ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຳມະນາວິທະຍາສາດການຕ້ານຂ່າວປອມໃນສື່ສັງຄົມອອນລາຍ ແລະ ບົດບາດຂອງສື່ທີ່ເປັນທາງການໃນການຕ້ານຂ່າວປອມ

ໃນວັນທີ 8 ສິງຫາ 2024 ນີ້, ກົມສື່ມວນຊົນກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດການຕ້ານຂ່າວປອມໃນສື່ສັງຄົມອອນລາຍ ແລະ ບົດບາດຂອງສື່ທີ່ເປັນທາງການ, ໃນການຕ້ານຂ່າວປອມ, ໂດຍການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຜູ້ຕາງໜ້າອົງການສື່ມວນຊົນ, ພ້ອມດ້ວຍນັກຮົບສື່ມວນຊົນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ຂ່າວປອມ ໝາຍເຖິງ ຂໍ້ມູນ ທີ່ບໍ່ເປັນຄວາມຈິງ ຫຼື ບິດເບືອນ ທີ່ເຜີຍແຜ່ອອກໄປເພື່ອເຮັດໃຫ້ ຜູ້ຮັບຊົມ-ຟັງ ເຊື່ອວ່າມັນເປັນຄວາມຈິງ. ເຊິ່ງອາດຈະມີຈຸດປະສົງເພື່ອທໍາລາຍຊື່ສຽງ, ສ້າງຄວາມຢ້ານກົວ ຫຼື ປ່ຽນຄວາມຄິດເຫັນ ຂອງສັງຄົມ. ເຊີ່ງຮູບຂອງຂ່າວປອມໄດ້ມີຫຼາຍຮູບຫຼາຍແບບເຊັ່ນ: ຂ່າວປອມທີ່ສ້າງຂຶ້ນໂດຍບໍ່ມີພື້ນຖານໃນຄວາມຈິງ, ຂ່າວທີ່ເຂົ້າໃຈຜິດ, ຂ່າວທີ່ປະກອບດ້ວຍຂໍ້ມູນທີ່ແທ້ຈິງບາງຢ່າງ, ແຕ່ມັນຖືກນໍາສະເຫນີໃນທາງທີ່ເຂົ້າໃຈຜິດ, ຂ່າວສຽດສີ, ຂ່າວທີ່ໃຊ້ການສຽດສີ ແລະ ຕະຫຼົກເພື່ອວິພາກວິຈານ ຫຼື ສະທ້ອນເຖິງບັນຫາໃດໜື່ງ ເຊິ່ງບາງຄັ້ງສາມາດເຂົ້າໃຈຜິດເປັນຂ່າວທີ່ແທ້ຈິງ, ຂ່າວທີ່ປະກອບດ້ວຍການປະສົມຂອງຂໍ້ມູນທັງຄວາມຈິງ ແລະ ບໍ່ຖືກຕ້ອງ ເຮັດໃຫ້ເຮົາຍາກທີ່ຈະກວດສອບ, ຂ່າວທີ່ເປັນການສະແດງຄວາມຄິດເຫັນສ່ວນຕົວ ທີ່ນໍາສະເຫນີຄວາມຄິດເຫັນສ່ວນບຸກຄົນເປັນຕົ້ນຕໍຫຼາຍກວ່າຄວາມຈິງ.

ທ່ານ ສົມສະຫວາດ ພົງສາ ໃຫ້ຮູ້ຕື່ມວ່າ: ບົດບາດຂອງສື່ມວນຊົນທາງການ ໃນການຕ້ານຂ່າວປອມຄື: ກວດສອບຄວາມຈິງ ຊຶ່ງສື່ມວນຊົນຄວນກວດກາເບິ່ງຂໍ້ເປັນຈິງຢ່າງລະອຽດກ່ອນທີ່ຈະເຜີຍແຜ່ຂ່າວ, ການນໍາໃຊ້ແຫຼ່ງຂ່າວທີ່ເຊື່ອຖືໄດ້ ແລະ ການກວດສອບຂໍ້ມູນຈາກຫຼາຍແຫຼ່ງຈະຊ່ວຍຫຼຸດຜ່ອນການແຜ່ກະຈາຍຂອງຂ່າວປອມ, ການສະໜອງຂໍ້ມູນທີ່ຖືກຕ້ອງ ການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ, ສື່ມວນຊົນຄວນເນັ້ນໜັກເຖິງການລາຍງານຂ່າວທີ່ເປັນຈິງ ແລະ ມີຈັນຍາບັນ, ການສຶກສາຂ່າວປອມ ສື່ມວນຊົນສາມາດຜະລິດບົດຄວາມ ຫຼື ໂຄງການທີ່ໃຫ້ຄວາມຮູ້ແກ່ປະຊາ ຊົນໃນການກວດສອບຂ່າວປອມ, ລວມທັງການຈໍາແນກລະຫວ່າງ ຂ່າວທີ່ເຊື່ອຖືໄດ້ ແລະ ຂ່າວປອມ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຍັງໃຫ້ຮູ້ເຖິງ ທິດທາງ ແລະ ການພັດທະນາສື່ມວນຊົນໃນຍຸກໃໝ່ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງວິໄສທັດຂອງສື່ມວນຊົນລາວວ່າ: ການພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ, ຊັດເຈນ, ທັນເຫດການ, ທັນເວລາ ສາມາດເຂົ້າເຖິງໄດ້ທຸກພື້ນທີ່ທົ່ວປະເທດ; ມີຄວາມຫຼາກຫຼາຍ ຄົບຖ້ວນດ້ານເນື້ອໃນ, ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຢ່າງຮອບດ້ານໃຫ້ແກ່ພັກ-ລັດ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ຊຸກຍູ້ສົ່ງເສີມ ສ້າງບຸກຄະລາກອນສື່ມວນຊົນທີ່ມີຄຸນທາດທາງດ້ານການເມືອງ ໜັກແໜ້ນ ແລະ ມີວຸດທິ ສື່ສານມວນຊົນທີ່ກ້າວໜ້າສົມຄູ່ກັບຍຸກສະໄໝ; ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງໃນລະດັບທີ່ແນ່ນອນ, ສະນັ້ນ, ທິດທາງ ແລະ ການພັດທະນາສື່ມວນຊົນໃນຍຸກໃໝ່ ນັ້ນຕ້ອງມີເຕັກນິກທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ທັນເຫດການ ເຂົ້າເຖິງໄດ້ທຸກພື້ນທີ່ທົ່ວປະເທດ, ສໍາລັບເນື້ອໃນຕ້ອງສາມາດສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຢ່າງຮອບດ້ານ ໃຫ້ປະຊາຊົນບັນດາເຜົ່າໂດຍມີຫລາຍຮູບແບບອອກໄປຫຼາຍຊ່ອງທາງພ້ອມ ທັງເປັນເວທີກາງລະຫວ່າງພັກ-ລັດ ແລະ ປະຊາຊົນ, ສ້າງບຸກຄະລາກອນສື່ມວນຊົນໃຫ້ມີຄຸນນະພາບ, ມີການພົວພັນ, ເຊື່ອມໂຍງກັບເວທີສື່ມວນຊົນກັບພາກລັດ, ເອກະຊົນທັງພາຍໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບກວ້າງຂວາງ.

ໂດຍ: ບິກໄຊ