ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຈະນອນແນວໃດໃຫ້ມີປະສິດທິພາບ ແລະ ພຽງພໍ ?

ນອນໜ້ອຍ, ນອນບໍ່ຫລັບ ສົ່ງຜົນເສຍຕໍ່ສຸຂະພາບ ແລະ ອາດເປັນສາເຫດນຳໄປສູ່ພະຍາດຕ່າງໆໄດ້ ບໍ່ວ່າຈະເປັນພະຍາດຫົວໃຈ ແລະ ຫລອດເລືອດ, ພະຍາດມະເຮັງລຳໄສ້, ການນອນບໍ່ຫລັບຊຳ້ເຮື້ອ, ຕຸ້ຍ ຫລື ແມ່ນແຕ່ພະຍາດເບົາຫວານກໍຄືກັນ, ແຕ່ໃນມື້ນີ້ຈະຂໍເວົ້າເຖິງເລື່ອງການນອນບໍ່ຫລັບກັບພະຍາດເບົາຫວານ ເຊິ່ງຈະມີຄວາມກ່ຽວຂ້ອງກັນແນວໃດ ພວກເຮົາມີຂໍ້ມູນສຸຂະພາບກ່ຽວກັບເລື່ອງນີ້ມາຝາກບັນດາທ່ານ.
ການນອນບໍ່ຄ່ອຍຫລັບ ຫລື ອົດນອນ ຈົນນອນບໍ່ພໍຢູ່ເປັນປະຈຳ ອາດບໍ່ແມ່ນພຶດຕິກຳທີ່ດີຕໍ່ສຸຂະພາບ, ແຕ່ນັ້ນອາດນຳໄປສູ່ຄວາມສ່ຽງຂອງພະຍາດເບົາຫວານເພີ່ມຂຶ້ນໄດ້ ມີນັກວິໄຈໄດ້ວິເຄາະວ່າການອົດນອນສົ່ງຜົນໃຫ້ລະດັບນຳ້ຕານໃນເລືອດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຮ່າງກາຍຈຶ່ງເລັ່ງຜະລິດອິນຊູລິນເພື່ອຮັກສາລະດັບນຳ້ຕານໃນເລືອດໃຫ້ເປັນປົກກະຕິ ຈົນອາດເຮັດໃຫ້ຮໍໂມນອິນຊູລິນບໍ່ສາມາດຄວບຄຸມລະດັບນຳ້ຕານໃນເລືອດໄດ້ອີກຕໍ່ໄປ ແລະ ຜົນຈາກການສຶກສາຄວາມກ່ຽວຂ້ອງລະຫ່ວາງປັດໄຈກ່ຽວກັບການນອນຫລັບ ແລະ ລະດັບກົດຢູຣິກໃນເລືອດກັບລະດັບນຳ້ຕານສະສົມໃນເລືອດ (HbA1C) ພົບວ່າ ໃນຄົນທີ່ມີລະດັບນຳ້ຕານໃນເລືອດສູງກ່ວາປົກກະຕິ, ຄົນທີ່ນອນຕື່ນສວາຍ ລວມເຖິງຄົນນອນບໍ່ພຽງພໍ ຫລື ນອນໜ້ອຍກ່ວາ 6 ຊົ່ວໂມງຕໍ່ຄືນ ຈະມີລະດັບນຳ້ຕານສະສົມໃນເລືອດຫລາຍກ່ວາຄົນທີ່ເຂົ້ານອນໄວ ເນື່ອງຈາກການເຂົ້ານອນຜິດເວລາທຳມະຊາດ ຈະສົ່ງຜົນໃຫ້ລະດັບນຳ້ຕານໃນເລືອດສູງຕາມມາ. ນອກຈາກນີ້, ຄົນທີ່ເຮັດວຽກເປັນກະ, ຄົນທີ່ນອນບໍ່ຕໍ່ເນື່ອງ ເຊັ່ນ : ນອນຫລັບໆຕື່ນໆ ກໍຖືກຈັດຢູ່ໃນກຸ່ມສ່ຽງຄືກັນ ດັ່ງນັ້ນ ຄົນທີ່ນອນຕື່ນສວາຍ, ພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ຮ່າງກາຍຫລັ່ງຮໍໂມນທີ່ຜິດປົກກະຕິໄປ ແລະ ສົ່ງຜົນຕໍ່ການເຮັດວຽກຂອງອະໄວຍະວະພາຍໃນຕ່າງໆໃຫ້ອ່ອນແອລົງ ເຊິ່ງອາດສົ່ງຜົນຕໍ່ການດື້ອິນຊູລິນໄດ້ ຈຶ່ງແນະນຳວ່າຄວນພັກຜ່ອນໂດຍເຂົ້ານອນຕັ້ງແຕ່ເວລາ 20:00 – 21:00 ໂມງ ແລ້ວຕື່ນນອນເວລາ 6:00 ໂມງ ໃຫ້ເປັນເວລາ.

  • ຈະນອນແນວໃດໃຫ້ມີປະສິດທິພາບ ແລະ ພຽງພໍ ?
  1. ເຂົ້ານອນໃຫ້ກົງເວລາເປັນປະຈຳທຸກມື້ ແລະ ນອນຫລັບໃຫ້ໄດ້ປະມານ 6 – 9 ຊົ່ວໂມງ.
  2. ຄວນເຮັດຮ່າງກາຍ ແລະ ຈິດໃຈໃຫ້ຜ່ອນຄາຍ ເຊັ່ນ : ອ່ານໜັງສື, ຟັງເພງຄ່ອຍໆ, ນັ່ງສະມາທິ ແລະອື່ນໆ.
  3. ຫລີກເວັ້ນການເບິ່ງໂທລະພາບ ຫລື ໃຊ້ອຸປະກອນເອເລັກໂຕຣນິກກ່ອນເຂົ້ານອນ.
  4. ຄວນຫລີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີສ່ວນປະສົມຂອງກາເຟອີນ, ອານກໍຮໍຕ່າງໆ.
  5. ບໍ່ຄວນອອກກຳລັງກາຍໜັກກ່ອນເຂົ້ານອນບໍ່ເທົ່າໃດຊົ່ວໂມງ.