ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ

ໃນວັນທີ 2 ກຸມພາ 2026, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ເນື່ອງໃນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956 – 1 ກຸມພາ 2026), ໂດຍການເປັນປະທານຂອງ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ການນໍາກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຂັ້ນແຂວງ, ນະຄອນຫຼວງວຽງຈັນ, ອະດີດການນໍາສູນກາງສະຫະພັນກຳມະບານລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ກ່າວສູນທອນພົດຕໍ່ພິທີດັ່ງກ່າວວ່າ: ນັບແຕ່ປີ 1893 ເປັນຕົ້ນມາ ປະເທດພວກເຮົາແມ່ນຕົກຢູ່ ພາຍໃຕ້ການປົກຄອງ ແລະ ເປັນຫົວເມືອງຂຶ້ນ ຂອງຈັກກະພັດ ລ່າເມືອງຂຶ້ນຝຣັ່ງ. ກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານ ຢ່າງໜັກໜ່ວງຖືກບັງຄັບໃຫ້ອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ຄ່າຕອບແທນຕໍ່າ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ມີຄວາມສ່ຽງທີ່ເປັນອັນຕະລາຍ ໃນການອອກແຮງງານ. ຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຫຍຸ້ງຍາກ, ອຶດຫິວ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບທາງດ້ານການເມືອງ, ກົດໝາຍ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ທັງບໍ່ມີສິດ ໄດ້ຮັບການສຶກສາ ແລະ ອື່ນໆ ໄດ້ເຮັດໃຫ້ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຄວາມຫຍຸ້ງຍາກລຳບາດທີ່ສຸດ. ມາຮອດວັນທີ 1 ກຸມພາ 1956 ໂດຍພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກປະຊາຊົນລາວ, ສູນກາງພັກໄດ້ມີມະຕິຕົກລົງ ສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນການປະຕິວັດທີ່ແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ເພື່ອຈຸດປະສົງ ສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມ ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນ ກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການ ໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ອົງການຈັດຕັ້ງ ກຳມະບານລາວນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າ ເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ໃນຊຸມປີຕໍ່ໜ້າ ຄະນະບໍລິຫານງານສູນກາງກຳມະບານລາວ ກໍຄືສະມາຊິກ ກຳມະບານທຸກທົ່ວໜ້າ ຕ້ອງສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ຮອບດ້ານ ທາງດ້ານແນວຄິດຈິນຕະນາການຂອງສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານ ໂດຍການສ້າງແນວຄິດເຊື່ອມຊຶມທາດແທ້ ແລະ ມູນເຊື້ອ ຂອງຊົນຊັ້ນກຳມະກອນລາວ, ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີນໍ້າໃຈຮັກຊາດ, ມີສະຕິເຄົາລົບປະຕິບັດກົດໝາຍ, ມີລະບຽບວິໄນ ໃນການອອກແຮງງານ, ມີຄວາມດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ, ມີຄວາມກະຕືລືລົ້ນ ໃນການພັດທະນາຕົນເອງ ເພື່ອຍົກລະດັບ ສີມືແຮງງານ ໃຫ້ກາຍເປັນກຳມະກອນອຸດສາຫະກຳ ແລະ ທັນສະໄໝ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ພາຍໃນຄະນະນໍາສະຫະພັນກຳມະບານແຕ່ລະຂັ້ນ, ພ້ອມນັ້ນ ກໍຕ້ອງໄດ້ສືບຕໍ່ໂຄສະນາຜ່ານສື່ຕ່າງໆ ໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ແທດເຖິງກຸ່ມເປົ້າໝາຍ. ສົ່ງເສີມ ແລະ ປັບປຸງຊີວິດການເປັນຢູ່ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໄດ້ເປັນຢ່າງດີ; ເພີ່ມທະວີໃນການປົກປ້ອງສິດຜົນປະໂຫຍດຂອງສະຫະພັນກຳມະບານແຕ່ລະຂັ້ນ ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ທີ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ເພື່ອບໍ່ໃຫ້ເຂົາເຈົ້າຖືກເອົາລັດ ເອົາປຽບຈາກຜູ້ໃຊ້ແຮງງານ, ຊຸກຍູ້ໃຫ້ເຂົ້າເຖິງການປົກປ້ອງທາງສັງຄົມ ມີວຽກເຮັດງານທຳ ແລະ ສາມາດສ້າງລາຍຮັບທີ່ໝັ້ນຄົງ, ສືບຕໍ່ປະສານສົມທົບຢ່າງກົມກຽວກັບຄະນະກຳມະການແຮງງານ ແຫ່ງຊາດ ແລະ ຂັ້ນແຂວງ ໃຫ້ມີປະສິດທິຜົນກວ່າເກົ່າ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ສະຫະພັນກຳມະບານໃຫ້ມີຄວາມເຂັ້ມແຂງ, ປັບປຸງວິທີການ, ຂັ້ນຕອນໃນການປະເມີນຂໍ້ແຂ່ງຂັນໃຫ້ແທດເໝາະຕາມຄວາມຈິງ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ໄດ້ກຳນົດໄວ້, ເພື່ອເຮັດໃຫ້ຂໍ້ແຂ່ງຂັນດັ່ງກ່າວ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ການປະຕິບັດໜ້າທີ່ວິຊາສະເພາະ ຈຶ່ງສາມາດຊອກເຫັນຕົວແບບທີ່ດີເດັ່ນໃນຂະບວນການ, ສົ່ງເສີມຜູ້ ອອກແຮງງານທີ່ມີຫົວຄິດປະດິດສ້າງ ໄດ້ຮັບການຍົກລະດັບຄວາມຮູ້-ຄວາມສາມາດເພື່ອພັດທະນາສີມືແຮງງານ, ນໍາໃຊ້ເຕັກໂນໂລຊີໃໝ່ ເພື່ອຍົກສູງປະສິດທິພາບ, ປະສິດທິຜົນ ໃຫ້ສູງຂຶ້ນ.

ຈາກນັ້ນ, ໃນພິທີຍັງໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ສູນກາງສະຫະພັນກໍາມະບານລາວ ທີ່ມີຜົນງານພົ້ນເດັ່ນໃນການເຄື່ອນໄຫວວຽກງານກຳມະບານ ຕະຫຼອດໄລຍະ 70 ປີຜ່ານມາ ພ້ອມທັງຈັດເວທີສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້ “ ການພັດທະນາວຽກງານກຳມະບານ ໃນໄລຍະໃໝ່ ” ຕື່ມອີກ.

ໂດຍ: ຄຳອ້າຍ ທອງວັນ