ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ: ມີຈໍານວນຜູ້ສະໝັກ 10 ທ່ານ, ເລືອກເອົາ 07 ທ່ານ.

1) ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາ ສາດເສດຖະກິດ-ສັງຄົມແຫ່ງຊາດ;
2) ທ່ານ ປອ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງບໍລິຄໍາໄຊ;
3) ທ່ານ ໄຊອຳພອນ ສິງຫາວົງ ກຳມະການປະຈຳພັກແຂວງ;
4) ທ່ານ ນາງ ຂັນທອງ ພັນທະຈັກ ກຳມະການພັກແຂວງ, ປະທານຄະນະກຳມະການວັດທະ ນະທຳ-ສັງຄົມ ແລະ ບັນດາເຜົ່າ (ສສຊ ຊຸດທີ IX);
5) ທ່ານ ປອ ສາຍທອງ ພົມມະວົງ ກໍາມະການໜ່ວຍພັກຮາກຖານ, ຫົວໜ້າກົມ, ກໍາມາທິການແຜນການ, ການເງິນ ແລະ ກວດສອບ ສະພາແຫ່ງຊາດ;
6) ທ່ານ ໄຊຍະເພັດ ຈັນທະສອນ ປະທານສະພາການຄ້າ-ອຸດສາຫະກຳແຂວງ, ຮອງປະທານແນວລາວສ້າງຊາດແຂວງ;
7) ທ່ານ ພັທ ຈອນ ອຸລາຍັນ ຄະນະພັກ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
ທ່ານ ຈົ່ງຊົ່ງ ຈົງເຕັ່ງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ;
9) ທ່ານ ນາງ ຄຳໃບ ບໍລິວັນ ຮອງເລຂາໜ່ວຍພັກ, ຮອງປະທານສະຫະພັນແມ່ຍິງແຂວງ;
10) ທ່ານ ອຸທອນ ສິງຫາດວງປັນຍາ ຮອງເລຂາຄະນະພັກ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ.