unitel ເປັນເຈົ້າຂອງລິຂະສິດ ຟີຟາ ບານໂລກ 2026

Unitel ຄວ້າລິຂະສິດ ບານໂລກ (World Cup 2026) ໃຫ້ປະຊາຊົນລາວໄດ້ຮັບຊົມສົດຟຣີ ຄົບທຸກນັດ

ບໍລິສັດ ສະຕາ ໂທລະຄົມ (Unitel) ໄດ້ບັນລຸຂໍ້ຕົກລົງຮ່ວມກັບ ສະຫະພັນບານເຕະສາກົນ (FIFA) ໃນການເປັນຜູ້ຖືລິຂະສິດ ການຖ່າຍທອດສົດການແຂ່ງຂັນບານໂລກ ໃນຮອບສຸດທ້າຍ ຫຼື FIFA World Cup 2026™️ ຢ່າງເປັນທາງການ.
ນີ້ຖືເປັນຄັ້ງທຳອິດ ທີ່ວິສາຫະກິດດ້ານໂທລະຄົມມະນາຄົມ ໃນ ສປປ ລາວ ໄດ້ເຈລະຈາໂດຍກົງ ແລະ ເປັນຜູ້ຖືສິດ ໃນການອອກອາກາດຄົບຖ້ວນທຸກນັດ ຂອງມະຫະກຳກິລາບານເຕະ ທີ່ຍິ່ງໃຫຍ່ທີ່ສຸດໃນໂລກ. ເຊີ່ງການນຳເອົາເທດສະການບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ມາສູ່ປະຊາຊົນລາວທຸກຄົນ ດ້ວຍພັນທະກິດເພື່ອສັງຄົມ ແລະ ຄວາມມຸ່ງໝັ້ນໃນການປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ, Unitel ຈຶ່ງໄດ້ຕັດສິນໃຈລົງທຶນຄັ້ງໃຫຍ່ ເພື່ອນຳເອົາ World Cup 2026 ມາສູ່ ສປປ ລາວ ໂດຍຈະມີການຖ່າຍທອດສົດແບບຟຣີໆ ຄົບທຸກນັດການແຂ່ງຂັນ ລວມທັງໝົດ 104 ນັດ ພ້ອມສຽງພາກເປັນພາສາລາວ ຜ່ານທາງແພລັດຟອມ LaoTV ເພື່ອບໍລິການແຟນບານເຕະໃນທົ່ວປະເທດ.

ອີງຕາມຂໍ້ຕົກລົງທີ່ໄດ້ເຊັນຮ່ວມກັບ FIFA, Unitel ແມ່ນເປັນຜູ້ຖືລະບົບສິດສື່ໂຄສະນາຢ່າງຮອບດ້ານ ເຊິ່ງລວມມີ: ສິດທາງໂທລະພາບ (ລະບົບດີຈີຕອນພື້ນດິນ, ລະບົບສາຍກາບ, ລະບົບດາວທຽມ), ວິທະຍຸ, ອິນເຕີເນັດ, ອຸປະກອນມືຖື ແລະ ໂດຍສະເພາະແມ່ນ ສິດການຈັດສາຍໃນບ່ອນສາທາລະນະ (Public Viewing Rights).

ສຳລັບແຟນບານເຕະ ຢູ່ ສປປ ລາວ ແມ່ນສາມາດຕິດຕາມການແຂ່ງຂັນໄດ້ຢ່າງງ່າຍດາຍ ແລະ ສະດວກສະບາຍ ຜ່ານ: ແພລັດຟອມດີຈີຕອນ – LaoTV ເຊິ່ງເປັນແອັບພລິເຄຊັນຄວາມບັນເທີງດີຈີຕອນ ທີ່ພັດທະນາໂດຍ Unitel. ນອກນີ້ຜູ້ຊົມສາມາດເລືອກຮັບຊົມຍ້ອນຫຼັງໄດ້ທຸກນັດການແຂ່ງຂັນ (VOD) ພ້ອມທັງອັບເດດຄລິບວີດີໂອຈັງຫວະເດັ່ນໆທີ່ໜ້າປະທັບໃຈ (Highlights) ໄດ້ໄວທັນໃຈ ທຸກທີ່ທຸກເວລາ ຜ່ານທາງໂທລະສັບ ແລະ ອຸປະກອນມືຖື. ລາຍການພິເສດຮ່ວມເດີນທາງ: Unitel ຈະລົງທຶນຜະລິດລາຍການຂ່າວແບບເຈາະເລິກ, ລາຍການວິເຄາະ-ວິຈານ ທັງກ່ອນ ແລະ ຫຼັງການແຂ່ງຂັນ ໂດຍຈະໄດ້ມີ ບັນດານັກວິຊາການ ແລະ ຊ່ຽວຊານ ທາງດ້ານບານເຕະມາຮ່ວມລາຍການ ເພື່ອນຳເອົາປະສົບການດ້ານກິລາລະດັບໂລກ ມາສູ່ສາຍຕາຂອງຜູ້ຊົມຢ່າງເຕັມອີ່ມ.
ໃນນາມເປັນຜູ້ຖືລິຂະສິດການອອກອາກາດ, Unitel ແມ່ນຜູ້ຄວບຄຸມສິດທັງໝົດໃນການຈັດສາຍຢູ່ບ່ອນສາທາລະນະ ໃນທົ່ວດິນແດນຂອງ ສປປ ລາວ. ທຸກໆກິດຈະກຳການຈັດຕັ້ງເບິ່ງບານເຕະແບບລວມໝູ່ ຢູ່ຕາມສະຖານທີ່ສາທາລະນະ ເຊັ່ນ: Fan Zone, ຮ້ານອາຫານ, ຜັບ-ບາ, ສູນການຄ້າ ຫຼື ພື້ນທີ່ກາງແຈ້ງຕ່າງໆ… ແມ່ນຈະຕ້ອງໄດ້ຮັບຄວາມເຫັນດີ ແລະ ອະນຸຍາດຢ່າງເປັນທາງການ ຫຼື ແມ່ນທາງ Unitel ເປັນຜູ້ຈັດຕັ້ງໂດຍກົງເທົ່ານັ້ນ. ນອກຈາກນັ້ນ, ສຳລັບບັນດາສື່ມວນຊົນ ແລະ ສຳນັກຂ່າວ, ເພື່ອເປັນການເຜີຍແຜ່ການແຂ່ງຂັນຢ່າງມີມືອາຊີບ, Unitel ຈະປະສານງານຢ່າງໃກ້ຊິດ ເພື່ອສະໜອງຊັບພະຍາກອນສື່ ພ້ອມຄຳແນະນຳໃນການນຳໃຊ້ຂໍ້ມູນຂອງການແຂ່ງຂັນ. ທຸກຂໍ້ກຳນົດ ແລະ ຄຳແນະນຳເຫຼົ່ານີ້ ອາດຈະຖືກປັບປຸງ ແລະ ອັບເດດໃຫ້ທັນສະໄໝຢູ່ເລື້ອຍໆ ອີງຕາມເນື້ອໃນການກວດກາ ແລະ ຂໍ້ຮຽກຮ້ອງໂດຍກົງຈາກ FIFA. ກ່ຽວກັບ ການແຂ່ງຂັນບານໂລກຮອບສຸດທ້າຍ FIFA World Cup 2026
ສຳລັບການແຂ່ງຂັນ ບານໂລກຮອບສຸດທ້າຍ 2026 ຫຼື FIFA World Cup 2026 ແມ່ນມະຫະກຳກິລາປະຫວັດສາດ ເຊິ່ງເປັນຄັ້ງທຳອິດເປັນເຈົ້າພາບຮ່ວມກັນ 3 ປະເທດ ໃນທະວີບອາເມລິກາເໜືອ ຄື: ສະຫະລັດອາເມລິກາ, ການາດາ ແລະ ເມັກຊິໂກ ທັງຍັງເປັນຄັ້ງທຳອິດ ທີ່ໄດ້ມີການຂະຫຍາຍ ຫຼື ເພີ່ມທີມເຂົ້າຮ່ວມຈາກ 32 ທີມ ຂຶ້ນເປັນ 48 ທີມ, ຈື່ງເຮັດໃຫ້ຈຳນວນນັດການແຂ່ງຂັນທັງໝົດ ເພີ່ມຂຶ້ນເຖິງ 104 ນັດ ຮັບປະກັນວ່າໃນບານໂລກປີນີ້ ຈະເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ດຸເດືອດ ໂດຍຈະເລີ່ມຕົ້ນການແຂ່ງຂັນ ຕັ້ງແຕ່ວັນທີ 11 ມິຖຸນາ ຫາ ວັນທີ 19 ກໍລະກົດ 2026.
ເນື່ອງຈາກຄວາມແຕກຕ່າງທາງດ້ານເຂດເວລາ (Time zone) ກັບທະວີບອາເມລິກາເໜືອ, ນັດການແຂ່ງຂັນສ່ວນໃຫຍ່ຂອງ World Cup 2026 ຈະດຳເນີນໄປໃນຊ່ວງເວລາແຕ່ເດິກ ຫາ ຕອນເຊົ້າຂອງມື້ຕໍ່ມາ ຕາມເວລາທ້ອງຖິ່ນໃນລາວ (ເລີ່ມແຕ່ປະມານ 23:00 ໂມງ ຂອງຄືນກ່ອນໜ້າ ຫາ 11:00 ໂມງ ເຊົ້າຂອງມື້ຕໍ່ມາ). ສວ່ນນັດເປີດສາກການແຂ່ງຂັນ ລະຫວ່າງ ເຈົ້າພາບ ເມັກຊິໂກ ພົບກັບ ອາຟຣິກາໃຕ້ ຈະເລີ່ມຂຶ້ນໃນເວລາ 02:00 ໂມງ ເຊົ້າ ຂອງວັນທີ 12 ມິຖຸນາ 2026 (ຕາມໂມງຢູ່ນະຄອນຫຼວງວຽງຈັນ). ສ່ວນນັດຊີງຊະນະເລີດ ເພື່ອຄົ້ນຫາລາຊາອົງໃໝ່ຂອງວົງການບານເຕະໂລກ ຈະຈັດຂຶ້ນໃນວັນທີ 19 ກໍລະກົດ 2026.