✅ຕ້ອງນອນຄົບຈັກຊົ່ວໂມງ ຈຶ່ງຈະພຽງພໍສໍາລັບການພັກຜ່ອນ ແລະ ສຸຂະພາບທີ່ດີ ແຕ່ລະຊ່ວງອາຍຸມີຊົ່ວໂມງການນອນທີ່ແຕກຕ່າງກັນ.

✅ຕ້ອງນອນຄົບຈັກຊົ່ວໂມງ ຈຶ່ງຈະພຽງພໍສໍາລັບການພັກຜ່ອນ ແລະ ສຸຂະພາບທີ່ດີ ແຕ່ລະຊ່ວງອາຍຸມີຊົ່ວໂມງການນອນທີ່ແຕກຕ່າງກັນ.
ການນອນຫຼັບຂອງຄົນໃນແຕ່ລະຊ່ວງອາຍຸ ແມ່ນມີຄວາມແຕກຕ່າງກັນ ເພື່ອໃຫ້ທຸກທ່ານໄດ້ເຂົ້າໃຈ ແລະ ສາມາດເບິ່ງແຍງ ສຸຂະພາບຂອງຕົນເອງໃຫ້ຖືກຕ້ອງ ໃນບົດຄວາມນີ້ຈະມີຄໍາຕອບກ່ຽວກັບຈໍານວນຊົ່ວໂມງການນອນທີ່ເຫມາະສົມສໍາລັບແຕ່ລະຊ່ວງອາຍຸ ເພື່ອໃຫ້ທ່ານສາມາດວາງແຜນການນອນໄດ້ຢ່າງຖືກຕ້ອງ ແລະ ມີຄຸນນະພາບ.
ສໍາລັບຊົ່ວໂມງການນອນຂອງແຕ່ລະຊ່ວງອາຍຸມີດັ່ງນີ້:
- ເດັກນ້ອຍ 03 ເດືອນລົງມາ ຄວນນອນ 14-17 ຊົ່ວໂມງ
- ເດັກນ້ອຍ ອາຍຸ 04-11 ເດືອນ ຄວນອນ 12-15 ຊົ່ວໂມງ
- ເດັກນ້ອຍ ອາຍຸ 01-02 ປີ ຄວນນອນ 11-14 ຊົ່ວໂມງ
- ເດັກນ້ອຍກ່ອນໄວຮຽນ ອາຍຸ 03-05 ປີ ຄວນອນອ 10-13 ຊົ່ວໂມງ
- ເດັກນ້ອຍໄວຮຽນ ອາຍຸ 06-13 ປີ ຄວນນອນ 09-11 ຊົ່ວໂມງ
- ໄວລຸ້ນ ອາຍຸ 14-17 ປີ ຄວນອນອ 08-10 ຊົ່ວໂມງ
- ໄວລຸ້ນ ອາຍຸ 18-25 ປີ ຄວນນອນ 07-09 ຊົ່ວໂມງ
- ຜູ້ໃຫ່ຍໄວກາງຄົນ ອາຍຸ 26-64 ຄວນນອນ 07-09 ຊົ່ວໂມງ
- ຜູ້ສູງອາຍຸ 65 ປີຂຶ້ນໄປ ຄວນນອນ 07-08 ຊົ່ວໂມງ
ການນອນແມ່ນການພັກຜ່ອນທີ່ສຳຄັນຫຼາຍ ການນອນໃຫ້ພຽງພໍ ແລະ ມີຄຸນນະພາບຕາມຊ່ວງອາຍຸ ຈະຊ່ວຍເສີມໃຫ້ຮ່າງກາຍຟື້ນຟູ ແລະ ສາມາດເຮັດວຽກໄດ້ເຕັມປະສິດທິພາບ ພ້ອມສ້າງພະລັງງານໃຫ້ເຮົາສຳລັບການໃຊ້ຊີວິດມື້ຕໍ່ໄປ.
ແຫຼ່ງຂໍ້ມູນ: National Sleep Foundation