ລະວັງເຫັດເບື່ອຈາກທຳມະຊາດ ຢ່າປະໝາດເພື່ອບໍ່ໃຫ້ເກີດການສູນເສຍໂດຍ: ຜາຕຸງ

ປະຊາຊົນລາວບັນດາເຜົ່າ ມີຊີວິດຕິດພັນກັບທຳມະຊາດມາແຕ່ໃດໆແລ້ວ ໂດຍອາໄສປ່າເປັນແຫຼ່ງສະໜອງອາຫານ, ແຫຼ່ງສະໜອງຢາປົວພະຍາດ ມັນອຸດົມສົມບູນໃນການດຳລົງຊີວິດ ເນື່ອງຈາກອາຫານທຳມະຊາດຈາກປ່າມີໃຫ້ກິນຕະຫຼອດປີຕາມລະດູການ ທັງແລ້ງແລະຝົນ, ອາຫານປ່ານານາຊະນິດເລີ່ມແຕກໜໍ່ຈໍ່ຈີຂຶ້ນມາ ທຳມະຊາດກັບມາມີຊີວິດຊີວາອີກເທື່ອໃໝ່ ພາຍຫຼັງປະເຊີນກັບຄວາມແຫ້ງແລ້ງ ຮ້ອນອົບເອົ້າມາເປັນເວລາເຄິ່ງປີ.
ເຫດເປັນທີ່ຕ້ອງການ ແລະ ນິຍົມໃນການບໍລິໂພກຫຼາຍກໍ ເຊິ່ງມີຫຼາຍຊະນິດແຕກຕ່າງກັນທັງລົດຊາດ ແລະ ຄ່ານິຍົມເຊັ່ນ ເຫັດປວກ, ເຫັດລະໂງກ, ເຫັດເຜາະ, ເຫັດຕັ່ນ, ເຫັດຟານ, ເຫັດນ້ຳໝາກ ແລະ ອື່ນໆ ນອກຈາກເປັນສິ່ງທີ່ຈູນເຈືອຄົນໃຄອບຄົວແລ້ວຍັງເປັນທີ່ຕ້ອງການຂອງສັງຄົມຫຼາຍຂຶ້ນ ແລະ ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ພໍສົມຄວນ.
ແຕ່ໃນຂະນະດຽວກັນ ຜ່ານມາແຕ່ລະປີ ມັກມີຂ່າວກ່ຽວກັບຄົນເສຍຊີວິດ ຍ້ອນເບື່ອເຫັດໃຫ້ເຫັນເປັນປະຈຳ ແລະ ປີນີ້ກໍເຊັ່ນດຽວກັນ ແຕ່ຕົ້ນປີນີ້ມາ ກໍມີຂ່າວ ຄົນເບື່ອເຫັດຢູ່ທາງແຂວງໄຊຍະບູລີ ເຖິງ 8 ກໍລະນີ ໃນນັ້ນຢູ່ເມືອງໄຊສະຖານເສຍຊີວິດເຖິງ4ຄົນ, ເມືອງຫົງສາ 2 ຄົນ, ສ່ວນທີ່ເຫຼືອ ສາມາດປິ່ນປົວທັນ ຈຶ່ງມີຊີວິດລອດມາໄດ້ ຊຶ່ງເຂົາເຈົ້າເຫຼົ່ານັ້ນໃດ້ກິນອາຫານທີ່ປຸງແຕ່ງຈາກເຫັດທຳມະຊາດ ແລະ ໃນກາງເດືອນພຶດສະພານີ້ ທາງພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນມີສະຕິລະມັດລະວັງໃນການບໍລິໂພກເຫັດທີ່ເກີດຈາກທຳມະຊາດ ເຖິງຈະເປັນເຫັດທີ່ເກີດບ່ອນເກົ່າທີ່ເຄີຍເກັບມາກິນເປັນປະຈຳກໍໃຫ້ລະມັດລະວັງເຊັ່ນດຽວກັນ ເພາະທຸກມື້ນີ້ທຸກຢ່າງບໍ່ຄືເກົ່າແລ້ວ ດິນຟ້າອາກາດມີການປ່ຽນແປງດິນ, ນ້ຳເຕັມໄປດ້ວຍສານເຄມີ ກິນອາຫານປ່າທີເຮົາຫາມາເອງ ຫຼື ຊື້ນຳຄົນອື່ນກໍ່ຕ້ອງລະວັງ ບາງຄັ້ງອາຫານທີ່ເຄີຍກິນອາດກາຍເປັນພິດກໍມີ ເນື່ອງຈາກຫຼາຍພື້ນທີ່ມີການນຳໃຊ້ຢາຂ້າຫຍ້າ ຢາປາບສັດຕູພືດ ມັນເລີຍການເປັນຄວາມສຽງທີ່ເປັນອັນຕະລາຍຕໍ່ຊີວິດຄົນເຮົາໄປພ້ອມກັນ, ການບໍລິໂພກອາຫານປ່າໂດຍສະເພາະແມ່ນເຫັດກໍມີຄວາມສ່ຽງບໍ່ໜ້ອຍ.
ແນວໃດກໍຕາມ ເຮົາບໍ່ສາມາດຈະໄປຖິ້ມໂທດໃສ່ຜູ້ໃດບຸກຄົນໃດ ພາກສ່ວນໃດພາກສ່ວນໜຶ່ງດອກ ດີແທ້ເຮົາຕ້ອງເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນໃນທຸກດ້ານນັບທັງການຢູ່ການກິນ ເຮົາເຂົ້າໃຈສະເໝີວ່າ ທຸກມື້ນີ້ຫຼາຍຢ່າງປ່ຽນໄປ ປະເທດຊາດມີການພັດທະນາໄປໜ້າ ເຕັກນິກວິທະຍາສາດເລີ່ມເຂົ້າມາມີບົດ ບາດຫຼາຍຂຶ້ນ ການພັດທະນາທາງດ້ານກະສິກຳຫຼາຍຢ່າງກໍປ່ຽນໄປ ລວມທັງເຫັດທີ່ເຮົາເຄີຍເກັບ ເຄີຍກິນເປັນປະຈຳກໍອາດກາຍເປັນເຫັດມີພິດໄດ້ ດັ່ງນັ້ນຈົ່ງມີສະຕິໃນເວລາໄປເກັບເຫັດຈົ່ງສັງເກດໃຫ້ລະອຽດເພາະເຫັດເບື່ອມີລັກສະນະຄ້າຍຄື ແລະ ໃກ້ຄຽງກັບເຫັດທີ່ກິນໄດ້ ຫຼືວ່າເຫັດທີ່ເຮົາກິນໄດ້ ແຕ່ວ່າໄປເກີດບ່ອນມີສານເຄມີໃກ້ກັບສວນກະສິກຳທີ່ນຳໃຊ້ສານເຄມີ ເຮັດໃຫ້ປະຊາຊົນເຮົາເຂົ້າໃຈຜິດຈຶ່ງເກັບມາກິນ ນີ້ອັນຕະລາຍຫຼາຍ ດີແທ້ ຖ້າຫາກບໍ່ແນ່ໃຈວ່າເປັນເຫັດພິດ ຫຼື ເຫັດກິນໄດ້ ເຮົາຄວນຫຼີກລ່ຽງບໍ່ນຳມາປຸງແຕ່ງເປັນອາຫານ ເພື່ອບໍລິໂພກ ບໍ່ແນ່ໃຈ ກໍບໍ່ຄວນກິນ ແມ່ນເປັນການດີທີ່ສຸດ ກໍລະນີຫາກມີອາການແຕກຕ່າງເມື່ອກິນເຫັດແລ້ວຄວນຮີບຮ້ອນໄປໂຮງໝໍໂດຍດ່ວນ ບໍ່ຄວນໃຊ້ຄວາມເຊື່ອດັ້ງເດີມແກ້ໄຂບັນຫາ ເພາະອາດນຳມາເຊິ່ງຄວາມສູນເສຍໄດ້