ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຊຸດອົບຮົມ ວຽກງານການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025.





ວັນທີ 8 ພຶດສະພາ 2025, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ເປີດຊຸດອົບຮົມວຽກງານການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຜ່ານແຜນການອົບຮົມ, ໂດຍປະຕິບັດຕາມຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງທັບ, ຄໍາສັ່ງ ຂອງກົມອົບຮົມໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ ສະນັ້ນ, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຈຶ່ງໄດ້ສ້າງແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມກໍາລັງແຮງກາຍ ປະຈໍາປີ 2025. ຈຸດປະສົງ ເພື່ອອົບຮົມ-ຫັດແອບໃຫ້ພະນັກງານຂັ້ນບັນຊາ-ນໍາພາຢູ່ຂັ້ນອົງການ-ກົມກອງທົ່ວໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານແບບແຜນການຄຸ້ມຄອງໂຮງຮຽນ, ຄຸ້ມຄອງການຮຽນ-ການສອນ, ຄຸ້ມຄອງລະບຽບວິໄນ ເພື່ອສະກັດກັ້ນການທໍາລາຍ ຂອງຄົນບໍ່ດີຕໍ່ໂຮງຮຽນ ແລະ ນັກຮຽນ, ທັງເປັນການຊຸກຍູ້ໃຫ້ກົມກອງມີສະຕິຕໍ່ການຈັດຕັ້ງ, ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຢ່າງຕໍ່ເນື່ອງລຽນຕິດ ແລະ ເປັນປົກກະຕິ, ປັບປຸງໂຮງຮຽນໃຫ້ມີລະບຽບເຂັ້ມງວດ, ສ້າງໂຮງຮຽນໃຫ້ກາຍເປັນກົມກອງມີລະບຽບແບບແຜນ ແລະ ທັນສະໄໝ.
ສຳລັບແຜນການອົບຮົມ: ພາກຄວາມຮູ້ທົ່ວໄປ ກຳນົດ 26 ວັນ, ອົບຮົມລະບຽບຂໍ້ກຳນົດ,ລະບຽບຮູບແຖວ, ພິທີການ 5 ວັນ, ກິລາການທະຫານ 3 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບກອງທັບ 1 ວັນ, ວຽກງານເສນາທິການ 3 ວັນ, ອົບຮົມສິລະປະຍຸດ 10 ວັນ, ອົບຮົມຍຸດທະວິທີ 10 ວັນ, ພາກອົບຮົມວຽກງານການເມືອງຕໍ່ການຄຸ້ມຄອງໂຮງຮຽນ 15 ວັນ, ພາກອົບຮົມວຽກງານພະລາທິການຕໍ່ການຄຸ້ມຄອງໂຮງຮຽນ 5 ວັນ, ພາກອົບຮົມວຽກງານຫ້ອງການຕໍ່ການບໍລິຫານໂຮງຮຽນ 3 ວັນ, ພາກອົບຮົມວຽກງານສຶກສາຕໍ່ການຄຸ້ມຄອງການຮຽນ-ການສອນ 5 ວັນ ແລະ ພາກອົບຮົມວຽກງານນຳພາ-ບັນຊາ ແລະ ຄຸ້ມຄອງນັກຮຽນ 5 ວັນ.