ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

“ໂຊດຽມ” ໄພອັນຕະລາຍງຽບທີ່ທໍາລາຍສຸຂະພາບໂດຍທີ່ບໍ່ຮູ້ຕົວ.

“ໂຊດຽມ” ໄພອັນຕະລາຍງຽບທີ່ທໍາລາຍສຸຂະພາບໂດຍທີ່ບໍ່ຮູ້ຕົວ

ໂຊດຽມ ແມ່ນແຮ່ທາດທີ່ຈໍາເປັນສໍາລັບຮ່າງກາຍ ພົບທົ່ວໄປໃນເກືອ (ໂຊດຽມ chloride) ແລະ ວັດຖຸເຈືອປົນ ຫຼື ເຄື່ອງປຸງແຕ່ງອາຫານເຊັ່ນ: ແປ້ງນົວ, ຄະນໍ, ນ້ຳປາ, ຊິອິ້ວ ແລະ ຜົງຟູ…
ການໄດ້ຮັບໂຊດຽມສະສົມເຂົ້າໄປໃນຮ່າງກາຍໃນປະລິມານຫຼາຍບໍ່ແມ່ນເລື່ອງດີ ເພາະວ່າມັນມີຜົນກະທົບຕໍ່ສຸຂະພາບໃນໄລຍະຍາວ, ເຊິ່ງອາການເມື່ອເຮົາຮັບໂຊດຽມເຂົ້າໄປໃນຮ່າງກາຍຫຼາຍເກີນຄວາມຕ້ອງການຂອງຮ່າງກາຍແລ້ວ ມັນສະແດງອາການອອກດັ່ງນີ້:

  • ອາການບວມນ້ຳ: ຖ້າບໍລິໂພກອາຫານທີ່ມີໂຊດຽມສູງຢ່າງຕໍ່ເນື່ອງ, ຮ່າງກາຍອາດຈະບໍ່ສາມາດປັບຕົວໄດ້ທັນ ເຮັດໃຫ້ລະບົບການກໍາຈັດໂຊດຽມ ແລະ ນ້ຳເສຍສົມດຸນ ສົ່ງຜົນໃຫ້ມີອາການບວມຊໍາເຮື້ອ, ໂດຍສະເພາະຜູ້ທີ່ມີ ພະຍາດຫົວໃຈ ແລະ ພະຍາດໝາກໄຂ່ຫຼັງ.
  • ເສັ້ນເລືອດຕີບໃນສະໝອງ: ຄວາມດັນເລືອດສູງທີ່ເກີດຈາກໂຊດຽມເປັນສາເຫດຫຼັກຂອງເສັ້ນເລືອດຕີບ ແລະ ເສັ້ນເລືອດແຕກໃນສະໝອງ.
  • ພະຍາດຫົວໃຈ: ການບໍລິໂພກໂຊດຽມສູງເລື້ອຍໆ ເຮັດໃຫ້ເສັ້ນເລືອດແຂງ ແລະ ຕີບ, ເພີ່ມຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ, ຂາດເລືອດ ແລະ ຫົວໃຈລົ້ມເຫຼວ.
  • ຄວາມດັນເລືອດສູງ: ໂຊດຽມເຮັດໃຫ້ຮ່າງກາຍກັກເກັບນ້ຳ, ເພີ່ມປະລິມານນ້ຳໃນຫຼອດເລືອດ, ເຮັດໃຫ້ຄວາມດັນເລືອດສູງ ເຊິ່ງຄວາມດັນເລືອດສູງເປັນສາເຫດຕົ້ນຕໍຂອງພະຍາດຫົວໃຈ ແລະ ຫຼອດເລືອດ.
  • ມະເຮັງກະເພາະອາຫານ: ມີການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ການກິນອາຫານທີ່ມີໂຊດຽມສູງ ຈະເພີ່ມຄວາມສ່ຽງຕໍ່ການເປັນມະເຮັງກະເພາະອາຫານ, ໂດຍສະເພາະໃນຜູ້ທີ່ກິນອາຫານແປຮູບ ແລະ ອາຫານໝັກ,ອາຫານດອງເປັນປະຈໍາ.
  • ພະຍາດໝາກໄຂ່ຫຼັງ: ໝາກໄຂ່ຫຼັງຕ້ອງເຮັດວຽກໜັກເພື່ອຫຼຸດໂຊດຽມທີ່ມີປະລິມານເກີນຄວາມຈຳເປັນຂອງຮ່າງກາຍ, ເຮັດໃຫ້ມີຄວາມສ່ຽງຕໍ່ການເປັນພະຍາດໝາກໄຂ່ຫຼັງ ຫຼື ໝາກໄຂ່ຫຼັງລົ້ມເຫຼວ ແລະ ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຢູ່ແລ້ວຈະມີອາການຮ້າຍແຮງຂຶ້ນ ຖ້າຍັງສືບຕໍ່ບໍລິໂພກອາຫານທີ່ມີໂຊດຽມສູງ.
  • ພະຍາດກະດູກຜຸ: ໂຊດຽມສ່ວນເກີນທີ່ຮ່າງກາຍຈະຮັບໄດ້ເຮັດຈະໃຫ້ແຄວຊຽມຖືກຂັບອອກທາງປັດສະວະຫຼາຍ, ເຮັດໃຫ້ກະດູກອ່ອນແອລົງ.
    #ເກືອ #ໂຊດຽມ