພັກ-ຄະນະບັນຊາຫ້ອງການ, ກອງພັນ, ສູນ, ໂຮງຮຽນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສະຫະພັນແມ່ຍິງ ກົມ 213 ຕະຫຼອດຮອດຄະນະນໍາຊາວໜຸ່ມ ບັນດາກົມກອງຮາກຖານເຂົ້າຮ່ວມ.
ສະຫາຍ ພັນຕີ ສອນມະນີ ຈັນທະວົງ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມ 213 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໃນຊຸມປີຜ່ານມາ: ພະແນກຊາວໜຸ່ມໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຄະນະຊາວໜຸ່ມແຕ່ລະກົມກອງທີ່ຂຶ້ນກັບເນັ້ນໜັກເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ກັບສະມາຊິກຊາວໜຸ່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ແລະ ສະແດງວິຊາສະເພາະສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ວິທະຍາຄານກົມມະດໍາໄດ້ສຳເລັດຕາມແຜນການ ໃນຊຸມປີຜ່ານມາ ພະແນກໄດ້ເອົາໃຈໃສ່ ຊີ້ນາ-ນໍາພາບັນດາຫົວໜ່ວຍອົງການຈັດຕັ້ງຊາວໜຸ່ມຂຶ້ນກັບເປັນປົກກະຕິ ລົງໃກ້ຊິດຕິດແທດກັບຂະແໜງ, ຄະນະບໍລິຫານງານ, ໜ່ວຍຊາວໜຸ່ມ ແລະ ສົມທົບກັບ ຄະນະພັກ- ຄະນະບັນຊາ ແຕ່ລະກົມກອງ ເພື່ອປັບປຸງບັນດາອົງການຈັດຕັ້ງຊາວໜຸ່ມ ນັບແຕ່ຂັ້ນຈຸ, ໜ່ວຍ ຕະຫຼອດຮອດ ຄະນະບໍລິຫານງານ ຖືກຕາມລະບົບຂັ້ນຕອນ ເຊິ່ງສາມາດປັບປຸງແຕ່ງຕັ້ງໜ່ວຍຊາວໜຸ່ມບົ່ງຕົວໄດ້ 07 ໜ່ວຍ, ຮັບຮອງເອົາຄະນະບໍລິຫານງານໃໝ່ 1 ຄະນະບໍລິຫານງານ ແລະ ຮັບຮອງເອົາຄະນະໜ່ວຍ, ຄະນະບໍລິຫານງານ ຊຸດໃໝ່ ທີ່ໄດ້ຮັບການປ່ອນບັດຈໍານວນ: 23 ຫົວໜ່ວຍ, ຜ່ານການເຄື່ອນໄຫວຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ເປີດບັນແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມທົ່ວກົມ 213 ສາມາດສະຫຼຸບຜົນງານການເຄື່ອນໄຫວ ແລະ ຕີລາຄາຄື ການຈັດຕັ້ງ: ໄດ້ຮັບນາມມະຍົດ 4 ບຸກມີ 29 ຫົວໜ່ວຍ, ແຂງມີ 2 ຫົວໜ່ວຍ, ບຸກຄົນ: ໄດ້ຮັບນາມມະຍົດ 4 ບຸກ: 926 ສະຫາຍ, ແຂງ: 170 ສະຫາຍ. ຜ່ານຂະບວນການດັ່ງກ່າວ, ສາມາດຕີລາຄາໄດ້ວ່າ ພະນັກງານສະມາຊິກຊາວໜຸ່ມ ມີການເຄື່ອນໄຫວຢ່າງມີແບບແຜນ, ມີຫົວຄິດປະດິດສ້າງຢ່າງເຕັມສ່ວນ, ມີຫຼາຍສະຫາຍໄດ້ເປັນແບບຢ່າງທີ່ດີເດັ່ນ ໄດ້ຮັບການເຊື່ອຖືຈາກໝູ່ຄູ່ ແລະ ການຈັດຕັ້ງ. ໃນກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນນາມມະຍົດ ຊາວໜຸ່ມ 4 ບຸກ ປະຈຳປີ 2023 ໃຫ້ອົງການຈັດຕັ້ງຊາວໝຸ່ມ ກົມ 213 ຄື: 1 ພະແນກ, 5 ຂະແໜງ, 3 ຄະບໍລິຫານງານ ແລະ 28 ໜ່ວຍ ໂດຍການມອບ ຂອງສະຫາຍ ພັນເອກ ຫົງທອງ ສີຊານົນ.
ພ້ອມນີ້ ສະຫາຍ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຊາວໜຸ່ມຍາດໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະນໍາຊາວໜຸ່ມແຕ່ລະຂັ້ນ ສຸມໃສ່ເພີ່ມທະວີບົດບາດ ໃນການເຄື່ອນໄຫວ ແລະ ສ້າງຂະບວນການດ້ານຕ່າງໆຂອງຊາວໜຸ່ມໃຫ້ພົ້ນເດັ່ນ, ສ້າງໄດ້ສະມາຊິກຊາວໜຸ່ມດີເດັ່ນ, ສຸມໃສ່ກວດກາປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ເພື່ອເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ.
ຂ່າວ-ພາບ: ຄໍາໄຕ ຈັນນະຄອນ.