ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

5 ວິທີເບິ່ງແຍງຕົນເອງເມື່ອເປັນພະຍາດພູມແພ້.

5 ວິທີເບິ່ງແຍງຕົນເອງເມື່ອເປັນພະຍາດພູມແພ້.
ພະຍາດພູມແພ້ ເປັນພະຍາດທີ່ພົບໄດ້ຫລາຍທີ່ສຸດ ຍິ່ງໃນສະພາບແວດລ້ອມໃນປັດຈຸບັນ ເຊິ່ງເຕັມໄປດ້ວຍມົນລະພິດ, ຝຸ່ນ, ຄັວນ, ສານພິດ, ນຳ້ເນົ່າ ສິ່ງເຫລົ່ານີ້ລ້ວນເພີ່ມຄວາມສ່ຽງໃຫ້ລະບົບພູມຕ້ານທານພາຍໃນຮ່າງກາຍຕ້ອງເຮັດວຽກຫລາຍຂຶ້ນ ເຮັດໃຫ້ຮ່າງກາຍອ່ອນແອລົງ ແລະ ເພີ່ມໂອກາດໃນການປ່ວຍເປັນພະຍາດພູມແພ້ຫລາຍຍິ່ງຂຶ້ນ ອາດຈະຟັງເບິ່ງເປັນພະຍາດທີ່ບໍ່ໜ້າຢ້ານຫຍັງພໍປານໃດ, ແຕ່ເຮົາກໍຕ້ອງຮູ້ຈັກເບິ່ງແຍງຕົນເອງໃຫ້ດີນຳ ມື້ນີ້ພວກເຮົາມີສາລະສຸຂະພາບກ່ຽວກັບການເບິ່ງແຍງດູແລຕົນເອງເມື່ອເປັນພະຍາດພູມແພ້ມາແນະນຳບັນດາທ່ານ.

  • ຫລີກເວັ້ນສິ່ງກະຕຸ້ນທີ່ເຮັດໃຫ້ເກີດພູມແພ້ທີ່ພົບໄດ້ຫລາຍ ເຊັ່ນ : ຂີ້ຝຸ່ນ, ຄັວນລົດ, ສານເຄມີຕ່າງໆ, ເກສອນດອກໄມ້, ເຊື້ອລາ, ເຊື້ອໄວຣັສ, ອາຫານທີ່ຜູ້ປ່ວຍແພ້ງ່າຍ ເປັນຕົ້ນ.
  • ການນອນຫລັບພັກຜ່ອນ ບໍ່ຄວນເຂົ້ານອນເດິກຈົນເກີນໄປ ເພື່ອໃຫ້ລະບົບພູມຕ້ານທານຂອງຮ່າງກາຍມີການຟື້ນຟູ ແລະ ປັບຄວາມດຸ່ນດ່ຽງໄດ້ຢ່າງພຽງພໍ.
  • ຄວນອອກກຳລັງກາຍຢ່າງສະໝໍ່າສະເໝີ ຕໍ່ເນື່ອງກັນຢ່າງໜ້ອຍມື້ລະ 30 ນາທີ ອາທິດລະ 3 ມື້ ເຊັ່ນ : ແລ່ນ, ເຕັ້ນ, ຍ່າງໄວໆ, ລອຍນຳ້, ຂີ່ລົດຖີບ ເປັນຕົ້ນ ເນື່ອງຈາກການອອກກຳລັງກາຍຈະເຮັດໃຫ້ຄວາມໄວຂອງເນື້ອເຍື່ອດັງ ແລະ ຫລຸດລົມຫລຸດລົງ ແລະ ເຮັດໃຫ້ມີພູມຕານທານຕໍ່ໄຂ້ຫວັດນຳອີກ.
  • ໃຊ້ນຳ້ເກືອເຮັດຄວາມສະອາດບໍລິເວນຜົ້ງດັງ, ຄ່ອຍໆສືບນຳ້ເກືອໃຫ້ນຳ້ເກືອໄດ້ສຳຜັດກັບຜົ້ງດັງ ແລ້ວຄ່ອຍໆຫາຍໃຈອອກ ໃຫ້ນຳ້ເກືດເກີດການຜ່ານເຂົ້າອອກໃນຜົ້ງດັງ ໃຊ້ເວລາປະມານ 3 ນາທີ ຫາກສາມາດເຮັດຕໍ່ເນື່ອງໄດ້ໃນທຸກໆມື້ ຈະສາມາດຊ່ວຍປິ່ນປົວອາການພູມແພ້ດັງທີ່ເປັນຢູ່ໄດ້.
  • ຫລີກເວັ້ນອາຫານທີ່ເຮັດໃຫ້ເກີດອາການແພ້ ກິນອາຫານທີ່ມີປະໂຫຍດໃຫ້ຄົບ 5 ໝວດ ລວມທັງຜັກ ແລະ ໝາກໄມ້, ກິນອາຫານທີ່ສະອາດ, ປຸງແຕ່ງສຸກດີ ແລະ ສົດໃໝ່ສະເໝີ.
    ການເບິ່ງແຍງຕົນເອງຖືວ່າເປັນສິ່ງສຳຄັນໃນການປິ່ນປົວພະຍາດພູມແພ້ ເພາະສະນັ້ນແລ້ວ ຜູ້ທີ່ເປັນພະຍາດນີ້ຈະຕ້ອງຫລີກເວັ້ນສະຖານທີ່, ອາຫານ ແລະ ຄວາມສ່ຽງຕ່າງໆໃຫ້ຫລາຍທີ່ສຸດ ພ້ອມກັບປັບປ່ຽນພຶດຕິກຳເພື່ອໃຫ້ມີສຸຂະພາບທີ່ແຂງແຮງ.

ພູມແພ້ #ຮັກສາ #ເບິ່ງແຍງຕົວເອງ #ສາລະໜ້າຮູ້ລາວພັດທະນາ