ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂລກສ່ວນຕົວສູງ Vs ໂຣກຊືມເສົ້າ

ຂໍອະທິບາຍເພີ່ມເຕີມ☺️.
ຄວາມແຕກຕ່າງລະຫວ່າງຄົນ Introvert ກັບ Depression ພາວະຊືມເສົ້າ
ຄຳຖາມທີ່ວ່າ: ເປັນຄົນເກັບຕົວແລ້ວສິ່ງເປັນພາວະຊຶມເສົ້າບໍ່?
ຕອບ:
🙇ຫຼາຍຄົນເຂົ້າໃຈຜິດວ່າຄົນອີນໂທຣເວີດ ນີ້ບໍ່ມັກເຂົ້າສັງຄົມ ມັກຢູ່ເຮືອນຕະຫຼອດ ຍ້ອນວ່າເປັນພາວະຊືມເສົ້າ ແຕ່ຈິງໆແລ້ວບໍ່ແມ່ນ ຄົນປະເພດນີ້ສາມາດຄົບໝູ່ເພື່ອນໄດ້ ແຕ່ມັກມີໝູ່ເພື່ອນນ້ອຍ ແລະ ບໍ່ແມ່ນວ່າໃຜຈະຄົບກັບເຄົ້າໄດ້ນ່ະ ແລະ ຄົນອີນໂທຣເວີດ ຖ້າເປັນຄົນທີ່ຄຽດດຸເກີນໄປ ກໍມີຄວາມສ່ຽງທີ່ຈະເປັນພາວະຊືມເສົ້າໄດ້ຄືກັນ ຄົນປະເພດນີ້ມັກຄິດຫຼາຍກວ່າຄົນ Extrovert ແຕ່ເຄົ້າສາມາດກຳຈັດກັບຄວາມຄິດຕົວເອງໄດ້ດ້ວຍຕົວເຮົາເອງໄດ້ ແລະ ຄົນປະເພດນີ້ມັກຈະເດີນໜ້າຢ່າງດຽວ ເພາະໃຊ້ຊີວິດຢູ່ກັບຄົນສະນິດເທົ່ານັ້ນ ແລະ ຢູ່ກັບຕົວເອງໄດ້ຢ່າງມີຄວາມສຸກ

😞ສ່ວນພາວະຊືມເສົ້າ ແມ່ນອາການທາງສຸຂະພາບຈິດ ມັກຈະບໍ່ມີຄວາມສຸກໃນການໃຊ້ຊີວິດ ຮູ້ສຶກເສົ້າ ໂດດດ່ຽວ ຢາກຮ້ອງໄຫ້ໂດຍບໍ່ຮູ້ວ່າຮ້ອງໄຫ້ຍ້ອນຫຍັງ ຜິດຫວັງກັບຕົວເອງ

ຢ່າລືມປຶກສາຈິດຕະແພດດ້ວຍເດີ ຖ້າຫາກມີອາການຂອງພາວະຊືມເສົ້າທີ່ກ່າວມາດັ່ງນີ້☺️ພາວະຊືມເສົ້າສາມາດປິ່ນປົວຫາຍໄດ້ເດີ ແລະ ສາມາດກັບມາໃຊ້ຊີວິດແບບຄົນປົກກະຕິໄດ້😊ທ່ານບໍ່ໄດ້ອ່ອນແອນ່ະ 🫰