ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຫຼັງຈາກ 14 ກຸມພາຜ່ານໄປ 2 ອາທິດປາຍໃຜທີ່ມີຄວາມສ່ຽງ ຫຼື ບໍ່ໄດ້ປ້ອງກັນ ຢ່າລືມໄປກວດຫາເຊື້ອເດີ

HIV ກັບ AIDS ແຕກຕ່າງກັນແນວໃດ?🤔
📍 ຕອບ: HIV ແມ່ນເຊື້ອໄວຣັສ Human immunodeficiency virus ແລະ AIDS (Acquired immunodeficiency syndrome)

📍ເຊື້ອ HIV ບໍ່ແມ່ນເອດ ແຕ່ເຊື້ອເອດແມ່ນໄລຍະສຸດທ້າຍຂອງການຕິດເຊື້ອເຮຈໄອວີ ທີ່ບໍ່ໄດ້ຮັບການປິ່ນປົວຢ່າງຖືກວິທີ ຈົນລະບົບພູມຕ້ານທານຮ່າງກາຍຖືກທຳລາຍໜັກ ບໍ່ສາມາດຕ້ານກັບເຊື້ອພະຍາດໄດ້ ໄລຍະນີ້ເອີ້ນ: AIDS(ເອດ) ນັ້ນເອງ
📍ອາການຂອງ HIV: ໄລຍະທຳອິດບໍ່ມີອາການ ບາງຄົນອາດມີອາການຄ້າຍຄືກັບ”ໄຂຫວັດ”ຫຼັງການຮັບເຊື້ອປະມານ 2-4 ອາທິດ
📍ໄລຍະເອດ: ທຳລາຍພູມຕ້ານທານ ຈົນມີພະຍາດແຊກຊ້ອນເຂົ້າມາ ເຊັ່ນ: ປອດອັກເສບ, ວັນນະໂລກປອດ ແລະ ອາດຕິດເຊື້ອໃນກະແສເລືອດໄດ້ງ່າຍນັ້ນເອງ

😕ແລ້ວສາມາດຕິດຕໍ່ໄດ້ທາງໃດ?

  • ການມີເພດສຳພັນກັບຜູ້ທີ່ມີເຊື້ອ ໂດຍບໍ່ໄດ້ປ້ອງກັນ ຫຼື ບໍ່ໄດ້ໃຊ້ຖົງຢ່າງອານາໄມ
  • ທາງເລືອດ: ການໃຫ້ເລືອດ, ການໃຊ້ເຂັມສັກຢາຮ່ວມກັນ ແຕ່ປັດຈຸບັນນີ້ ເລືອດກ່ອນຈະເອົາໄປບໍລິຈາກ ໄດ້ຮັບການກວດຢ່າງລະອຽດ ປອດໄພ100%
  • ແມ່ສູ່ລູກ: ຊ່ວງຖືພາ ຖ້າຜູ້ເປັນແມ່ມີເຊື້ອ ສາມາດແພ່ໃຫ້ລູກໄດ້ ແຕ່ປັດຈຸບັນນີ້ມີຢາກິນຕ້ານໄວຣັສໃນຊ່ວງຖືພາ ສາມາດຫຼຸດໂອກາດແພ່ໃຫ້ລູກໃນທ້ອງ ແນະນຳກ່ອນແຕ່ງງານ ຫຼື ຈະມີລູກ ຄວນກວດສຸຂະພາບກ່ອນເດີ

📍 ນອກຈາກການຕິດຕໍ່ຜ່ານ 3 ຊ່ອງທາງແລ້ວ HIV ຍັງສາມາດຕິດຕໍ່ໄດ້ທາງອື່ນໆອີກ ແຕ່ມີໂອກາດນ້ອຍຫຼາຍ ຕົວຢ່າງ:

  • ການໃຊ້ຂອງມີຄົມຮ່ວມກັບຜູ້ທີ່ມີເຊື້ອ ໂດຍບໍ່ໄດ້ເຮັດຄວາມສະອາດ
  • ການເຈາະຫູ ໂດຍໃຊ້ເຂັມເຈາະຫູຮ່ວມກັບຜູ້ມີເຊື້ອ HIV
  • ການເຮັດແຂ້ວ ຖ້າຫາກເຄື່ອງມືຢູ່ບ່ອນເຮັດແລ້ວ ບໍ່ໄດ້ເຮັດຄວາມສະອາດຢ່າງຖືກຕ້ອງ ອາດມີໂອກາດທີ່ຜູ້ອື່ນໄປໃຊ້ບໍລິການແລ້ວມີໂອກາດຕິດໄດ້ຄືກັນ

🩷ເຮົາມາປ້ອງກັນດີກວ່າ:

  • ໃຊ້ຖົງຢາງອານາໄມທຸກເທື່ອທີ່ຈະມີເພດສຳພັນ (ບໍ່ວ່າຈະເປັນຊາຍ ຫຼື ຍິງ) ຖ້າອີກຝ່າຍບໍ່ຍອມປ້ອງກັນ ແນະນຳໃຫ້ປະຕິເສດການມີເພດສຳພັນ ຈະປອດໄພທີ່ສຸດ
  • ຝ່າຍຊາຍ ຫຼື ຝ່າຍຍິງ ບໍ່ຄວນໃຊ້ປາກກັບອະໄວຍະວະເພດຂອງຝ່າຍໃດຝ່າຍໜຶ່ງ(ຄົນທີ່ບໍ່ຮູ້ຈັກ) ຖ້າປາກມີແຜ ຫຼື ລີ້ນມີແຜ ມີໂອກາດຕິດໄດ້ເຊັ່ນດຽວ
  • ຫຼີກລ້ຽງການຈູບປາກ: ເຖິງບໍ່ຕິດທາງນ້ຳລາຍ ແຕ່ຄົນມີແຜໃນປາກແລ້ວມີເລືອດອອກ ອາດມີໂອກາດຕິດໄດ້ຄືກັນ
  • ຫຼີກລ້ຽງການໃຊ້ເຂັມສັກຮ່ວມກັນ
  • ຫຼີກລ້ຽງການສັກລາຍຜິວໜັງ ຍ້ອນບາງສະຖານທີ່ເຮັດຄວາມສະອາດເຄື່ອງມີບໍ່ດີພໍ ອາດມີໂອກາດຕິດໄດ້ຄືກັນເດີ
  • ກ່ອນແຕ່ງງານກັບໃຜ ຄວນກວດສຸຂະພາບກ່ອນແຕ່ງເດີ
  • ຄົນທີ່ຕິດເເລ້ວ ຄວນກິນຢາເປັນປະຈຳຕົງໂມງ-ເວລາຕາມຄຳແນະນຳຂອງແພດ
  • ປັດຈຸບັນນີ້ມີຢາຕ້ານ HIV ແລ້ວ ກໍລະນີມີຄວາມສ່ຽງ ສາມາດກິນຕ້ານໄດ້ແບບສຸກເສີນ PEP ເປັນແພດເປັນຜູ້ສັ່ງໃຫ້ເດີ ເພາະອາດໃຊ້ຮ່ວມກັບຢາບາງຊະນິດບໍ່ໄດ້ ຕົວຢ່າງ: ຢາຫຼຸດກົດ, ຢາໄມເກຣນ, ຢານອນຫຼັບ…. ຕ້ອງໃຫ້ແພດຊັກປະຫວັດລະອຽດກ່ອນຮັບຢາເດີຈ້າວ ຂໍຂອບໃຈ.

ຕິດເຊື້ອ HIV ເປັນຕາຢ້ານບໍ່?
ຕອບ: ບໍ່ໄດ້ເປັນຕາຢ້ານເລີຍ ຖ້າຫາກໄດ້ຮັບຢາຕາມແພດສັ່ງໃຫ້ ຄົນເຈັບສາມາດໃຊ້ຊີວິດໄດ້ເກືອບກັບຄົນປົກກະຕິເລີຍ ໂຕເຊື້ອຫຼຸດລົງ ເອີ້ນວ່າ: U=U