ອາຫານ ທີ່ເໝາະແກ່ຜູ້ເປັນກົດໄຫລຢ້ອນ.

ກົດໄຫລຢ້ອນ ເປັນອາການຂອງລະບົບທາງເດີນອາຫານຊະນິດໜຶ່ງທີ່ຮ່າງກາຍມີອາການນຳ້ຍ່ອຍຈາກກະເພາະອາຫານໄຫລຍ້ອນກັບຂຶ້ນໄປໃນຫລອດອາຫານ ເຮັດໃຫ້ເກີດອາການແສບຮ້ອນບໍລິເວນໜ້າເອິກ ໂດຍອາຫານກໍເປັນໜຶ່ງໃນສາເຫດສຳຄັນຂອງພະຍາດກົດໄຫລຍ້ອນເຊັ່ນກັນ ມາເບິ່ງພ້ອມກັນວ່າອາຫານຊະນິດໃດແດ່ທີ່ຊ່ວຍຈັດການກົດໄຫລຍ້ອນໄດ້.
- ເຂົ້າຫລາຍສີ, ເຂົ້າໜົມປັງໂຮຫວີດ ເປັນອາຫານທີ່ມີໄຟເບີຫລາຍ ແລະ ກາກໄຍຫລາຍ ເຊິ່ງດີຕໍ່ສຸຂະພາບ ບໍ່ເພີ່ມກົດໃນກະເພາະອາຫານ ແລະ ຊ່ວຍໃນການຂັບຖ່າຍ.
- ເອິກໄກ່ ມີຄຸນຄ່າທາງອາຫານຫລາຍແລ້ວຍັງຍ່ອຍງ່າຍ ເຊິ່ງດີຕໍ່ຜູ້ເປັນກົດໄຫລຍ້ອນ. ນອກຈາກນີ້ແລ້ວຍັງມີຊີ້ນປາ ທີ່ຈະຊ່ວຍຫລຸດອາການຂອງກົດໄຫລຍ້ອນໄດ້ເຊັ່ນດຽວກັນ.
- ຂີງ ມີສັບພະຄຸນຊ່ວຍຫລຸດອາການອັກເສບ ແລະ ຊ່ວຍປິ່ນປົວລະບົບທາງເດີນອາຫານ ສາມາດຊ່ວຍໄລ່ລົມ ຊ່ວຍຫລຸດອາການຍື່ງທ້ອງ ຫລຸດກົດເກີນ ແລະ ແກ໊ສໃນກະເພາະອາຫານ.
- ໝາກໂມ ສາມາດຊ່ວຍຫລຸດຜ່ອນອາການກົດໄຫລຍ້ອນໄດ້ ເພາະໝາກໄມ້ເຫລົ່ານີ້ຈະໄປຊ່ວຍຫລຸດກົດໃນກະເພາະອາຫານ ຫລຸດຄວາມສ່ຽງເປັນກົດໄຫລຍ້ອນໄດ້.
- ຜັກກະລໍ່າ ເປັນຜັກທີ່ມີຄຸນຄ່າທາງອາຫານຫລາຍ ແລະ ຍັງມີຊັລເຟີ ທີ່ຊ່ວຍຈັດການສານພິດໃນຮ່າງກາຍ ແລະ ຊ່ວຍປິ່ນປົວບາດແຜໃນກະເພາະອາຫານ, ຍ່ອຍງ່າຍ, ສະບາຍທ້ອງ.
ຍັງມີອາຫານອີກຫລາຍຊະນິດທີ່ມີປະໂຫຍດ ແລະ ຊ່ວຍຮັບມືກັບກົດໄຫລຍ້ອນໄດ້ ການປັບພຶດຕິກຳການກິນ ແລະ ການໃຊ້ຊີວິດຮ່ວມນຳ ເຊັ່ນ: ບໍ່ກິນອາຫານກ່ອນນອນ ແລະ ອອກກຳລັງກາຍເປັນປະຈຳ ຈະຊ່ວຍຫລີກເວັ້ນບໍ່ໃຫ້ເກີດກົດໄຫລຍ້ອນມາກວນ