ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ

ວັນທີ 1 ມິຖຸນາ 2026, ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ກິດຈະກຳປ່ອຍປາ, ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ຄົບຮອບ 29 ປີ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ແລະ ກອງພັນຍິງປືນ 199 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມມີ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກົມວິຊາສະເພາະ, ຫ້ອງການ, ພະນັກງານ ແລະ ນັກຮົບທົ່ວທັງກົມກອງ.

ໃນພິທີ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ກ່າວວ່າ: ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງກົງກັບວັນເດັກນ້ອຍສາກົນ ເພື່ອປູກຈິດສຳນຶກໃຫ້ແກ່ເຍົາວະຊົນ, ອະນຸຊົນ ກໍຄືທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຂອງປ່າໄມ້, ການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ຢ່າງຍືນຍົງ ໄປຕາມທິດການເຕີບໂຕສີຂຽວ. ປ່າໄມ້ມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທັງທາງກົງ ແລະ ທາງອ້ອມ; ຊ່ວຍປົກປັກຮັກສາດິນ, ແຫຼ່ງນ້ຳ ແລະ ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ, ທັງເປັນການປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້ມະນຸດບໍ່ສາມາດເຮັດແທນໄດ້. ພ້ອມກັນນັ້ນ, ປ່າໄມ້ຍັງປະກອບສ່ວນຢ່າງຫຼວງຫຼາຍຕໍ່ການພັດທະນາກະສິກຳ-ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ.

ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ວຽກງານຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນການກຳນົດເອົາຫຼາຍເຂດໃນທົ່ວປະເທດເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ, ພ້ອມທັງໄດ້ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ເປັນຕົ້ນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການໃນການໂຄສະນາປູກຈິດສຳນຶກໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອເຂົ້າມາມີສ່ວນຮ່ວມໃນການປົກປັກຮັກສາຊັບພະຍາກອນທຳມະຊາດໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງຕະຫຼອດໄປ.

(ພາບ-ຂ່າວ: ສີສະຫວັດ)

ดูน้อยลง