ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

5 ພະຍາດທີ່ສົ່ງຜົນເຮັດໃຫ້ອ່ອນເພຍຊຳເຮື້ອ

1️⃣ພະຍາດເບົາຫວານ:
ມັກມີອາການອ່ອນເພຍ, ຍ່ຽວດຸເວລາກາງຄືນ, ຊາມືຊາຕີນ, ນ້ຳໜັກຫຼຸດລົງ ແລະ ບາດແຜຫາຍຊ້າລົງ

2️⃣ພະຍາດເລືອດຈາງ:
ມັກມີອາການອ່ອຍເພຍ, ຕົວຊີດ, ບໍ່ມີແຮງ, ວິນຫົວ ແລະ ໜ້າມືດ

3️⃣ພະຍາດຫຼອດເລືອດຫົວໃຈ:
ມີອາການອ່ອຍເພຍ, ເຈັບໜ້າເອິກບາງເທື່ອ, ຫາຍໃຈບໍ່ອີ່ມ, ເມື່ອຍງ່າຍ, ບໍ່ມີແຮງ ແລະ ໝົດສະຕິ

4️⃣ພະຍາດໄທລອຍ:
ໄທລອຍເປັນພິດ ແລະ ໄທລອຍອ້ວນ ສົ່ງຜົນເຮັດໃຫ້ເມື່ອຍ ແລະ ສົ່ງຜົນເຮັດໃຫ້ມີອາການອ່ອຍເພຍຊຳເຮື້ອ

5️⃣ໂຣກຊືມເສົ້າ:
ມີອາການອ່ອນເພຍຊຳເຮື້ອ, ເສົ້າ, ຮູ້ສຶກໝົດຫວັງ ແລະ ເບື່ອໜ່າຍ

ນອນພັກຜ່ອນບໍ່ພຽງພໍກໍ່ສົ່ງຜົນເຮັດໃຫ້ອ່ອນເພຍຊຳເຮື້ອໄດ້ຄືກັນ

ຄຳແນະນຳ:

  • ລອງພັກຜ່ອນໃຫ້ພຽງພໍ
  • ກິນອາຫານທີ່ມີປະໂຫຍດ
  • ດື່ມນ້ຳໃຫ້ພຽງພໍ
  • ອອກກຳລັງກາຍ

ຖ້າຫາກອາການອ່ອນເພຍຍັງບໍ່ຫາຍເກີນ 2 ອາທິດຂື້ນໄປ ລອງໄປກວດເບິ່ງ

  • ຊັກປະຫວັດ ແລະ ກວດຮ່າງກາຍທົ່ວໄປ
  • ການກວດເລືອດ CBC ເພື່ອເບິ່ງພາວະຊີດ ເມັດເລືອດແດງ
  • ກວດເບິ່ງການຕິດເຊື້ອ
  • ການເຮັດວຽກຂອງຕ່ອມໄທລອຍ
  • ກວດເບິ່ງນ້ຳຕານໃນເລືອດ
  • ກວດເບິ່ງວິຕາມິນຮ່າງກາຍວ່າຕ່ຳບໍ່
  • ກວດເບິ່ງລະດັບຮໍໂມນ Cortisol
  • DHEA-S
  • Sodium
  • Potassium
  • Magnesium