ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ອາຫານເສີມພູມຕ້ານທານ ບໍ່ໃຫ້ຮ່າງກາຍເປັນຫວັດໄດ້ງ່າຍ.

ໄລຍະນີ້ອາກາດຢູ່ປະເທດເຮົາຜັນຜວນຢູ່ຕະຫລອດ ເຮັດໃຫ້ມີຝົນຕົກໜັກໃນບາງພື້ນທີ່.
ທ່າມກາງສະພາບອາກາດທີ່ເປັນແບບນີ້ ສິ່ງທີ່ຕ້ອງລະວັງທີ່ສຸດແມ່ນເລື່ອງສຸຂະພາບ ແຕ່ເມື່ອຝົນມາສິ່ງທີ່ມາພ້ອມຍາມຝົນແມ່ນຄວາມເຈັບໄຂ້ໄດ້ປ່ວຍ, ອາການຫວັດ ແລະ ຖ້າຮັກສາສຸຂະພາບບໍ່ດີ ຕາກຝົນ ແລະ ປ່ອຍໃຫ້ຮ່າງກາຍປຽກຊຸ່ມຢູ່ຕະຫລອດ, ກໍຈະມີໂອກາດເປັນຫວັດໄດ້ງ່າຍກວ່າປົກກະຕິ ເຊິ່ງໃນທາງການແພດລະບຸວ່າ ພະຍາດໄຂ້ຫວັດບໍ່ແມ່ນພະຍາດທໍາມະດາຄືທີ່ພວກເຮົາຄິດ ເພາະເປັນແລ້ວຖ້າຮັກສາແລ້ວບໍ່ເຊົາ ຈະນໍາໄປສູ່ການເປັນພະຍາດອື່ນທີ່ໜັກກວ່າໄຂ້ຫວັດທໍາມະດາ.
ດັ່ງນັ້ນ, ຈຶ່ງຄວນຮັບມືໃຫ້ດີ ເພື່ອປ້ອງກັນການເປັນຫວັດທີ່ອາດຈະສົ່ງຜົນກະທົບຕໍ່ຊີວິດປະຈໍາວັນໄດ້, ສິ່ງທີ່ສາມາດເຮັດໄດ້ງ່າຍໆທີ່ສຸດ ແມ່ນການເລືອກກິນອາຫານທີ່ມີສ່ວນຊ່ວຍໃນການສ້າງພູມຕ້ານທານ ໃຫ້ຮ່າງກາຍເປັນຫວັດຍາກຂຶ້ນເຊັ່ນ: ການກິນຜັກ, ໝາກໄມ້, ອອກກໍາລັງກາຍຢ່າງສະໝໍ່າສະເໝີ ແລະ ນອນພັກຜ່ອນໃຫ້ພຽງພໍ. ເຊິ່ງອາຫານທີ່ສາມາດເສີມພູມຕ້ານທານມີດັ່ງນີ້:

ສ້າງພູມຕ້ານທານ #ອາຫານສ້າງພູມຄຸ້ມກັນ