ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

7 ເຄັດລັບດີໆ ເພື່ອສຸຂະພາບກາຍ ແລະ ໃຈທີ່ແຂງແຮງ 🌿

7 ເຄັດລັບດີໆ ເພື່ອສຸຂະພາບກາຍ ແລະ ໃຈທີ່ແຂງແຮງ 🌿
ການມີສຸຂະພາບດີອາດເລີ່ມໄດ້ຈາກສິ່ງໃກ້ຕົວ ດ້ວຍ 7 ເລື່ອງໜ້າຮູ້ດັ່ງນີ້:

  1. ກ້ວຍຊ່ວຍໄລ່ແກັສ: ກ້ວຍມີໂພແທດຊຽມສູງ ຊ່ວຍຫຼຸດອາການທ້ອງອືດຈາກການກິນເຄັມ (ໂຊດຽມ) ໄດ້ດີ.
  2. ນ້ຳໜັກຂຶ້ນ-ລົງ 1-2 ກິໂລ ເປັນເລື່ອງປົກກະຕິ: ນ້ຳໜັກທີ່ປ່ຽນແປງໃນແຕ່ລະມື້ສ່ວນໃຫຍ່ແມ່ນນ້ຳໃນຮ່າງກາຍ ທີ່ມາຈາກການກິນເຄັມ ຫຼື ຊ່ວງມີປະຈຳເດືອນ.
  3. ຢ່ານັ່ງດົນເກີນ 11 ຊົ່ວໂມງ: ການນັ່ງດົນເຮັດໃຫ້ລະບົບໄຫຼວຽນເລືອດ ແລະ ການຍ່ອຍອາຫານມີບັນຫາ. ຄວນໝັ່ນລຸກຍ່າງ ຫຼື ຢືດເສັ້ນຢືດສາຍເລື້ອຍໆ ເພື່ອອາຍຸທີ່ຍືນຍາວ.
  4. ຊາຂຽວບຳລຸງສະໝອງ: ມີສານຕ້ານອະນຸມູນອິດສະລະສູງ ບໍ່ພຽງແຕ່ຊ່ວຍຕ້ານມະເຮັງ ແຕ່ຍັງຊ່ວຍໃຫ້ຄວາມຈຳດີຂຶ້ນ.
  5. ນ້ຳຕານເຮັດໃຫ້ປວດທ້ອງປະຈຳເດືອນ: ການກິນຫວານຫຼາຍຈະຫຼຸດແມັກນີຊຽມໃນຮ່າງກາຍ ເຮັດໃຫ້ທ້ອງອືດ ແລະ ບໍ່ສະບາຍຕົວໃນຊ່ວງມີຮອບເດືອນ.
  6. ເຂົ້າໂອ໊ດຊ່ວຍໃຫ້ອາລົມດີ: ຊ່ວຍເພີ່ມສານ “ເຊໂຣໂທນິນ” ໃນສະໝອງ ເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ອາລົມດີຂຶ້ນ.
  7. ອອກກຳລັງກາຍໄວ ຄວາມຈຳດີໄວ: ການອອກກຳລັງກາຍຕັ້ງແຕ່ອາຍຸ 20 ປີ ຊ່ວຍໃຫ້ສະໝອງແຂງແຮງ ແລະ ມີຄວາມຈຳທີ່ດີ ເມື່ອຮອດໄວອາຍຸ 40-50 ປີ.