ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທາບທາມ ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2

ວັນທີ 30 ຕຸລາ 2025 ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມ ບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ທີ່ຈຸດທາບທາມກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາສະຫາຍ ຄະນະນໍາຂອງສອງກໍາລັງປະກອບອາວຸດ, ຜູ້ແທນກອງປະຊຸມເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າ, ປະກອບຄໍາເຫັນໃສ່ (ຮ່າງ) ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2

ຈາກນັ້ນ, ສະຫາຍ ປະລິນຍາເອກ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜ່ານ (ຮ່າງ) ບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຈາກນັ້ນບັນດາຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ມີເນື້ອໃນຄວາມໝາຍຄົບຖ້ວນ. ຫຼັງຈາກນັ້ນ, ສະຫາຍ ກໍໄດ້ຜ່ານ ຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ, ເງື່ອນໄຂຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII.

ເພື່ອເປັນທິດໃນການຄົ້ນຄວ້າເລືອກເອົາບຸກຄະລາກອນ ແລະ ຮັບປະກັນໄປຕາມທິດທີ່ພັກໄດ້ກຳນົດໄວ້ ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາສະຫາຍຜູ້ແທນເອົາໃຈໃສ່ໃນການຄົ້ນຄວ້າ, ກຳແໜ້ນກ່ຽວກັບມາດຕະຖານ, ເງື່ອນໄຂດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດເປັນກົກ, ເລືອກເອົາບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້-ຄວາມສາມາດ ແລະ ສຸຂະພາບແຂງແຮງ; ຮັບປະກັນໃນໜ້າທີ່ການເມືອງ ເພາະສະນັ້ນ ຕ້ອງໃຫ້ມີທັງຄົນເກົ່າ, ຄົນໃໝ່, ຮັບປະກັນໃຫ້ໄດ້ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ ປະກອບດ້ວຍຊົນເຜົ່າ ແລະ ເພດຍິງ ຢ່າງສົມເຫດສົມຜົນ; ຄຽງຄູ່ກັນນັ້ນ ທັດສະນະທີ່ຄວນເອົາໃຈໃສ່ ຕ້ອງຢືນຢູ່ໃນຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນບັນດາເຜົ່າເປັນຫຼັກ,

ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2

ຂ່າວ: ພິດສະໄໝ ແກ້ວມະຫາວົງ