ວິທີລ້າງພັດລົມແບບງ່າຍໆ ໃຊ້ເວລາບໍ່ດົນ ຝຸ່ນຫາຍ ລົມແຮງຂຶ້ນທັນທີ!

Life | ພັດລົມສຽງດັງ ລົມຄ່ອຍ ອາດເປັນຍ້ອນຝຸ່ນສະສົມ! 😟 ມາເບິ່ງວິທີລ້າງງ່າຍໆ ທີ່ຄວນເຮັດເດືອນລະເທື່ອ 🗓️ອາກາດຮ້ອນໆ ແບບນີ້ 🥵 “ພັດລົມ” ຄືເຄື່ອງໃຊ້ໄຟຟ້າປະຈຳເຮືອນທີ່ເປີດກັນທັງເວັນທັງຄືນ. ແຕ່ຫຼາຍຄົນອາດຈະບໍ່ຮູ້ວ່າ ຖ້າປ່ອຍໃຫ້ຝຸ່ນເກາະສະສົມຢູ່ໃບພັດ ແລະ ຕະແກງຫຼາຍໆ ນອກຈາກຈະເຮັດໃຫ້ລົມຄ່ອຍລົງແລ້ວ ຍັງອາດເຮັດໃຫ້ເປືອງໄຟ 💡 ແລະ ກະຈາຍຝຸ່ນໃສ່ອາກາດອີກດ້ວຍ!

ມື້ນີ້ເຮົາມີ ວິທີລ້າງພັດລົມແບບງ່າຍໆ ທີ່ສາມາດເຮັດເອງໄດ້ຢູ່ເຮືອນ 🏡 ໃຊ້ອຸປະກອນບໍ່ພໍເທົ່າ່ໃດຢ່າງ ແຕ່ຊ່ວຍໃຫ້ພັດລົມກັບມາລົມແຮງ, ເຢັນສະໃຈ ຄືໄດ້ເຄື່ອງໃໝ່ທັນທີ! ✨

🧰 ອຸປະກອນທີ່ຕ້ອງກຽມ:
🧻 ຜ້າແຫ້ງ ຫຼື ຜ້າໄມໂຄຣໄຟເບີ
🪥 ແປງຖູແຂ້ວເກົ່າ
🧼 ນ້ຳຢາລ້າງຈານ ຫຼື ສະບູອ່ອນໆ
🧽 ຟອງນ້ຳ
🛍️ ຖົງຢາງໃບໃຫຍ່
🪛 ໄຂຄວງ (ສຳລັບຖອດຕະແກງ)

🛠️ ຂັ້ນຕອນການລ້າງພັດລົມແບບງ່າຍໆ:
1️⃣ ຖອດປັກໄຟກ່ອນທຸກຄັ້ງ 🔌
ເພື່ອຄວາມປອດໄພ, ຄວນຖອດປັກໄຟອອກກ່ອນເລີ່ມອະນາໄມທຸກຄັ້ງ ຫ້າມລ້າງທັງໆ ທີ່ຍັງສຽບໄຟຢູ່ເດັດຂາດ! ❌
2️⃣ຖອດຕະແກງ ແລະ ໃບພັດ ⚙️
ໃຊ້ໄຂຄາງ ຫຼື ໝູນລັອກຕະແກງອອກ ຈາກນັ້ນຖອດໃບພັດອອກມາ ເພື່ອໃຫ້ສາມາດລ້າງອະນາໄມໄດ້ທຸກຊອກທຸກມຸມ.
3️⃣ແຊ່ນ້ຳສະບູຊ່ວຍລະລາຍຝຸ່ນ 💧
ເອົາຕະແກງ ແລະ ໃບພັດໄປແຊ່ນ້ຳທີ່ປະສົມນ້ຳຢາລ້າງຈານ ປະມານ 10-15 ນາທີ ຈະຊ່ວຍໃຫ້ຝຸ່ນ ແລະ ຄາບໜຽວຫຼຸດອອກໄດ້ງ່າຍຂຶ້ນ.
4️⃣ໃຊ້ແປງຖູເບົາໆ 🪥
ໃຊ້ແປງຖູແຂ້ວເກົ່າຖູຕາມຊີ່ຕະແກງ ແລະ ຂອບໃບພັດ ໂດຍສະເພາະບໍລິເວນທີ່ມີຝຸ່ນເກາະໜາ.
5️⃣ເຊັດຕົວມໍເຕີໃຫ້ສະອາດ 🔋
ບໍລິເວນຫົວມໍເຕີ ຫ້າມຖືກນ້ຳເດັດຂາດ! ຄວນໃຊ້ພຽງແຕ່ຜ້າແຫ້ງ ຫຼື ຜ້າໝາດໆ ເຊັດຝຸ່ນອອກເບົາໆ ເທົ່ານັ້ນ.
6️⃣ຕາກໃຫ້ແຫ້ງກ່ອນປະກອບ ☀️
ຫຼັງຈາກລ້າງແລ້ວ, ຄວນເຊັດ ແລະ ຕາກໃຫ້ແຫ້ງສະໜິດກ່ອນນຳມາປະກອບຄືນໃໝ່ ເພື່ອປ້ອງກັນໄຟຟ້າລັດວົງຈອນ (ໄຟຊັອດ).

💡 ເຕັກນິກລ້າງພັດລົມແບບບໍ່ຕ້ອງຖອດເຄື່ອງ!
ສຳລັບໃຜທີ່ບໍ່ຢາກຖອດພັດລົມອອກມາໝົດເຄື່ອງ ⚙️ ສາມາດໃຊ້ສູດງ່າຍໆ ດັ່ງນີ້ໄດ້ເລີຍ:

🧪 ປະສົມ ນ້ຳ + ນ້ຳສົ້ມສາຍຊູ + ນ້ຳຢາປັບຜ້ານຸ່ມເລັກນ້ອຍ
🧴 ເທໃສ່ຕຸກສະເປ (ຕຸກສີດນ້ຳ)
💦 ສີດໃສ່ບໍລິເວນຕະແກງ ແລະ ໃບພັດ
🛍️ ເອົາຖົງຢາງໃບໃຫຍ່ມາຄຸມດ້ານໜ້າໄວ້
🌪️ ເປີດພັດລົມເບີແຮງສຸດ ປະມານ 3-5 ນາທີ

ວິທີນີ້ຈະຊ່ວຍໃຫ້ຝຸ່ນຫຼຸດອອກມາຕິດຢູ່ໃນຖົງແບບເຫັນໄດ້ຊັດເຈນ ແຖມຍັງຊ່ວຍຫຼຸດກິ່ນອັບໄດ້ອີກດ້ວຍ! 🤩

📅 ຄວນລ້າງພັດລົມດົນໆ ເທື່ອປານໃດ?
🏠 ເຮືອນທົ່ວໄປ: ຄວນລ້າງເດືອນລະ 1 ເທື່ອ.
🚗 ເຮືອນທີ່ຢູ່ຕິດແຄມທາງ ຫຼື ມີສັດລ້ຽງ: ຄວນລ້າງທຸກໆ 2 ອາທິດ.

ພຽງແຕ່ໝັ່ນເຮັດຄວາມສະອາດພັດລົມຢ່າງສະໝ່ຳສະເໝີ ກໍຊ່ວຍໃຫ້ລົມແຮງຂຶ້ນ, ເຢັນໄວຂຶ້ນ, ຫຼຸດຝຸ່ນລະອອງພາຍໃນເຮືອນ 🏡 ແລະ ຍັງຊ່ວຍຢືດອາຍຸການໃຊ້ງານຂອງພັດລົມໃຫ້ຢູ່ກັບເຮືອນເຮົາໄປໄດ້ດົນໆ ອີກດ້ວຍ! 🥰🍃