ຊື້ເສື້ອໃໝ່ແລ້ວຟ້າວນຸ່ງເລີຍ… ລະວັງເດີ້! ຊ່ຽວຊານເຕືອນ: ບໍ່ຊັກກ່ອນ ອາດໄດ້ຂອງແຖມເປັນຜື່ນຄັນ

ຊື້ເສື້ອໃໝ່ແລ້ວຟ້າວນຸ່ງເລີຍ… ລະວັງເດີ້! ຊ່ຽວຊານເຕືອນ: ບໍ່ຊັກກ່ອນ ອາດໄດ້ຂອງແຖມເປັນຜື່ນຄັນ
ໃຜທີ່ມັກຊື້ເສື້ອໃໝ່ມາປຸບ ແລ້ວແກະຖົງນຸ່ງປັບເລີຍ ຟັງທາງນີ້ກ່ອນ! ເພາະເສື້ອຜ້າທີ່ເບິ່ງຄືສະອາດງາມໆຢູ່ໃນຮ້ານ ຄວາມຈິງແລ້ວມັນ “ບໍ່ໄດ້ສະອາດ” ຄືທີ່ຄິດ. ກວ່າຈະມາເຖິງມືເຮົາ ມັນຜ່ານມາໝົດທັງການຍ້ອມສີ, ເຄືອບສານເຄມີສາລະພັດຊະນິດ ແຖມບາງໂຕຍັງຜ່ານການລອງນຸ່ງມາແລ້ວຈັກຄົນກໍບໍ່ຮູ້ ທັງເຫື່ອ ທັງເຊື້ອພະຍາດມາເຕັມ!
.
ຜູ້ຊ່ຽວຊານເພິ່ນບອກວ່າ ຖ້ານຸ່ງເລີຍໂດຍບໍ່ຊັກ ສານເຄມີທີ່ຕົກຄ້າງອາດຈະເຮັດໃຫ້ເຮົາຄັນຄາຍ, ແສບຜິວ ຫຼື ເປັນຜື່ນແພ້ໄດ້ງ່າຍ (ໂດຍສະເພາະຄົນຜິວບາງໆ ແຮງຕ້ອງລະວັງ). ນອກຈາກນີ້ ຍັງມີພວກແບັກທີເຣຍ ຫຼື ເຊື້ອລາທີ່ເບິ່ງບໍ່ເຫັນ ຕິດມານຳອີກ.
.
ສະຫຼຸບງ່າຍໆ: ຊື້ເຄື່ອງໃໝ່ມາແລ້ວ ອົດໃຈໜ້ອຍໜຶ່ງ ເອົາໄປຊັກໃຫ້ສະອາດກ່ອນນຸ່ງ ເພື່ອຄວາມປອດໄພຂອງຜິວໜັງເຮົາເອງ. ຢ່າເຫັນແກ່ຄວາມຟ້າວ ເພາະຖ້າເປັນຜື່ນຂຶ້ນມາ ມັນຈະບໍ່ຄຸ້ມເດີ້!