ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພະຍາດຜິວໜັງທີ່ມາກັບລະດູຝົນ.

  • ຜື່ນພູມແພ້ຜິວໜັງ
    ເກີດຈາກຄວາມຊື້ນຂອງອາກາດ ແລະ ອຸນຫະພູມໃນອາກາດປ່ຽນແປງ, ມີຜື່ນແດງ, ແຫ້ງລອກ, ມີອາການຄັນບໍລິເວນໃບໜ້, ແຂນ, ຂາ ແລະ ຄໍ
    .
  • ຜິວໜັງອັກເສບຈາກແມງໄມ້
    ແມງໄມ້ບາງຢ່າງອາດເຮັດໃຫ້ຜິວໜັງອັກເສບໄດ້ເຊັ່ນ: ຍຸງ ໝັດ ໄຮ ແລະ ແມງກົ້ນກະດົກ ຫາກເຮົາບັງເອີນໄປສຳພັດອາດຈະເຮັດໃຫ້ຜິວໜັງອັບເສບໄດ້ ຫາກມີອາການແພ້ຮຸນແຮງຕ້ອງໄປພົບແພດທັນທີ
    .
  • ຜື່ນຜິວໜັງອັກເສບຈາກການຕິດເຊື້ອແບັດທີເຣຍ
    ມີລັກສະນະຜື່ນແດງແຫ້ງໆ, ມີອາການຄັນ ເກີດໃນບໍລິເວນອັບຊື້ນ, ມີອາການຜິວລອກ, ຕີນມີກິ່ນແຮງ ແລະ ເປັນຂຸມນ້ອຍໆບໍລິເວນຕີນ
    .
  • ພະຍາດຕຸ່ມເປື່ອຍ ແລະ ພະຍາດຕີນຫໍ
    ມີອາການລະຄາຍເຄືອງຜິວໜັງຈາກການອັບຊື້ນ ເມື່ອສຳພັດກັບສິ່ງເປິະເປື້ອນໃນນ້ຳຂັງ ຈະເກີດຜື່ນຕາມຕີນ ແລະ ຊອກຕີນ ເຊິ່ງເກີດຈາກການລຸຍນ້ຳຂັງ ຫຼື ນ້ຳຖ້ວມ
    .
  • ຜື່ນຜິວໜັງອັກເສບຈາກເຊື້ອລາ
    ຂີ້ກາກ: ເກີດຈາກຄວາມອັບຊື້ນຈະເຮັດໃຫ້ຕິດເຊື້ອລາໄດ້ງ່າຍ ເຊິ່ງມີລັກສະນະເປັນຕຸ່ມຜື່ນເປັນວົງມົນຫຼາຍວົງ ມີເກັດສີຂາວລະອຽດ ມີສີທີ່ແຕກຕ່າງກັນ ມີອາການຄັນ ແລະ ມັກເກີດໃນບໍລິເວນລຳຕົວ
    ຂີ້ເກື້ອນ: ຜິວໜັງຈະເປັນວົງກະຈາຍຕົວ ສາມາດລວມກັນເປັນຜື່ນຂະໜາດໃຫຍ່ ມີສີຂາວ ຫຼື ສີນ້ຳຕານ ມີສະເກັດເງົາມັນ ແຕ່ບໍ່ມີອາການຄັນແບບຂີ້ກາກ ເຊິ່ງເກີດຈາກຜິວໜັງທີ່ມີຕ່ອມໄຂມັນຫຼາຍ ເຫື່ອອອກຫຼາຍ ໃສ່ເສື້ອຜ້າອັບຊື້ນ ເປັນຕົ້ນ ພະຍາດຜິວໜັງ #ພະຍາດລະດູຝົນ