ຮູ້ໄວ້! “ສີຂອບທາງ” ແຕ່ລະສີ ໝາຍຄວາມວ່າແນວໃດ? ສີໃດຫ້າມຈອດ ສີໃດຫ້າມຢຸດ

📍 ການສັງເກດ “ສີຂອບທາງ” ເປັນອີກໜຶ່ງຂໍ້ສຳຄັນທີ່ຜູ້ຂັບຂີ່ຄວນຮູ້ ເພາະບໍ່ພຽງແຕ່ຊ່ວຍໃຫ້ການຈະລາຈອນເປັນລະບຽບ ແຕ່ຍັງຊ່ວຍຫຼີກເວັ້ນການຖືກປັບໃໝ ແລະ ຫຼຸດຄວາມສ່ຽງເກີດອຸປະຕິເຫດ .
🔴⚪️ #ຂອບສີແດງ-ຂາວ = ຫ້າມຢຸດ ແລະ ຫ້າມຈອດ
ຂອບທາງສີແດງສະຫຼັບຂາວ ໝາຍເຖິງ “ຫ້າມຢຸດ ຫຼື ຈອດລົດທຸກປະເພດ” ຢ່າງເດັດຂາດ 🚫
ສ່ວນຫຼາຍຈະພົບເຫັນຢູ່ບໍລິເວນທາງແຍກ, ທາງເຂົ້າ-ອອກຊອຍ ຫຼື ຈຸດທີ່ອາດກີດຂວາງການສັນຈອນ.
⚫️⚪️ #ຂອບສີດຳ-ຂາວ = ຈຸດເຕືອນ ຫຼື ຈອດຕາມເງື່ອນໄຂ
ຂອບສີດຳສະຫຼັບຂາວ ມັກໃຊ້ເປັນເຄື່ອງໝາຍເຕືອນອຸປະສັກ ເຊັ່ນ ທາງໂຄ້ງ, ເກາະກາງຖະໜົນ ຫຼື ຈຸດທີ່ຕ້ອງເພີ່ມຄວາມລະວັງ ⚠️
ບາງພື້ນທີ່ອາດອະນຸຍາດໃຫ້ຈອດລົດໄດ້ເປັນບາງຊ່ວງເວລາ ຫຼື ມື້ຄີກ ຕາມປ້າຍກຳນົດ.
🟡⚪️ #ຂອບສີເຫຼືອງ-ຂາວ = ຫ້າມຈອດ ແຕ່ອະນຸຍາດໃຫ້ຢຸດຊົ່ວຄາວ
ຂອບສີເຫຼືອງສະຫຼັບຂາວ ໝາຍເຖິງ “ຫ້າມຈອດລົດ” ແຕ່ສາມາດຢຸດຮັບ-ສົ່ງຄົນ ຫຼື ຂົນຖ່າຍສິນຄ້າໄດ້ຊົ່ວຄາວ ⛔️
ຢ່າງໃດກໍຕາມ ຕ້ອງດຳເນີນການຢ່າງວ່ອງໄວ ແລະ ເມື່ອສຳເລັດແລ້ວ ຕ້ອງຍ້າຍລົດອອກທັນທີ.
📖 ອີງຕາມດຳລັດວ່າດ້ວຍ ການປັບໃໝຜູ້ລະເມີດກົດຈະລາຈອນ ມາດຕາ 15, ຜູ້ຂັບຂີ່ທີ່ຈອດລົດບໍ່ຖືກລະບຽບ ເຊັ່ນ ຈອດໃນບ່ອນຫ້າມ, ທາງໂຄ້ງ, ທາງແຍກ, ກາງຂົວ, ຂວາງທາງ ຫຼື ບໍ່ແນບຂອບທາງ ຈະຖືກປັບໃໝຕາມປະເພດລົດ.
💰 ອັດຕາປັບໃໝ:
• ລົດຈັກ: 50.000 ກີບ
- ລົດສາມລໍ້ ແລະ ລົດໄຖ: 80.000 ກີບ
- ລົດເກງ, ກະບະ, ຈິບ, ລົດຕູ້: 150.000 ກີບ
- ລົດໂດຍສານ/ຂົນສົ່ງຂະໜາດນ້ອຍ: 200.000 ກີບ
- ຂະໜາດກາງ: 250.000 ກີບ
- ຂະໜາດໃຫຍ່: 300.000 ກີບ
✅ ການຮູ້ ແລະ ປະຕິບັດຕາມສັນຍານຂອບທາງ ບໍ່ພຽງແຕ່ຊ່ວຍຫຼຸດການຖືກປັບໃໝ ແຕ່ຍັງເປັນການສ້າງລະບຽບການຈະລາຈອນ ແລະ ເພີ່ມຄວາມປອດໄພໃຫ້ກັບຜູ້ໃຊ້ຖະໜົນທຸກຄົນ.