ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໃນຄັ້ງນີ້ ເປັນຂີດໝາຍປະຫວັດສາດໃໝ່ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເປັນຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດຄະນະທຳອິດ ທີ່ ສປປ ລາວ ໄດ້ຕ້ອນຮັບ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ໃນເວລາດຽວກັນ, ສປປ ລາວ ກໍເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພາຍຫຼັງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ ອີກສະໄໝໜຶ່ງ. ສິ່ງດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງພັກ, ລັດ ຫວຽດນາມທີ່ມີຕໍ່ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.

ພິທີຕ້ອນຮັບ ສະຫາຍ ໂຕ ເລິມ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 5 ກຸມພາ 2026 ທີ່ ທໍານຽບປະທານປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ. ຫຼັງຈາກນັ້ນ, ສອງສະຫາຍເລຂາທິການໃຫຍ່ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດຍາດມາໄດ້ ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄືຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໃນເດືອນມັງກອນທີ່ຜ່ານມານີ້.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນະພາບໃໝ່ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ພິເສດ, ສອງຝ່າຍໄດ້ຢືນຢັນຄືນກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ຊຶ່ງໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ໃຫ້ມີຄວາມແທດເໝາະກັບຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນ ເປັນຕົ້ນ ໂຄງການທ່າເຮືອຫວຸງອາງ, ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ, ໂຄງການສ້າງສາຍສົ່ງໄຟຟ້າ 500 Kv ແຕ່ພາກເໜືອຂອງລາວໄປຫາພາກເໜືອຂອງຫວຽດນາມ, ໂຄງການສ້າງເສັ້ນທາງມິດຕະພາບ ລາວ-ຫວຽດນາມ ລຽບຕາມບໍລິເວນຊາຍແດນທີ່ມີຄວາມຍາວປະມານ 200 ກິໂລແມັດ ຢູ່ ເບື້ອງລາວ, ໂຄງການສ້າງສາງເກັບນໍ້າມັນ ຫຼື ການສ້າງລະບົບທໍ່ສົ່ງ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆ ລວມທັງການກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງ “ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2027 ” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ການພົບປະສອງຝ່າຍຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ໝາກຜົນອັນຈົບງາມຂອງການພົບປະດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຜົນສຳເລັດດັ່ງກ່າວ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນແບບພິເສດ ທີ່ມີໜຶ່ງ ບໍ່ມີສອງໃນໂລກ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ໃນລະດັບໃໝ່ທີ່ສູງກວ່າເກົ່າ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: 1. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ. ຫວຽດນາມ ວ່າດ້ວຍ ການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ; 2. ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; 3. ແຜນການຮ່ວມມື ປີ 2026 ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ. ຫວຽດນາມ; 4. ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື ລະຫວ່າງ ແຂວງຫຼວງນ້ຳທາ ແລະ ແຂວງຟູເຖາະ; 5. ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື ລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຟູເຖາະ; ແລະ 6. ບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມື ລະຫວ່າງ ແຂວງຫຼວງພະບາງ ແລະ ແຂວງຟູເຖາະ.

ໃນວັນດຽວກັນ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ຄະນະ ໄດ້ວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ພ້ອມທັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄໍ່າ ຈັດໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.