ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສຳເລັດກອງປະຊຸມສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈຳປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 25 ກຸມພາ 2025 ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງ, ກົມໃຫຍ່ພະລາທິການ ປກສ, ກົມວິຊາສະເພາະ, ຫ້ອງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ໄດ້ມີຄຳເຫັນໂອ້ລົມ ໃນນີ້ໄດ້ຕີລາຄາສູງຕໍ່ຜົນສໍາເລັດກອງປະຊຸມພະລາທິການ ປະຈຳປີ 2025 ທົ່ວກອງທັບໃນຄັ້ງນີ້, ເຊິ່ງຜູ້ແທນກອງປະຊຸມໄດ້ພ້ອມກັນສັງເກດ-ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພະລາທິການທົ່ວກອງທັບໃນປີຜ່ານມາ, ສາມາດຍົກໃຫ້ເຫັນເຖິງວຽກງານທີ່ພົ້ນເດັ່ນ, ວຽກງານທີ່ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີບາງຄໍາເຫັນສະເໜີແລກປ່ຽນຈໍານວນໜຶ່ງຕໍ່ກອງປະຊຸມເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ, ພ້ອມນັ້ນກໍໄດ້ເປັນເອກະພາບຕໍ່ແຜນຍຸດທະສາດ 2026-2030, ພ້ອມນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກວຽກງານທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີ 2026 ເຊິ່ງກ່ອນອື່ນໝົດຕ້ອງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕ້ອງພ້ອມກັນຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຕຳນິສົ່ງຂ່າວ ຊ່ວຍເຫຼືອ,ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ເອົາໃຈໃສ່ໃນການກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງພະລາທິການໃຫ້ເຂັ້ມແຂງ, ກະທັດຮັດ, ມີກຳລັງສໍາຮອງ; ຈັດວາງກຳລັງ ໃຫ້ກາຍເປັນທ່າສະໜາມພະລາທິການທີ່ແໜ້ນແກ່ນ, ກຽມພ້ອມຮັບປະກັນໃນທຸກກໍລະນີ. ໃນນີ້ໃຫ້ຕັ້ງໜ້າເປັນເຈົ້າການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ໃນການຄຸ້ມຄອງລະບອບອັດຕາຕ່າງໆໃຫ້ເຂັ້ມງວດໂປ່ງໃສ, ປະຕິບັດຕົວເລກ ງົບປະມານໃຊ້ຖືກເປົ້າໝາຍ, ປະຍັດ, ນໍາໃຊ້ຮ່ວງງົບປະມານໃຫ້ຖືກຕ້ອງຕາມຮ່ວງ-ຕາມຂະແໜງການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງການເງິນ, ມີລະບອບກວດກາເປັນແຕ່ລະໄລຍະ ແລະ ສືບຕໍ່ຈັດຕັ້ງຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ, ຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ເພື່ອສ້າງແຫຼ່ງສະໜອງຮັບປະກັນພະລາທິການໃນກອງທັບ ແລະ ສາມາດຮັບປະກັນຕອບສະໜອງໄດ້ວຽກງານອຸປະໂພກ-ບໍລິໂພກ, ພ້ອມນັ້ນ ໃຫ້ສຸມໃສ່ສ້າງພື້ນຖານ ດ້ານວຽກງານພະລາທິການ ໃຫ້ເປັນອຸດສາຫະກຳໃຫ້ໄດ້, ປີ 2026 ໃຫ້ສ້າງເປັນພື້ນຖານ ແລະ ອີກ 5 ປີຕໍ່ໜ້າ ໃຫ້ສາມາດກຸ້ມຕົນເອງໄດ້, ປັບປຸງຫົວໜ່ວຍທຸລະກິດໃຫ້ສອດຄ່ອງກັບນິຕິກຳ ແລະ ລະບຽບກົດໝາຍ, ຫັນໄປສູ່ການຜະລິດ ແບບໄລ່ລຽງ ຮອດປີ 2027 ໃຫ້ສາມາດຫັນໄປສູ່ການໄລ່ລຽງ 100%, ຮັບປະກັນໃຫ້ແກ່ການລ້ຽງດູທັບກ້າວຂຶ້ນສູ່ແບບແຜນທັນສະໄໝ.

ໂດຍ:ສຸກສາຄອນ