Skip to content
- ເກີດອາການເລືອດເປັນກົດ : ການກິນນຳ້ຕານທີ່ຫລາຍເກີນໄປ ໂດຍສະເພາະນຳ້ຕານເມັດ, ນຳ້ຕານໃນໝາກໄມ້, ໃນນົມ ແລະ ນຳ້ເຜິ້ງ. ນຳ້ຕານດັ່ງກ່າວຈະແລ່ນເຂົ້າສູ່ກະແສເລືອດຂອງເຮົາພາຍໃນເວລາໄວວາ ກໍ່ໃຫ້ເກີດອາການເລືອດເປັນກົດຫລາຍເກີນໄປ ຈົນສົ່ງຜົນໃຫ້ຮ່າງກາຍເສຍຄວາມດຸ່ນດ່ຽງໄປ
.
- ເກີດໄຂມັນສະສົມ : ນຳ້ຕານທີ່ເຮົາກິນເຂົ້າໄປຈະເຂົ້າໄປເກັບສະສົມໄວ້ຢູ່ຕັບໃນຮູບແບບຂອງໄກລໂຄເຈນ, ແຕ່ຫາກປະລິມານທີ່ກິນຫລາຍເກີນໄປ ຕັບກໍຈະສົ່ງຕໍ່ໄປຍັງກະແສເລືອດ ຈາກນັ້ນກໍຈະປ່ຽນມາຢູ່ໃນຮູບແບບຂອງກົດໄຂມັນ ເຊິ່ງມັກຈະສະສົມໄວ້ຕາມພາກສ່ວນທີ່ຮ່າງກາຍເຄື່ອນໄຫວໜ້ອຍທີ່ສຸດ ເຊັ່ນ: ໜ້າທ້ອງ, ກົ້ນ, ກະໂພກ ແລະ ກົກຂາ ເປັນຕົ້ນ ແລະ ນີ້ແມ່ນສາເຫດທີ່ເຮັດໃຫ້ທ່ານຕຸ້ຍ ແລະ ມີໄຂມັນສ່ວນເກີນຢ່າງບໍ່ຮູ້ຕົວ
.
- ເຮັດໃຫ້ເປັນຄວາມດັນເລືອດສູງ : ເມື່ອທ່ານຍັງຄົງກິນນຳ້ຕານໃນປະລິມານຫລາຍຢ່າງຕໍ່ເນື່ອງທຸກມື້ ກົດໄຂມັນທີ່ຖືກສະສົມໄວ້ກັບອະໄວຍະວະພາຍໃນຕ່າງໆ ເຊັ່ນ: ຫົວໃຈ, ຕັບ ແລະ ໝາກໄຂ່ຫລັງ ກໍຈະຖືກໄຂມັນເຂົ້າໄປຫໍ່ຫຸ້ມ ລວມເຖິງນຳ້ເມືອກ ຈາກນັ້ນຮ່າງກາຍກໍຈະເກີດຄວາມຜິດປົກກະຕິຍິ່ງຂຶ້ນ ທັງຍັງມີອາການຄວາມດັນເລືອດສູງເພີ່ມຂຶ້ນນຳອີກ
.
- ເຮັດໃຫ້ເກີດອາການງ່ວງນອນ : ໂດຍສະເພາະການກິນອາຫານລົດຊາດຫວານຕັ້ງແຕ່ກິນເຂົ້າຄາບສວາຍເປັນຕົ້ນໄປ ຮອບບ່າຍຈະມີຜົນຕໍ່ການເຮັດວຽກຂອງສະໝອງ ທ່ານຈະຮູ້ສຶກງ່ວງນອນຫລາຍ. ສະນັ້ນ ຫາກຢ້ານຈະເຮັດວຽກບໍ່ຮູ້ເລື່ອງ ແນະນຳໃຫ້ງົດເວັ້ນປະລິມານແປ້ງ ແລະ ນຳ້ຕານ ຫລື ກິນໃຫ້ໜ້ອຍລົງຈະດີທີ່ສຸດ
.
- ກໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆ : ເຄີຍສັງເກດບໍ່ວ່າຫລາຍເທື່ອທີ່ມັກຈະເຈັບຫົວ, ເຈັບຫົວໄມເກຣນ, ຂາປັ້ນ, ມຶນຊາໄລຍະເປັນປະຈຳເດືອນ, ມີສິວ, ຕຸ່ມຜື່ນ, ເປັນຝ້າ, ເມັນ, ບາດແຜໃຄ່ໂພງ, ບາດແຜລິດສີດວງທະວານໜັກ, ເບົາຫວານ, ວັນນະໂລກ, ພະຍາດຫົວໃຈ ແລະ ມະເຮັງຕັບ ອາການເຈັບປ່ວຍ ແລະ ພະຍາດຕ່າງໆເຫລົ່ານີ້ລ້ວນມີຄວາມກ່ຽວຂ້ອງຈາກການກິນນຳ້ຕານຫລາຍເກີນໄປນັ້ນເອງ
.
- ກໍ່ໃຫ້ເກີດພະຍາດກະດູກຜ່ອຍ, ກະດູກບາງ ແລະ ເປັນແຂ້ວແມງໃນໄວເດັກ : ສຳລັບເດັກນ້ອຍທີ່ກິນນຳ້ຕານຫລາຍເກີນໄປກໍຈະເຮັດໃຫ້ເກີດພະຍາດກະດູກຜ່ອຍ ແລະ ມີບັນຫາແຂ້ວແມງໄດ້ ທັງຍັງນຳມາສູ່ສະພາບອາລົມ ເຮັດໃຫ້ເປັນຄົນສະມາທິສັ້ນ ແລະ ໃຈຮ້າຍ, ຫງິດຫງຸດ ແລະ ຄຽດງ່າຍ ເປັນຕົ້ນ
.
- ກະຕຸ້ນຄວາມຮຸນແຮງຂອງພະຍາດໃຫ້ເພີ່ມຂຶ້ນ : ພະຍາດທຸກຊະນິດທີ່ເປັນຢູ່ມັກຢູ່ໄດ້ຍ້ອນມັນໃຊ້ນຳ້ຕານເປັນອາຫານນຳ. ສະນັ້ນ ການກິນນຳ້ຕານຈຶ່ງມີສ່ວນກະຕຸ້ນໃຫ້ພະຍາດຕິດເຊື້ອມີຄວາມຮຸນແຮງຫລາຍຂຶ້ນໄດ້
.
ຮູ້ແບບນີ້ແລ້ວ ທ່ານຄວນຫລຸດຜ່ອນການກິນນຳ້ຕານໃຫ້ໜ້ອຍລົງ, ບໍ່ຄວນກິນຫລາຍຈົນເກີນໄປ, ຫລີກເວັ້ນເຂົ້າໜົມຫວານໆ, ອາຫານຫວານໆ ແລະ ເຄື່ອງດື່ມຫວານທຸກຊະນິດນຳ ພ້ອມກັບໝັ່ນອອກກຳລັງກາຍເປັນປະຈຳ ຫາກຢາກກິນຂອງຫວານແທ້ໆ ອາດຈະຫັນມາກິນໝາກໄມ້ແທນກໍໄດ້