ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນເຫດການທາງດ້ານປະຫວັດສາດ ທີ່ສໍາຄັນຂອງຊາດ.

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວທຸກຄົນ, ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອໍານາດຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວທຸກຄົນ ໂດຍບໍໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລໍາເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ, ມີມາດຕະຖານຄົບຖ້ວນຕາມກົດໝາຍ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນພາກສ່ວນໜຶ່ງໃນການປັບປຸງບູລະນະກົງຈັກການຈັດຕັັງ ແລະ ບຸກຄະລາກອນ ໃນລະບົບການເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ສະນັ້ນ, ການເລືອກຕັັງ ແມ່ນໜ້າທີ່ການເມືອງ, ເປັນຄວາມຮັບຜິດຊອບຂອງພັກ, ລັດ, ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນ ເຂົ້າໃນການກະກຽມ ແລະ ດໍາເນີນການເລືອກຕັັງ ພ້ອມທັງປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ ໃຫ້ເປັນຂະບວນຟົດຟື້ນ, ຖືການເລືອກຕັ້ງເປັນຄືກັບປາງບຸນໃຫຍ່ຂອງຊາດ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ ເຮັດໃຫ້ການເລືອກຕັັງບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ສໍາລັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ມີຈໍານວນ 243 ທ່ານ ເພື່ອເລືອກເອົາ 175 ທ່ານ ແລະ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 1.041 ທ່ານ, ເລືອກເອົາ 745 ທ່ານ. ໃນນັ້ນ ອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງອາຍຸ 45 ປີລົງມາ ກວມອັດຕາສ່ວນ 15-20%, ອາຍຸ 46-55 ປີ ກວມອັດຕາສ່ວນ 35-45%, ອາຍຸ 56-60 ປີ ກວມເອົາ 25-30%, ອາຍຸ 60 ປີຂຶ້ນໄປ ກວມອັດຕາສ່ວນ 10-15%, ອັດຕາສ່ວນເພດຍິງ 35%, ອາຍຸສູງສຸດແມ່ນ 69 ປີ, ອາຍຸນ້ອຍສຸດແມ່ນ 36 ປີ ຊຶ່ງມີຕົວແທນຈາກອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາພາກລັດ-ເອກະຊົນ, ວິສາຫະກິດລັດ, ສະຫະກອນ, ວິສາຫະກິດເອກະຊົນ ແລະ ນັກທຸລະກິດ ສໍາລັບມື້ປ່ອນບັດເລືອກຕັ້ງໃນຂອບເຂດທົ່ວປະເທດແມ່ນໄດ້ກໍານົດເອົາວັນທີ 22 ກຸມພາ 2026 ແລະ ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ກໍານົດເອົາວັນທີ 15 ກຸມພາ 2026 ເປັນມື້ປ່ອນບັດເລືອກຕັ້ງ, ສະຫຼຸບລວມແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຂັ້ນ ແຂວງ ຊຸດທີ V ແມ່ນເຫດການທາງດ້ານປະຫວັດສາດ ທີ່ສໍາຄັນຂອງຊາດ, ມີຄວາມໝາຍທາງດ້ານການເມືອງຢ່າງໜັກແໜ້ນ, ຢັ້ງຢືນເຖິງຄວາມເປັນເອກະພາບ ແລະ ຄວາມເຊື່ອໝັັ້ນຂອງປວງຊົນຕໍໍ່ການນໍາພາຂອງພັກ-ລັດ; ທັງແມ່ນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກທີ່ໄດ້ກໍານົດໄວ້ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ຜົນສໍາເລັດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກ່ຽວກັບການປັບປຸງລະບົບອໍານາດລັດ ປະຊາທິປະໄຕປະຊາຊົນ ເຊິ່ງແມ່ນໝາກຜົນຂອງການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ກໍຄືການຈັດຕັ້ງປະຕິບັດສິດ ແລະ ພັດທະພື້ນຖານຂອງພົນລະເມືອງລາວ ໃນການສືບຕໍໍ່ກໍໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ປະກອບສ່ວນເຂົ້າໃນການເພີ່ມທະວີສະຖຽນລະພາບທາງການເມືອງ, ຄວາມສາມັກຄີເປັນອັນໜຶ່ງອັນດຽວ ຂອງປວງຊົນລາວທັງຊາດ ແລະ ເຊີດຊູບົດບາດຂອງປະເທດຊາດໃນເວທີສາກົນໃຫ້ນັບມື້ນັບສູງຂຶ້ນ, ຍົກໃຫ້ເຫັນເຖິງວຽກງານຈໍານວນໜຶ່ງທີ່ຍັງເຮັດບໍໍ່ທັນໄດ້ດີ.

ດັ່ງນັັນ, ເພື່ອເປັນບົດຮຽນໃຫ້ແກ່ການເລືອກຕັັງ ພວກເຮົາຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ -ແນວຄິດ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນເຜົ່າ ໃຫ້ກວ້າງຂວາງກວ່າເກົ່າ ເພື່ອໃຫ້ເຂົາເຈົ້າຮັບຮູ້ສິດ, ພັນທະ ແລະ ຜົນປະໂຫຍດ ຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ການຄັດເລືອກເປົ້າໝາຍອອກສະໝັກຮັບເລືອກຕັ້ງໃຫ້ດໍາເນີນໄປຢ່າງເປັນລະບົບຄົບຊຸດແຕ່ຫົວທີ ດ້ວຍການສ້າງແຜນກໍານົດ, ການກໍໍ່ສ້າງບໍາລຸງ ແລະ ໃຫ້ມີຫຼາຍພາກສ່ວນເຂົ້າຮ່ວມ ໃນການຄັດເລືອກເປົ້າໝາຍຜູ້ອອກສະໝັກຮັບເລືອກຕັ້ງ ຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບກວ່າເກົ່າ, ສ້າງໂອກາດໃຫ້ຜູ້ສະໝັກຮັບເລືອກຕັັງໄດ້ພົບປະແລກປ່ຽນຄໍາຄິດຄໍາເຫັນ ກັບຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ໄດ້ທັງທາງກວ້າງ ແລະ ທາງເລິກ ແມ່ນຈະເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ມີຄວາມໝັ້ນໃຈ ແລະ ເລືອກເອົາຜູ້ທີ່ຕົນໄວ້ວາງໃຈ ເພື່ອເປັນຕົວແທນຢູ່ໃນສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ, ສິ່ງສໍາຄັນໃຫ້ເຂົ້າໃຈວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ໃນການຊີ້ນໍາ – ນໍາພາ ຢ່າງແທດເຖິງຈຶ່ງຈະເຮັດໃຫ້ການເລືອກຕັ້ງໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ຄັດຈາກຄູ່ມືການເລືອກຕັ້ງ ໂດຍ: ຄໍາໃໝ່ ສັງທອງເພັດ.