ເຕືອນແລ້ວ ເຕືອນອີກ ເລື່ອງການກິນເຫັດ

Life | ໄລຍະນີ້ອາກາດຮ້ອນເອົ້າ ແລະ ມີຝົນຕົກ ເຮັດໃຫ້ເຫັດຊະນິດຕ່າງໆ ເກີດຂຶ້ນມາຢ່າງຫຼວງຫຼາຍ ເຊິ່ງໃນນັ້ນມີທັງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ ປະປົນກັນ ແຕ່ສິ່ງທີ່ຄວນລະວັງທີ່ສຸດແມ່ນ ເຫັດເບື່ອ ຫຼື ເຫັດເປັນພິດ ທີ່ບໍ່ອາດສັງເກ

ນີ້ແມ່ນບາງຊະນິດຂອງເຫັດເບື່ອ ຖ້າຫາກໄດ້ຮັບພິດຈາກເຫັດເຫຼົ່ານີ້ ອາການສະແດງອອກພາຍຫຼັງກິນເຫັດເບື່ອຄື:

  1. ກໍລະນີ ເຫັດເບື່ອຮ້າຍແຮງບາງຊະນິດ ຫຼັງຈາກກິນແລ້ວ ປະມານ 6-24 ຊົ່ວໂມງ ຈະມີອາການຖອກທ້ອງ, ທ້ອງບິດ, ເຈັບທ້ອງຮຸນແຮງ, ປຸ້ນທ້ອງປວດຮາກ. ຫຼັງຈາກ 24 ຊົ່ວໂມງ ຈະມີອາການຕັບ ແລະ ໄຂ່ຫຼັງບໍ່ທໍາງານ ແລະ ເຖິງຂັ້ນເສຍຊີວິດ ພາຍໃນ 2-6 ວັນ.
  2. ເຫັດເບື່ອບາງຊະນິດ ຫຼັງຈາກກິນແລ້ວ ຈະມີເຫື່ອອອກ, ນໍ້າຕາ ແລະ ນໍ້າລາຍໄຫຼ, ວິນຫົວ, ປຸ້ນທ້ອງປວດຮາກ, ຖອກທ້ອງ. ກໍລະນີເຖິງຂັ້ນຮ້າຍແຮງ ຊີບພະຈອນເຕັ້ນຊ້າ, ຄວາມດັນ ເລືອດຕໍ່າອາດເຖິງຂັ້ນເສຍຊີວິດໄດ້.
  3. ເຫັດເບື່ອຈໍານວນໜຶ່ງ ຈະມີອາການເມົາ, ລະເມີ, ຊືມເສົ້າ, ປ່ວງບ້າ, ນອນຫຼັບເປັນເວລາດົນ, ອາດມີອາການປຸ້ນທ້ອງ, ອິດເມື່ອຍແຮງ ແລະ ເປັນອໍາມະພາດຊົ່ວຄາວຮ່ວມນໍາ.
  4. ເຫັດເບື່ອບາງຊະນິດຫຼັງຈາກກິນແລ້ວ ຈະມີອາການປວດທ້ອງ, ປຸ້ນທ້ອງປວດຮາກ, ຖອກທ້ອງ, ປັ້ນທ້ອງ, ມັກມີອາການຫຼັງຈາກກິນແລ້ວປະມານ 30-90 ນາທີ ອາດຈະມີອາການດີຂຶ້ນພາຍໃນ 3-4 ຊົ່ວໂມງ ແລະ ຈະຟື້ນຟູຊີບໃຫ້ເປັນປົກກະຕິພາຍໃນ 3-4 ວັນ.

ສິ່ງທີ່ຄວນເຮັດ:

  • ຄວນຫຼີກລ້ຽງການກິນເຫັດດອກຈູມທີ່ເຮົາບໍ່ຮູ້ຈັກ.
  • ຖ້າເບື່ອເຫັດຄວນປະຖົມພະຍາບານເບື້ອງຕົ້ນດ້ວຍການເຮັດໃຫ້ປຸ້ນທ້ອງປວດຮາກ ແລະ ຮາກອອກມາ
  • ແລ້ວນຳສົ່ງໂຮງໝໍພ້ອມທັງນຳເອົາຕົວຢ່າງເຫັດທີ່ກິນໄປນຳ.

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ

ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.