ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ໂຄສະນາຫາສຽງຢູ່ກະຊວງປ້ອງກັນປະເທດ







ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ໂຄສະນາຫາສຽງ
ຢູ່ກະຊວງປ້ອງກັນປະເທດ ວັນທີ 6 ກຸມພາ 2026, ໂດຍມີ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກເເຫຼ່ງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ຜູ້ສະໜັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫລວງວຽງຈັນ ນຳໂດຍ ທ່ານ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ, ກໍາມະການພັກນະຄອນຫລວງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນ ນະຄອນຫລວງວຽງຈັນ, ພ້ອມດ້ວຍຜູ້ຮັບສະໝັກຈໍານວນ 12 ທ່ານ ໄດ້ຜັດປ່ຽນກັນຂື້ນສະໜີຕົວ ເພື່ອໂຄສະນາຫາສຽງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນໃນວຽກງານເລືອກຕັ້ງ ເປັນການຈັດຕັ້ງປະຕິບັດມາດຕາ 18 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງສະບັບປັບປຸງປີ 2024 ແນໃສ່ເຮັດໃຫ້ການປ່ອນບັດເລືອກຕັ້ງຄັ້ງນີ້ມີປະສິດທິພາບ ແລະ ເຂັ້ມງວດຕາມກົດໝາຍ ການຈັດຕັ້ງການລົງໂຄສະນາຫາສຽງໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແມ່ນຂັ້ນຕອນໜຶ່ງທີ່ມີບົດບາດຕັດສິນຕໍ່ການເລືອກຕັ້ງ ເປັນການສະໜອງຂໍ້ມູນຂ່າວສານຕົວຈິງ ການແນະນຳໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ຄິດຫງ່ຳສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ເພື່ອເປັນຕົວແທນຂອງຕົນປະຕິບັດສິດອຳນາດຂອງປະຊາຊົນຢູ່ສະພາແຫ່ງຊາດ ພ້ອມເປັນການສ້າງໂອກາດອຳນວຍໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງໄດ້ພົບປະແລກປ່ຽນຄຳເຫັນເຊິ່ງກັນ ແລະ ກັນເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າເປັນຜູ້ທີ່ເໝາະສົມກວ່າໝູ່ເປັນຕົວແທນຂອງຕົນຢູ່ສະພາແຫ່ງຊາດ.
ສຳລັບຜູ້ສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງນະຄອນຫຼວງວຽງຈັນ ມີທັງໝົດ 25 ທ່ານ ຍິງ 7 ທ່ານ.
ພາບ-ຂ່າວ ນົກ ບຸນມາເລີດ