ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ໝາກກ້ວຍ ຖືເປັນໝາກໄມ້ທີ່ຫາກິນໄດ້ງ່າຍ ແລະ ມີໃຫ້ເລືອກຫລາຍຊະນິດ ໂດຍສະເພາະໝາກກ້ວຍຫອມ ເຊິ່ງເປັນໝາກກ້ວຍທີ່ແຊບຫອມຫວານ ແລະ ຍັງມີປະໂຫຍດຕໍ່ສຸຂະພາບຫລວງຫລາຍນຳອີກ.

  • ໝາກກ້ວຍຫອມ ຊ່ວຍຄາຍຄຽດ ເພາະໃນໝາກກ້ວຍຫອມນັ້ນມີກົດອະມິໂນປະເພດທຣິບໂຕເຟນ ເຊິ່ງເປັນກົດອະມິໂນທີ່ຈະຊ່ວຍໃນການກະຕຸ້ນເຊໂຣໂທນິນ ເຊິ່ງເປັນຮໍໂມນທີ່ຊ່ວຍໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ.
  • ໝາກກ້ວຍຫອມ ຊ່ວຍຕື່ມພະລັງງານໃຫ້ຮ່າງກາຍ ເພາະມີວິຕາມິນ C ເຊິ່ງເປັນສານອາຫານສຳຄັນທີ່ດີຕໍ່ຂະບວນການຜະລິດພະລັງງານພາຍໃນຮ່າງກາຍ ຫາກໃຜຢາກຕື່ມພະລັງງານໃຫ້ຮູ້ສຶກຫ້າວຫັນ ໝາກກ້ວຍຫອມພຽງ 1 ໜ່ວຍກໍສາມາດຊ່ວຍທ່ານໄດ້.
  • ແກ້ອາການຖ່າຍຍາກ ເຊິ່ງໝາກກ້ວຍຫອມມີໄຟເບີຊະນິດທີ່ສາມາດລະລາຍນຳ້ໄດ້ ເຊິ່ງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ. ສະນັ້ນ ຜູ້ທີ່ມີອາການຖ່າຍຍາກເປັນປະຈຳ ຄວນກິນໝາກກ້ວຍຫອມມື້ລະ 1 ໜ່ວຍ ຈະຊ່ວຍແກ້ບັນຫາການຂັບຖ່າຍຍາກໄດ້ແນ່ນອນ.
  • ຫລຸດຄວາມຕຸ້ຍໄດ້ໂດຍການກິນໝາກກ້ວຍຫອມ ເພາະຈະຊ່ວຍປັບລະດັບນຳ້ຕານໃນເລືອດ ແລະ ຊ່ວຍຫລຸດຄວາມຢາກອາຫານ ຫລື ຢາກກິນຂອງກິນທີ່ມີແຕ່ແປ້ງ ແລະ ນຳ້ຕານລົງໄດ້.
  • ບຳລຸງສາຍຕາ ເຊິ່ງໝາກກ້ວຍຫອມມີທັງວິຕາມິນ A ແລະ ເບຕ້າແຄໂຣທີນ ເຊິ່ງເປັນສານອາຫານສຳຄັນຕໍ່ສຸຂະພາບດວງຕາ ມີສ່ວນຊ່ວຍບຳລຸງການເຮັດວຽກຂອງລະບົບປະສາດ ຈຶ່ງຊ່ວຍບຳລຸງສາຍຕາ ແລະ ການເບິ່ງເຫັນໄດ້ດີຂຶ້ນ.
  • ຊ່ວຍຍ່ອຍອາຫານ ເພາະກາກອາຫານໃນໝາກກ້ວຍຫອມຈະຊ່ວຍໃຫ້ການເຮັດວຽກຂອງລະບົບຍ່ອຍອາຫານຄ່ອງແຄ້ວຫລາຍຂຶ້ນ ຫາກກິນໝາກກ້ວຍຫອມເປັນປະຈຳຈະຊ່ວຍປັບລະບົບຍ່ອຍອາຫານໃຫ້ເຮັດວຽກໄດ້ເປັນປົກກະຕິດີ.