ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເບີ່ງແຍງຕົວຕົນເອງໃຫ້ນານເຖົ້າແລະມີສຸຂະພາບດີ

ເວລາຜ່ານໄປໄວຫລາຍເຮັດໃຫ້ຫລາຍຄົນອາຍຸເຂົ້າຫລັກ 3 ຫລັກ 4 ກັນແລ້ວ, ແຕ່ເປັນຫຍັງບາງຄົນເບິ່ງຄືຍັງບໍ່ເຖົ້າເລີຍ, ໃບໜ້າຍັງຄົງຄືເປັນບ່າວເປັນສາວຢູ່ ໂດຍທີ່ອາຍຸລຸ້ນລາວຄາວດຽວກັນ ?ເຊິ່ງສາເຫດທີ່ເປັນແບບນັ້ນນອກຈາກກຳມະພັນແລ້ວສິ່ງສຳຄັນກໍແມ່ນການເບິ່ງແຍງດູແລຕົນເອງໂດຍມີຫລາຍວິທີທີ່ເຮັດໃຫ້ສຸຂະພາບແຂງແຮງແລະນານເຖົ້າພຽງແຕ່ຕ້ອງມີຄວາມຕັ້ງໃຈສະໝ່ຳສະເໝີພ້ອມທັງມີຄວາມເອົາໃຈໃສ່ ເລີ່ມຈາກກິນອາຫານທີ່ມີປະໂຫຍດດັ່ງທີ່ຫລາຍທ່ານຮູ້ຈັກກັນດີກິນຜັກ- ໝາກໄມ້, ອາຫານທີ່ບໍ່ແປຮູບ, ອາຫານທີ່ປາສະຈາກສານເຄມີຕົກຄ້າງແລະຫລຸດການກິນອາຫານຫວານເພື່ອຫລຸດສະພາບການອັກເສບໃນຮ່າງກາຍ. ນອກຈາກນີ້, ຕ້ອງບໍ່ກິນຫລາຍເກີນໄປຫລືໜ້ອຍເກີນໄປເພາະຈະເຮັດໃຫ້ຮ່າງກາຍບໍ່ຢູ່ໃນສະພາບດຸ່ນດ່ຽງ. ການກິນຫລາຍເກີນໄປເຮັດໃຫ້ເກີດການເຜົາຜານຫລາຍຂຶ້ນ, ເກີດຂອງເສຍແລະເກີດໄຂມັນສະສົມເຮັດໃຫ້ເຖົ້າໄວ. ສ່ວນການກິນໜ້ອຍເກີນໄປກໍເຮັດໃຫ້ຮ່າງກາຍຂາດສານອາຫານ, ບໍ່ມີເຫື່ອແຮງໃນການອອກກຳລັງກາຍ. ຈົ່ງເລືອກກິນເມື່ອເຮົາກິນຫຍັງເຂົ້າໄປແລ້ວຮ່າງກາຍສົດຊື່ນ, ບໍ່ຍື່ງທ້ອງ, ລົມໃນທ້ອງໜ້ອຍການຂັບຖ່າຍກໍເປັນປົກກະຕິອັນນີ້ແມ່ນກິນແລ້ວເໝາະສົມກັບເຮົາບໍ່ແມ່ນກິນຜັກແລ້ວຊີວິດຈະດີຕະຫລອດບາງຄົນກິນຜັກຫລາຍເກີນໄປກໍເຮັດໃຫ້ຍື່ງທ້ອງແລະມີລົດໃນທ້ອງຫລາຍຍ້ອນເອັນໄຊທີ່ມີຢູ່ບໍ່ສາມາດຍ່ອຍໄດ້ກໍມີ.
ຮ່າງກາຍຄົນເຮົານອກຈາກກຳມະພັນບໍ່ຄືກັນແລ້ວສິ່ງແວດລ້ອມກໍຍັງບໍ່ຄືກັນນຳບໍ່ແມ່ນວ່າທຸກຄົນກິນສິ່ງດຽວກັນແລ້ວສຸຂະພາບຈະດີຄືກັນຕ້ອງສັງເກດຕົນເອງວ່າກິນຫຍັງເຂົ້າໄປແລ້ວມັນດີຕໍ່ຮ່າງກາຍແລະຈິດໃຈຖ້າກິນຫວານແລ້ວມີຄວາມສຸກກໍກິນແດ່, ແຕ່ຢ່າຫລາຍຈົນເກີນໄປ. ຈົ່ງເລືອກກິນໃຫ້ຫລາກຫລາຍກໍຈະຊ່ວຍໃຫ້ສະພາບຮ່າງກາຍດຸ່ນດ່ຽງຂຶ້ນຫລືບາງຄົນອາດໃຊ້ ວິທີການກວດສະພາບການແພ້ອາຫານເຂົ້າມາຊ່ວຍເພື່ອເລືອກກິນອາຫານທີ່ຖືກກັບຮ່າງກາຍໄດ້. ການດື່ມນ້ຳກໍຈຳເປັນຫລາຍທີ່ຈະເຮັດໃຫ້ຜິວນານເຖົ້າ, ນານຫ່ຽວຍານຄວນຈະດື່ມນ້ຳຢ່າງໜ້ອຍມື້ລະ 8 ຈອກຫລືປະມານ 2 ລິດຈະດື່ມຫລາຍກ່ວານີ້ກໍໄດ້ ເພາະການໄລ່ນ້ຳອອກໝາກໄຂ່ຫລັງຫລືໄຕບໍ່ໄດ້ເຮັດວຽກໜັກຫລາຍ, ແຕ່ການກິນເກືອຫລືເຄື່ອງປຸງຫລາຍໆ ອັນນີ້ເຮັດໃຫ້ໝາກໄຂ່ຫລັງເຮັດວຽກໜັກຍ້ອນຕ້ອງໄລ່ເກືອແຮ່ອອກໄປນ້ຳຈະຊ່ວຍໃຫ້ເຮົາໄລ່ສິ່ງເສດເຫລືອອອກຈາກຮ່າງກາຍໄດ້ດີຂຶ້ນແລະເຮັດໃຫ້ຮ່າງກາຍຢູ່ໃນສະພາບດຸ່ນດ່ຽງຫລາຍຂຶ້ນຜິວໜັງທີ່ອີ່ມນ້ຳກໍຈະເປັນຜິວໜັງທີ່ກ້ຽງງາມສົດໃສເບິ່ງຄືຜິວເດັກນ້ອຍ.
ການນອນການທີ່ເຮົານອນຫລັບພັກຜ່ອນພຽງພໍແລະນອນຫລັບໄດ້ຢ່າງສະໜິດຈະຊ່ວຍໃຫ້ຮ່າງກາຍໄດ້ຟື້ນຟູຕົນເອງ, ຮໍໂມນທີ່ກ່ຽວຂ້ອງກັບການຟື້ນຟູພາກສ່ວນເສື່ອມສະພາບຂອງຮ່າງກາຍຈະເຮັດວຽກໄດ້ດີເມື່ອນອນຫລັບສະໜິດແລະຢູ່ໃນສະພາບທີ່ມືດໆ ໂກ໊ດຮໍໂມນຈະຫລັ່ງຕາມຫລັງຮໍໂມນທີ່ຊື່ວ່າເມລາໂທນິນທີ່ມັນຈະຫລັ່ງໄດ້ດີເມື່ອບັນຍາກາດອ້ອມໂຕຂອງການນອນມືດດີຄວນປິດໄຟນອນແລະນອນໃນບ່ອນທີ່ສະຫງົບມິດງຽບບໍ່ມີສຽງລົບກວນເພື່ອໃຫ້ຫລັບສະໜິດແລະເຂົ້າສູ່ການນອນຫລັບທີ່ດີ. ນອກຈາກນີ້, ຄວນເຂົ້ານອນປະມານ 22:00 ໂມງເພື່ອໃຫ້ໂມງຊີວິດໄດ້ເຮັດວຽກຢ່າງດຸ່ນດ່ຽງ, ຝຶກໃຫ້ອາລົມດີ, ບໍ່ ເຄັ່ງຄຽດ, ບໍ່ຄິດລົບເພາະມັນຈະເຮັດໃຫ້ຮໍໂມນຂອງຄວາມເຄັ່ງຄຽດຫລັ່ງອອກມາຫລາຍເຮັດໃຫ້ໜ້າເຖົ້າເບິ່ງບໍ່ມີຄວາມສຸກທັງຍັງເຮັດໃຫ້ຮ່າງກາຍເປັນພະຍາດຕ່າງໆ, ສຸຂະພາບກາຍກໍບໍ່ດີ, ສຸຂະພາບຈິດກໍບໍ່ດີ, ເຖົ້າໄວແລ້ວຕາຍໄວ. ສະນັ້ນ, ຈົ່ງເລືອກເປັນຄົນເບິ່ງໂລກໃນແງ່ດີ, ແບ່ງປັນຄວາມສຸກໃຫ້ຄົນອື່ນດີກ່ວາແບ່ງປັນເລື່ອງລົບຖ້າຄຽດຊັງໃບໜ້າຈະເຖົ້າໄວຂໍ້ນີ້ເປັນເລື່ອງຈິງ.

ອອກກຳລັງກາຍໃຫ້ເໝາະສົມບໍ່ໄດ້ໝາຍຄວາມວ່າໃຫ້ອອກກຳລັງກາຍໜັກໆ, ການອອກກຳລັງກາຍຫລາຍເກີນໄປເຮັດໃຫ້ຮ່າງກາຍຮັບຄວາມເຄັ່ງຄຽດຫລາຍເກີນໄປ, ການໃຊ້ຮ່າງກາຍຫລາຍໆມັນບໍ່ໄດ້ມີແຕ່ຜົນດີ, ແຕ່ສິ່ງທີ່ເໝາສົມແມ່ນການອອກກຳລັງກາຍປະມານອາທິດລະ 3-5 ເທື່ອຖ້າເກີດການບາດເຈັບການອອກກຳລັງກາຍກໍຕ້ອງພັກບໍ່ແມ່ນຝືນສັງຂານຈົນເກີນໄປ.
ວິທີເຮັດໃຫ້ໃບໜ້າເບິ່ງອ່ອນກ່ວາອາຍຸຫລືນານເຖົ້າເລີ່ມຈາກຈິດໃຈແລ້ວກໍໄປຍັງການເບິ່ງແຍງດູແລຮ່າງກາຍຂອງຕົນເອງການເລືອກກິນອາຫານທຸກຢ່າງມັນຢູ່ໃນຊີວິດປະຈຳວັນພຽງແຕ່ມີວິໄນ, ເອົາໃຈໃສ່ຕົນເອງ, ສັງເກດການຕອບສະໜອງຂອງຮ່າງກາຍ, ຄິດຖືກເລືອກຖືກພຽງເທົ່ານີ້ກໍເຮັດໃຫ້ໃບໜ້າເບິ່ງອ່ອນກ່ວາອາຍຸໄດ້.ນອກຈາກໃບໜ້າຍັງຄືເດັກນ້ອຍແລ້ວຍັງຈະມີຄວາມສຸກແລະໃຊ້ຮ່າງກາຍໄປດົນໆ ແລະຖ້າເຮົາຄິດດີຄິດບວກແລ້ວຍິ່ງຢູ່ດົນກໍຍິ່ງເປັນປະໂຫຍດຕໍ່ສັງຄົມກໍຄືຕໍ່ໂລກ.