ເຄີຍເປັນບໍ່ລຸກຕອນໃດ ໜ້າມືດຕະຫຼອດ! ລອງເຮັດຕາມ 5 ຂໍ້ນີ້ ຫຼຸດສ່ຽງ “ໜ້າມືດ-ວູບ” 😵‍💫

Health | ເຄີຍເປັນບໍ່? ນັ່ງຢູ່ດີໆ ແລ້ວຟ້າວລຸກຂຶ້ນ… ແຕ່ພັດຮູ້ສຶກຄືໂລກປິ່ນ, ຕາລາຍ, ເຫັນພາບຕັດໄປຊົ່ວຄາວ! ອາການເຫຼົ່ານີ້ບໍ່ຄວນເບິ່ງຂ້າມ ເພາະມັນອາດນຳໄປສູ່ການລົ້ມຟາດ ຫຼື ເປັນອັນຕະລາຍຮ້າຍແຮງໄດ້.

ມາເບິ່ງ 5 ວິທີປ້ອງກັນ ທີ່ເຮັດໄດ້ງ່າຍໆ ແຕ່ໄດ້ຜົນຈິງ:

  1. ຊ້າລົງແນ່… ຢ່າຟ້າວລຸກ! 🧘‍♂️
    ປ່ຽນທ່າທາງໃຫ້ຊ້າລົງ ໂດຍສະເພາະຕອນຕື່ນນອນ. ໃຫ້ລຸກຂຶ້ນມານັ່ງຂ້າງຕຽງປະມານ 1-2 ນາທີ ກ່ອນຈະຢືນຂຶ້ນເຕັມຕົວ ເພື່ອໃຫ້ຮ່າງກາຍປັບຄວາມດັນເລືອດໄດ້ທັນ.
  2. ດື່ມນ້ຳໃຫ້ພຽງພໍ 💧
    ພາວະຂາດນ້ຳເຮັດໃຫ້ບໍລິມາດເລືອດຫຼຸດລົງ ເຊິ່ງເປັນສາເຫດຫຼັກຂອງການໜ້າມືດ. ພະຍາຍາມຈິບນ້ຳຕະຫຼອດທັງວັນ ຢ່າປ່ອຍໃຫ້ຄໍແຫ້ງ.
  3. ບໍລິຫານຂາ ແລະ ປາຍຕີນ 👣
    ກ່ອນຈະລຸກຢືນ ໃຫ້ລອງຂຍັບປາຍຕີນ ຫຼື ເກັງກ້າມຊີ້ນຂາຄາວໜຶ່ງ ເພື່ອຊ່ວຍກະຕຸ້ນໃຫ້ເລືອດໄຫຼວຽນກັບຄືນສູ່ຫົວໃຈໄດ້ດີຂຶ້ນ.
  4. ກວດເຊັກສຸຂະພາບເປັນປະຈຳ 🩺
    ບາງຄັ້ງອາການວູບ ອາດມາຈາກໂລກເລືອດຈາງ, ຄວາມດັນຕ່ຳ ຫຼື ລະດັບນ້ຳຕານໃນເລືອດຜິດປົກກະຕິ. ການຮູ້ສາເຫດທີ່ແທ້ຈິງຈະຊ່ວຍໃຫ້ປ້ອງກັນໄດ້ກົງຈຸດ.
  5. ພັກຜ່ອນໃຫ້ພຽງພໍ 😴
    ການນອນໜ້ອຍເຮັດໃຫ້ລະບົບປະສາດອັດຕະໂນມັດເຮັດວຽກຜິດປົກກະຕິ ສົ່ງຜົນໃຫ້ການຄວບຄຸມຄວາມດັນເລືອດເຮັດໄດ້ບໍ່ດີເທົ່າທີ່ຄວນ.

📢 ສຸຂະພາບດີເລີ່ມຕົ້ນທີ່ການໃສ່ໃຈເລື່ອງເລັກໆນ້ອຍໆ!

ໃຜເຄີຍມີອາການ “ວູບ” ຈົນເກືອບລົ້ມມາແລ້ວແດ່? ຫຼື ມີເຄັດລັບດີໆໃນການດູແລໂຕເອງແບບໃດ?
ມາແຊຣ໌ປະສົບການ ຫຼື ຄອມເມັ້ນບອກກັນແນ່ ເພື່ອເປັນປະໂຫຍດໃຫ້ໝູ່ເພື່ອນໃນເຟສບຸກນຳກັນ! 👇

ສຸຂະພາບ #ໜ້າມືດ #ວູບ #ວິທີເບິ່ງແຍງສຸຂະພາບ #ContentCreator #HealthTips

ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.