ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກົມໃຫຍ່ເສນາທິການກອງທັບ ເຂົ້າອວຍພອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ

ວັນທີ 30 ມັງກອນ 2026, ກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າອວຍພອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ນໍາພາໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ.

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ຕາງໜ້າ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ເສນາທິການກອງທັບ ກ່າວຄຳອວຍພອນຕໍ່ ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍຄືຄະນະການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານໃຫ້ກັບ ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າເຊື່ອໝັ້ນ, ຈົ່ງສືບຕໍ່ຊີ້ນຳ-ນໍາພາ ກອງທັບ ເວົ້າລວມ ເວົ້າສະເພາະ ກໍຄື ກົມໃຫຍ່ເສນາທິການກອງທັບ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝຂຶ້ນເລື່ອຍໆ

ໂອກາດດັ່ງກ່າວນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ຂອບໃຈຕໍ່ການເຂົ້າອວຍພອນຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ, ພ້ອມທັງອວຍພອນ ພະນັກງານ-ນັກຮົບ ທົ່ວກົມໃຫຍ່ເສນາທິການ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ, ສືບຕໍ່ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສືບທອດມູນເຊື້ອອັນດີງາມຂອງກອງທັບ ໃຫ້ສໍາເລັດຕາມການມອບໝາຍ ໃນສະເພາະໜ້າ ແລະ ຍາວນານ.

ໂດຍ: ພຸດທະວອນ