ວິທະຍາຄານເຕັກນິກການທະຫານ ຕ້ອນຮັບຜູ້ສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງໄຊທານີ.






ໃນວັນທີ 9 ກຸມພາ 2026, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນຊຸດທີ V ປະຈຳເຂດເລືອກຕັ້ງເມືອງໄຊທານີ ເຊິ່ງນຳພາໂດຍ ທ່ານວຽງຄຳ ສີຫາໂຄດ ພ້ອມຄະນະ ຈໍານວນ 6 ສະຫາຍ, ຍິງ 1 ສະຫາຍ ໄດ້ລົງເຄື່ອນໄຫວ ພົບປະພະນັກງານ-ນັກຮົບ ວິທະຍາຄານເຕັກນິກການທະຫານ.
ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍ ຄະນະພັກ-ຄະນະອຳນວຍການ ພະນັກງານຫຼັກແຫຼ່ງທົ່ວວິທະຍາຄານຕ້ອນຮັບຢ່າງອົບອຸ່ນ.
ການລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້, ບັນດາຜູ້ສະໝັກ ສະມາຊິກສະພາປະຊາຊົນນະຄອນຫຼວງ ປະຈຳເຂດເລືອກຕັ້ງເມືອງໄຊທານີໄດ້ຜັດປ່ຽນກັນ ຂຶ້ນນໍາສະເໜີ ປະຫວັດການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆຂອງຕົນເອງໃນໄລຍະຜ່ານມາ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ ທັງນີ້ກໍ່ເພື່ອແນໃສ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ ແລະ ພິຈາລະນາຢ່າງທົ່ວເຖິງ. ຈາກນັ້ນຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນ ນະຄອນຫຼວງ ປະຈຳເຂດເລືອກຕັ້ງ ເມືອງໄຊທານີຍັງໄດ້ ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງພາຍໃນວິທະຍາຄານເຕັກນິກການທະຫານ ຈົ່ງພ້ອມພຽງຮຽງໜ້າ, ຮ່ວມແຮງຮ່ວມໃຈກັນ ໃຊ້ສິດຂອງຕົນເລືອກເອົາຜູ້ແທນສະມາຊິກສະພາປະຊາຊົນຂັ້ນຕ່າງໆຕາມສິດແລະພັນທະຂອງພົນລະເມືອງລາວຢ່າງຟົດຟື້ນ ແລະ ຢ່າງເປັນຮູບປະທໍາ.
ໂດຍ: ໄຂຄໍາ ພົມມະສານ